ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 24 ພຶດສະພາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ແຈ້ງບັນດາຂໍ້ຫ້າມທີ່ຕ້ອງປະຕິບັດຢ່າງເຂັ້ມງວດ



ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າຄະນະສະເພາະກິດນະຄອນຫຼວງ ວຽງຈັນ ໄດ້ແຈ້ງຫ້າມຫຼັກໆກໍ່ຄື ຫ້າມບຸກຄົນເດີນທາງເຂົ້າ-ອອກ ນວ ເຊິ່ງເປັນພື້ນທີ່ ທີ່ມີການແຜ່ລະບາດໃນຊຸມຊົນເປັນວົງກວ້າງ (ບ້ານແດງ), ຍົກເວັ້ນຜູ້ທີ່ໄດ້ຮັບ ອະນຸຍາດຈາກຄະນະສະເພາະກິດສູນກາງ, ນະຄອນຫຼວງ ແລະ ພະແນກສາທາລະນະສຸກນະຄອນ ຫຼວງວຽງຈັນ

ເຊິ່ງເພິ່ນຍັງໄດ້ແຕ້ງຫ້າມເປີດຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານນວດ-ສະປາ, ຮ້ານອິນເຕີເນັດຄາເຟ, ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆຫຼາຍກວ່າ 10 ຄົນໃນເຂດທີ່ໄດ້ຮັບອະນຸຍາດ…ອ່ານຕໍ່

ລາວ ເປັນເຈົ້າພາບ ຮອບແບ່ງກຸ່ມ ການແຂ່ງຂັນເຕະບານຍິງ ຊີງແຊ໋ມອາຊີ ຮອບຄັດເລືອກ 2022



ສປປ ລາວ ໄດ້ຖືກຄັດເລືອກໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນເຕະບານຍິງ ຊີງແຊ໋ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ 2022

ເຊິ່ງມີການກຳນົດການແຂ່ງຂັນໃນເດືອນສິງຫາ 2021, ສ່ວນຮອບສຸດທ້າຍແມ່ນຈະຈັດຢູ່ທີ່ປະເທດອູສະເບກິສຖານ ໃນລະຫວ່າງວັນທີ 2022 ສໍາລັບການຈັບສະຫຼາກການແຂ່ງຂັນດັ່ງກ່າວ ແມ່ນຈະໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...