ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 28 ກໍລະກົດ 2021 | ສຳນັດຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ພາກລັດເລັ່ງຊອກຫາວຽກເຮັດ ໃຫ້ກັບແຮງງານລາວທີ່ກັບມາຈາກຕ່າງປະເທດ

ສຳລັບການເຂົ້າມາຂອງແຮງງານຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເລີ່ມແຕ່ເດືອນ ມີນາ ປີ 2020 ມາຮອດປັດຈຸບັນ ຊຶ່ງໄດ້ແບ່ງເປັນສອງໄລຍະຄື: ໄລຍະທີ 1 ມີແຮງງານເຂົ້າມາ 27.659 ຄົນ, ໄລຍະທີ 2 ມີ 23.445 ຄົນ

ທາງພາກລັດກໍ່ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບແຮງງານ,ການຈ້າງງານ,ການຊອກວຽກເຮັດງານທຳ,ສຶກສາອົບຮົມແນວທາງຂອງພັກ ເພື່ອໃຫ້ເຂົາເຈົ້າຮູ້ໄດ້ເຖິງຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ຕໍ່ບັນດາແຮງງານ,ຕໍ່ກັບພີ່ນ້ອງຮ່ວມຊາດ…ອ່ານຕໍ່

ເມືອງແກ້ວອຸດົມ ແຂວງວຽງຈັນ ເລີ່ມສັກວັກຊິນຮອບ 4 ໃຫ້ກັບ 3 ກຸ່ມເປົ້າໝາຍ

ຫ້ອງການສາທາລະນະສຸກເມືອງແກ້ວອຸດົມ ແຂວງວຽງຈັນໄດ້ຈັດຕັ້ງປະຕິບັດເລີ່ມສັກວັກຊີນຈອນສັນແອນຈອນສັນໃນຕອນເຊົ້າຂອງວັນທີ 27 ກໍລະກົດ ຫາ ວັນທີ 6 ສິງຫາ 2021

ສຳລັບວັກຊີນທີ່ເມືອງແກ້ວອຸດົມໄດ້ຮັບຈາກສາທາລະນະສຸກແຂວງວຽງຈັນໃນຄັ້ງນີ້ ເຊີ່ງໄດ້ຮັບວັກຊິນຊະນິດໃໝ່ເຊັ່ນ:ວັກຊິນຈອນສັນ 3,000 ໂດສ ໃຫ້ກັບ 3 ກຸ່ມເປົ້າໝາຍ ສຳລັບສະຖານທີ່ຮັບວັກຊີນແມ່ນໄດ້ຈັດແບ່ງຈຸດບໍລິການອອກເປັນ 3 ຈຸດ…ອ່ານຕໍ່

ນະຄອນປາກເຊ  ແຂວງຈຳປາສັກ ທະຍອຍສັກວັກຊີນຈຶນສັນແອນຈອນສັນທີ່ໄດ້ຮັບ 19.250 ໂດສ

ນະຄອນປາກເຊ ເປັນເຂດໜຶ່ງທີ່ມີປະຊາກອນໜາແໜ້ນກວ່າໝູ່ ຂອງແຂວງຈຳປາສັກ ແລະ ໄດ້ຮັບວັກຊີນ ຈອນສັນ ແອນ ຈອນສັນ ທີ່ທາງແຂວງແບ່ງປັນໃຫ້ ຈຳນວນ 19,250 ໂດສ ເຊິ່ງຈະໄດ້ເລິ່ມສັກໃຫ້ແກ່ກຸ້ມເປົ້າໝາຍ

ເຊິ່ງປະຊາຊົນໃຫ້ຄວາມຮ່ວມມືເປັນຢ່າງດີ ແລະ ມີການຕື່ນໂຕມາຮັບວັກຊີນພໍສົມຄວນ, ຈະສືບຕໍ່ສັກວັກຊິນໄປຈົນເຖິງວັນທີ 3 ສິງຫາ 2021 ແລະຈະສືບຕໍ່ທະຍອຍສັກໃຫ້ຄົບ…ອ່ານຕໍ່

ເມືອງຫີນເຫີບ ແຂວງວຽງຈັນ ເປີດຂະບວນສັກວັກຊິນໂຄວິດ-19 ຈອນສັນແອນຈອນສັນ

ສໍາລັບເມືອງຫີນເຫີບໄດ້ຮັບວັກຊີນຊະນິດ Johnson & Johnson ຈໍານວນ 3.000 ໂດສ ກຸ່ມເປົ້າໝາຍທີ່ເຂົ້າມາສັກແມ່ນອາຍຸ 18 – 60 ຂຶ້ນໄປຜູ້ທີ່ມີພະຍາດປະຈໍາຕົວ, ພະຍາດຊ້ຳເຮື້ອ ແລະ ມີຄວາມສຽງມີຈໍານວນ 3.984 ຄົນ

ການສັກວັກຊິນປ້ອງກັນໂຄວິດ-19 ໄດ້ແບ່ງອອກເປັນ 6 ຈຸດບໍລິການຄື ໂຮງໝໍເມືອງ, ໂຮງໝໍນ້ອຍໂພນຄໍາ,ໂຮງໝໍນ້ອຍນາຊໍາ, ໂຮງໝໍນ້ອຍສົມສະໜຸກ, ໂຮງໝໍນ້ອຍໂພນທອງ ແລະ ໂຮງໝໍນ້ອຍຜາບ່ອງ ການສັກວັກຊິນປ້ອງກັນໂຄວິດ – 19 ຮອບທີ 3 ນີ້ແມ່ນຈະໄດ້ສັກຈົນຮອດວັນທີ 30 ກໍລະກົດ 2021…ອ່ານຕໍ່

ຈາກການປູກລຳໄຍເປັນສິນຄ້າເພື່ອຂາຍ ໄດ້ລາຍຮັບ 80 ລ້ານກີບຕໍ່ປີ

ຄອບຄົວທ່ານ ໂລພາມ ຢູ່ບ້ານພຽງໂຮມB ເມືອງຊຽງຄໍ້ ແຂວງຫົວພັນ ເປັນຄອບຄົວໜື່ງທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການປູກໄມ້ໃຫ້ໝາກທີ່ມີລາຍຮັບດີ ໄດ້ຮັບການເຊື່ອມຊຶມຈາກລັດຖະບານໃນການເພື່ອຄ້າ

ໄດ້ຮັບການແນະນຳຈາກ ສ ຫວຽດນາກ່ຽວກັບເຕັກນິກຕ່າງໆບໍ່ວ່າຈະເປັນການບົວລະບັດ, ຕັດຫງ່າ, ໃສ່ຝຸ່ນ ທີ່ເຮັດໃຫ້ປົນຜະລິດດີຂຶ້ນ…ອ່ານຕໍ່

ສສຂ ບໍລິຄຳໄຊ ມອບເຄື່ອງອຸປະໂພກ-ບໍລິໂພກ ຊຸກຍູ້ທີມງານແພດ ຢູ່ສູນສູນກັກກັນໂຄວິດ-19

ຢູ່ສູນກັກກັນພະຍາດໂຄວິດ-19 ໂຮງຮຽນບ້ານໄຊມຸງຄຸນ ເມືອງປາກຊັນ ແຂວງບໍລິຄຳໄຊ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ນຳເຄື່ອງຊ່ວຍເຫຼືອ ໄປມອບໃຫ້ຄະນະທີມງານແພດ, ໝໍ ທີ່ປີ່ນປົວຄົນເຈັບ

ເປະກອບມີຜ້າຫົ່ມ 100 ຜືນ, ມຸ້ງ 8 ຜືນ ແລະ ນ້ຳດື່ມ 20 ແກັດ ເຊິ່ງຈຸດປະສົງກໍ່ເພື່ອເປັນການຊຸກຍູ້, ສົ່ງເສີມ ໃຫ້ກຳລັງໃຈແພດ, ໝໍ ແລະ ຄະນະທີມງານ ທີ່ຢູ່ສູນກັກກັນ ໄດ້ນຳໃຊ້ເຂົ້າໃນກິດຈະວັດປະຈຳວັນ…ອ່ານຕໍ່

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.