Tuesday, March 18, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 27 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເຈົ້າແຂວງບໍລິຄຳໄຊ ຊີ້ນຳຕິດຕາມ ແລະຮັບຕ້ອນແຮງງານທີ່ກັບຄືນປະເທດ

ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍ ຫົວໜ້າຄະນະສະເພາະກິດຂັ້ນແຂວງ-ເມືອງ ແລະ ພາກສ່ວນກ່ຽວຂ້ອງ ລົງຕິດຕາມແຮງງງານລາວທີ່ເດີນທາງກັບຄືນປະເທດ ຢູ່ດ່ານສາກົນປາກຊັນ-ບຶງການ

ທ່ານເຈົ້າແຂວງ ຍັງໄດ້ຊີ້ນຳໃຫ້ເອົາໃຈໃສ່ການໂຄສະນາເຜີຍແຜ່, ກ່ຽວກັບການເກັບຄ່າບໍລິການດ້ານຕ່າງໆ ຕໍ່ກັບແຮງງານທີ່ຈະກັບຄືນປະເທດ ເນື່ອງຈາກແຂວງບໍລິຄຳໄຊແມ່ນບໍ່ມີການເກັບຄ່າບໍ່ລິການ… ອ່ານຕໍ່

ເມືອງປາກກະດິງ ມອບເງິນຊ່ວຍເຫຼືອສຸກເສີນແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19

ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງປາກກະດິງ ແຂວງບໍລິຄຳໄຊ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ຈັດພິທີມອບເງີນຊ່ວຍເຫຼືອສຸກເສີນ ເພື່ອບັນເທົາທຸກ ແກ່ຄອບຄົວທີ່ທຸກຍາກອານາຖາ 10 ບ້ານ

ເຊິ່ງມີ 21 ຄອບຄົວ, ຄອບຄົວລະ 250.000 ກີບ ມອບໂດຍ ທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ຮັບໂດຍຕາງໜ້າແຕ່ລະຄອບຄົວ…ອ່ານຕໍ່

ສສ ຫວຽດນາມ ມອບ 100 ລ້ານດົ້ງ ໃຫ້ແຂວງເຊກອງ ເຂົ້າໃນວຽກງານຕ້ານໂຄວິດ-19

ຄະນະພັກ-ອົງການປົກຄອງແຂວງກອນຕູມ ສສ ຫວຽດນາມ ມອບເງິນຈໍານວນ 100 ລ້ານດົ້ງເພື່ອປະກອບສ່ວນໃຫ້ແຂວງເຊກອງນໍາໃຊ້ເຂົ້າໃນການປ້ອງກັນ, ຄວບຄຸມ ແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19

ທີ່ຫ້ອງວ່າການແຂວງເຊກອງ ຊຶ່ງຕາງໜ້າການນໍາແຂວງກອນຕູມມອບໂດຍ ທ່ານ ດິນ ຊວນ ງິ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍານະຄອນປາກເຊ ແຂວງຈໍາປາສັກ ແລະກ່າວຮັບແມ່ນທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ…ອ່ານຕໍ່

ເມືອງຊົນນະບູລີ ເຂດເນື້ອທີ່ຕໍ່າແລະເສັ້ນທາງໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ເນື່ອງຈາກວ່າໄດ້ຮັບອິດທີ່ພົນຈາກພະຍຸເຈີມປາກາທີ່ພັດຜ່ານໃນວັນທີ 23-24 ກໍລະກົດ 2021 ເຮັດໃຫ້ຝົນໄດ້ຕົກໜັກຫາປານກາງເປັນເວລາ 2 ວັນ ຈິ່ງສົ່ງຜົນເຮັດໃຫ້ແມ່ນໍ້າສາຍຕ່າງໆ ທີ່ເປັນສາຂາຂອງແມ່ນໍ້າເຊຊັງຊອຍເພີ່ມປະລິມານຂຶ້ນ

ສົ່ງຜົນໃຫ້ລະດັບນໍ້າໄດ້ເພີ່ມຂຶ້ນຈົນລົ້ນຝັ່ງ ແລະໄຫຼເຂົ້າຖ້ວມບ້ານເຮືອນ ໄຮ່ນາ ຮົ້ວສວນ ຂອງພໍ່ແມ່ປະຊາຊົນ ທີ່ຢູ່ບ່ອນຕໍ່າລຽບແຄມເຊຊັງຊອຍ ພາຍໃນເມືອງຊົນນະບູລີ ຊຶ່ງມີ: ບ້ານ ທ່າຄໍາເຫຼື້ອມ, ກອງປະທຸມວັນ, ໂຄກຫົວຊ້າງ, ຊຽງຮົ່ມ ແລະ ບ້ານບຶງຊ້າງ…ອ່ານຕໍ່

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.