ຊົມ​ເຊີຍ​ສຸດ​ໃຈ! ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະຕິດຕາມໄມ້ ເຂົ້າ​​-​ອອກ

ທີ່ນະຄອນຫລວງວຽງຈັນ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາ ຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຫາລື ເພື່ອຜ່ານຮ່າງຂໍ້ຕົກລົງໃໝ່ ຂອງກະຊວງອຸດສາຫະກຳການຄ້າ ວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ ໃນຂະບວນການປຸງແຕ່ງ ແລະ ການຄ້າ, ໂດຍມີ ຕົວແທນຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງການກວດກາລັດຖະບານ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງການເງິນ ແລະ ບັນດາຕົວແທນຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ ທົ່ວປະ ເທດເຂົ້າຮ່ວມ.

ທ່ານ ສົມຟອງ ສຸລິວັນ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ຂໍ້ຕົກລົງສະບັບນີ້, ແມ່ນບາດກ້າວໜຶ່ງທີ່ສຳຄັນ ໃນການເພີ່ມທະວີ ການຄວບຄຸມຕ່ອງໂສ້ການສະ ໜອງໄມ້ ໃນຂະແນໜງການປຸ່ງແຕ່ງໄມ້ ແລະ ການຄ້າໄມ້ ຢູ່ ສປປ ລາວ, ຄຽງຄູ່ກັນນັ້ນຍັງເປັນການປະຕິບັດ ແລະ ສົ່ງເສີມນະໂຍບາຍຂອງຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ເຊິ່ງລະບົບການຄວບຄຸມຕ່ອງໂສ້ການສະໜອງໄມ້ ແມ່ນຈະສະແດງໃຫ້ເຫັນແຫລ່ງທີ່ມາຂອງໄມ້ ແລະ ສາມາດຕິດຕາມໄດ້ ໂດຍການກວດສອບຜ່ານຜູ້ຄ້າໄມ້,ການເຄື່ອນຍ້າຍໄມ້ ແລະ ການປຸງແຕ່ງໄມ້ເພື່ອຮັບປະກັນວ່າ ຜະລິດຕະພັນທີ່ປຸງແຕ່ງຈາກໄມ້ ແມ່ນມີຄວາຖືກຕ້ອງຕາມກົດໝາຍຂອງ ສປປ ລາວ.

ທີ່​ມາ: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,