ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 31 ພຶດສະພາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ໃນອະນາຄົດ ລາວອາດມີຕະຫຼາດຮອງຮັບ ຜະລິດຕະພັນພືດເຖິງ 90 ພືດ



ທ່ານ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ໃຫ້ຮູ້ວ່າ: ລາວ-ຈີນ ໄດ້ສຳເລັດອະນຸສັນຍາສອງຝ່າຍ ຊຶ່ງສາມາດສົ່ງອອກພືດ ແລະ ຜະລິດຕະພັນພືດ ໄປ ສປ ຈີນ ມີ 7 ຊະນິດ

ນອກຈາກນີ້ກະຊວງ ກະສິກໍາ ແລະ ປ່າໄມ້, ຍັງສຳເລັດການຮ່າງອະນຸສັນຍາ ເພື່ອລໍຖ້າເຊັນລົງນາມ ໃນການສົ່ງພືດ ແລະ ຜະລິດຕະພັນພືດໄປ ສປ ຈີນ ຕື່ມອີກ 6 ຊະນິດ ແລະໃນອະນາຄົດອາດຈະສືບຕໍ່ເຈລະຈາ ເປີດຕະຫຼາດຫຼາຍເຖິງ 90 ລາຍການ…ອ່ານຕໍ່

ຄຳມ່ວນ ປຶກສາຫາລື ໂຄງການພັດທະນາການທ່ອງທ່ຽວແບບອະນຸລັກທຳມະຊາດໄລຍະ II



ທ່ານ ປ.ອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ຄຳມ່ວນ ທັງເປັນປະທານຄະນະຊີ້ນຳໂຄງການຂັ້ນແຂວງ, ເຊິ່ງໂຄງການພັດທະນາທ່ອງທ່ຽວແບບອະນຸລັກທຳມະຊາດໄລຍະ II ໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງ ຄື: ເມືອງຄູນຄຳ ແລະ ເມືອງນາກາຍ

ໃນເຂດທ່ອງທ່ຽວຖ້ຳກອງລໍ-ນາຕານ ຊຶ່ງໄລຍະເວລາຂອງໂຄງການແມ່ນຮອດເດືອນທັນວາ 2022 ລວມມູນຄ່າຂອງໂຄງການປະມານ 587.230 ເອີໂຣ ໂດຍແມ່ນອົງການຝຣັ່ງ ເພື່ອການພັດທະນາ ຫຼື (AFD) ເປັນຜູ້ໃຫ້ທຶນ…ອ່ານຕໍ່

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.