Saturday, January 25, 2025

ຕຳ​ຫຼວດ​ລາວ ມອບ​ຜູ້ຕ້ອງຫາໃນຄະດີຫຼອກລວງຕົ້ມຕຸນທາງໂທລະຄົມ ໃຫ້​ແກ່​ທາງ​ການ​ຈີນ 191 ຄົນ

ມື້ນີ້, ເຈົ້າໜ້າທີ່ຕຳຫຼວດແຫ່ງ ສປປລາວ ແລະ ສປຈີນ ໄດ້ຈັດພິທີລົງນາມມອບ ແລະ ຮັບຜູ້ຕ້ອງຫາຄົນຈີນ ໃນຄະດີຫຼອກລວງຕົ້ມຕຸນທາງໂທລະຄົມ, ເຊີ່ງເຈົ້າໜ້າທີ່ຕຳຫຼວດລາວ ໄດ້ມອບຜູ້ຕ້ອງຫາຄົນຈີນຈຳນວນ 191 ຄົນໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດຈີນຄວບຄຸມສົ່ງຕົວຄືນປະເທດຈີນເພື່ອດຳເນີນຄະດີຕາມກົດໝາຍ.”

ຕົ້ນເດືອນທັນວາ ປີ 2018, ພາຍຫຼັງໄດ້ຮັບແຈ້ງຄວາມຈາກປະຊາຊົນ ເຈົ້າໜ້າທີ່ຕຳຫຼວດຈີນກໍ່ໄດ້ດຳເນີນການສືບສວນ-ສອບສວນ ແລະ ຮູ້ວ່າມີຄົນຈີນກຸ່ມໜຶ່ງໄດ້ດຳເນີນການຫຼອກລວງທາງໂທລະຄົມຢູ່ລາວ ໂດຍໄດ້ສ້າງຜົນກະທົບທີ່ບໍ່ດີຕໍ່ສັງຄົມລາວ.

ຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດຈີນກໍ່ໄດ້ປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດລາວ ໂດຍສອງຝ່າຍໄດ້ຮ່ວມກັນທຳລາຍຈຸດຫຼອກລວງທາງໂທລະຄົມ 09 ຈຸດຢູ່ນະຄອນຫຼວງວຽງຈັນ ແລະ ສາມາດຈັບຜູ້ຕ້ອງຫາຄົນຈີນໄດ້ຈຳນວນ 191 ຄົນໃນທ້າຍເດືອນທັນວາ 2018 ຜ່ານມາ

ໃນຫຼາຍປີມານີ້, ສອງປະເທດ ໄດ້ມີຜົນງານທີ່ໂດດເດັ່ນໃນການປະຕິບັດກົດໝາຍ ແລະຄວາມໝັ້ນຄົງຢ່າງຫຼວງຫຼາຍ ທີ່ເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການປົກປັກຮັກສາຄວາມສະຫງົບກໍຄືການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ.

ປີ 2018 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດສອງປະເທດໄດ້ຮ່ວມກັນມ້າງຄະດີປະເພດຕ່າງໆໄດ້ 30 ກວ່າຄະດີ ໂດຍຝ່າຍລາວໄດ້ຈັບ ແລະມອບຜູ້ຕ້ອງຫາຄົນຈີນໃນຄະດີເສດຖະກິດ, ອາດຍາ ແລະພະນັນທາງອິນເຕີເນັດ 50 ຄົນໃຫ້ແກ່ເຈົ້າໜ້າທີ່ຕຳຫຼວດຈີນເພື່ອໄປດຳເນີນຄະດີຕາມກົດໝາຍ.

ທີ່​ມາ: facebook.com/933205636889162

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ