ປະຊຸມສະຫລຸບວຽກງານ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປະຈຳປີ 2018 ແລະ ທິດທາງແຜນການປີ 2019

ມື້​ວານນີ້, ຢູ່ຫ້ອງປະຊຸມສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສະຫລຸບວຽກງານ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ປະຈຳປີ 2018 ແລະ ທິດທາງແຜນການປີ 2019, ໂດຍການເປັນປະທານຂອງ ທ່ານ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຫົວໜ້າພະແນກ, ພ້ອມດ້ວຍພະນັກງານຫລັກແຫລ່ງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ບຸນຕີ ທະມິດ ຮອງລັດຖະມົນຕີ ກວຕ ໄດ້ຜ່ານບົດສະຫລຸບການຈັດຕັ້ງ ປະຕິບັດ, ໂດຍມີບາງຕອນສຳຄັນວ່າ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສຸມໃສ່ສ້າງພື້ນ ຖານໂຄງລ່າງ, ພັດທະນາຊັບພະຍາກອນມະນຸດ, ຄົ້ນຄວ້າພັດທະນາ ແລະ ບໍລິການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ນັບມື້ນັບເຂັ້ມແຂງເລິກເຊິ່ງ ແລະ ຮອບດ້ານ ເພື່ອຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII, ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານ ພາຍໃນກະຊວງຢ່າງເປັນປົກກະຕິດ້ວຍຫລາຍເນື້ອໃນ, ຫລາຍຮູບແບບ ແລະ ວິທີການ, ໂດຍສະເພາະ ແມ່ນໄດ້ຈັດຕັ້ງການເຊື່ອມຊຶມບັນດາມະຕິ, ຄຳສັ່ງແນະນຳ, ນິຕິກຳ ແລະ ການເລົ່າຄືນມູນເຊື້ອວັນສຳຄັນຕ່າງໆ. ກວຕ ໄດ້ສຳເລັດການປັບປຸງ, ຊັບຊ້ອນພະນັກງານເຂົ້າ ໃນບັນດາກົງຈັກການຈັດຕັ້ງໃໝ່ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ. ປັດຈຸບັນ ທົ່ວຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ມີຈຳນວນພະ ນັກງານ-ລັດຖະກອນທັງໝົດ 1.551 ທ່ານ, ຍິງ 580 ທ່ານ; ຂັ້ນກະຊວງ ມີ 644 ທ່ານ, ຍິງ 293 ທ່ານ; ຂັ້ນພະແນກແຂວງ 455 ທ່ານ, ຍິງ158 ທ່ານ, ຂັ້ນເມືອງ 452 ທ່ານ, ຍິງ 129 ທ່ານ. ພ້ອມນີ້, ໄດ້ສຸມໃສ່ປະເມີນຜົນໂຄງການຄົ້ນຄວ້າວິທະຍາສາດ ຈຳນວນ 104 ໂຄງການ. ສາມາດເກັບລາຍຮັບ ແລະ ມອບລາຍຮັບ ເຂົ້າງົບປະມານຂອງລັດໄດ້ ຈໍານວນ 651.082.586 ກີບ ແລະ ໄດ້ດຳເນີນໃຫ້ບໍລິການສູນຂໍ້ມູນເອເລັກໂຕຣນິກ ແກ່ບັນດາອົງການຈັດຕັ້ງລັດ ແລະ ເອກະຊົນ ເປັນຕົ້ນແມ່ນໄດ້ບໍລິການຝາກເວບໄຊ 27 ເວບໄຊ, ບໍລິການລະບົບອີເມວທາງການ ທີ່ເປັນລະຫັດຂັ້ນສູງຂອງ ສປປ ລາວ 748 ບັນຊີ, ບໍລິການລະບົບຄັງຂໍ້ມູນ 665 ບັນຊີ, ບໍລິການເຊົ່າຊີເວີ 17 ລະບົບ.

ທີ່​ມາ: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດ ພຣະທາດຫຼວງວຽງຈັນ

ພະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂັວນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ. ຕາມຕຳນານອຸລັງຄະທາດ ພະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນ ປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນ, ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະ ອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ.

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...