3 ແອັບພິເຄຊັນ ທີ່ຈະຊ່ວຍເຮັດໃຫ້ການຮຽນງ່າຍຂຶ້ນ

ໃນຊ່ວງລະບາດຂອງເຊື້ອພະຍາດໂຄວິດ-19 ແບບນີ້ ຫຼາຍໂຮງຮຽນ ແລະສະຖາບັນການສຶກສາຕ່າງໆໃນລາວ ກໍ່ຕ້ອງໃຫ້ນັກຮຽນຮຽນອອນລາຍ ເຊິ່ງເຮົາຈະມາແນະນຳແອັບທີ່ຈະເຮັດໃຫ້ການຮຽນໃນຍຸກນີ້ງ່າຍຂຶ້ນ

“ຄັງປັນຍາລາວ” ຍຸກທີ່ຕ້ອງຊື້ປຶ້ມແບບຮຽນແພງໆໃຫ້ລູກ-ໃຫ້ຫຼານໝົດໄປແລ້ວ, ເພາະແອັບພິເຄຊັນ ຄັງປັນຍາລາວ ມີປຶ້ມແບບຮຽນສາມັນສຶກສາທຸກຂັ້ນ ແລະທຸກວິຊາ ຖ້າລືມປຶ້ມໄປໂຮງຮຽນ ກໍສາມາດເຂົ້າເບິ່ງໃນແອັບນີ້ງ່າຍໆ ເພາະຍຸກນີ້ຄືຍຸກຂອງດິຈິຕອນ

“Photomath” ເປັນອີກແອັບໜຶ່ງທີ່ຈະຄິດໄລ່ເລກແທນເຮົາ ບໍ່ວ່າຈະເປັນເລກງ່າຍໆບວກ, ລົບ, ຄູນ, ຫານ ຫຼືບັ້ງເລກຢາກໆຕ່າງໆ ພຽງແຕ່ເຂົ້າແອັບແລ້ວສະແກນກໍ່ຈະໄດ້ທັງຄຳຕອບ ແລະວິທີການຄິດໄລ່

“Google Translate” ແອັບແປພາສາຍອດນິຍົມ ທີ່ທຸກຄົນຕ້ອງຮູ້ຈັກ, ໃນອາດີດເຄີຍມີຄຳເວົ້າທີ່ວ່າ “ຕ້ອງຈື່ຄຳສັບທຸກໂຕໃນວັດ​ຈະ​ນາ​ນຸ​ກົມ (Dictionary) ຈຶ່ງຈະເກັ່ງພາສາຕ່າງໆ” ແຕ່ວ່າຍຸກດິຈິຕອນຄືຍຸກແຫ່ງການປ່ຽນແປງ ບໍ່ຮູ້ພາສາໃດພຽງແຕ່ເປີດໃຊ້ Google Translate ກໍ່ແປໄດ້ທຸກພາສາແລ້ວ ເຊິ່ງແນ່ນອນວ່າໃຜທີ່ຍັງຈື່ວັດຈະນານຸກົມໄດ້ທັງໝົດກໍ່ຖືເປັນການດີໄປໃນໂຕ

ຍຸກການຮຽນແບບໃຫມ່ແມ່ນຕ້ອງໄດ້ປ່ຽນໄປຕາມສະພາບແວດລ້ອມໃນປັດຈຸບັນ, ລອງໂຫລດມາໃຊ້ກັນເດີ້ ເພາະການຮຽນ, ການສອນຈະງ່າຍຂຶ້ນຫຼາຍເທົ່າ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...