ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 26 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ແຂວງຈຳປາສັກ ໄດ້ຮັບຊຸດຕຽງນອນ ແລະອຸປະກອນທາງການແພດ ເຂົ້າຊ່ວຍໃນວຽກງານໂຄວິດ-19

ອົງການປົກຄອງແຂວງຈຳປາສັກ ໄດ້ຮັບຊຸດຕຽງນອນ 200 ຊຸດ, ຈາກກະຊວງສາທາລະນະສຸກ ເຊິ່ງມີ ຕຽງເຈ້ຍ 100 ຕຽງ, ຕຽງເຫລັກສຳລັບໂຮງໝໍພາກສະໜາມ 80 ຕຽງ ແລະ ຕຽງແພດ 20 ຕຽງ

ອົງການປົກຄອງນະຄອນຫລວງວຽງຈັນ ຍັງໄດ້ມອບຊຸດຕຽງນອນ ຈຳນວນ 50 ຕຽງ ແລະ ອຸປະກອນທາງການແພດ 2.500 ຊຸດ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ສະ ກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ…ອ່ານຕໍ່

ເມືອງວິລະບູລີ ປະສົບກັບໄພນໍ້າຖ້ວມ ເນື່ອງຈາກເກີດຝົນຕົກໜັກຕິດຕໍ່ກັນຫຼາຍມື້

ເນື່ອງຈາກໄດ້ຮັບອິດທິພົນຂອງພາຍຸໝູນເຂດຮ້ອນ ເຈີມປາກາ ເຮັດໃຫ້ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີກໍາລັງແຮງພັດປົກຄຸມພາກກາງ ແລະ ພາກໃຕ້ຂອງປະເທດລາວໃນໄລຍະ 2-3 ວັນທີ່ຜ່ານມາ ຈຶ່ງເຮັດໃຫ້ເກີດມີຝົນຕົກຕິດຕໍ່ກັນ

ເຊິ່ງໃນເຂດເມືອງວິລະບູລີ ແຂວງສະຫວັນນະເຂດ ຝົນແມ່ນໄດ້ເລີ່ມຕົກລິນນັບແຕ່ວັນທີ 22 ກໍລະກົດ ເປັນຕົ້ນມາ ຈຶ່ງໄດ້ເຮັດລະດັບນໍ້າຕາມສາຍຫ້ວຍນ້ອຍໃຫຍ່ຕ່າງໆ ໄດ້ເພີ່ມລະດັບສູງຂຶ້ນລົ້ນຝັ່ງໄຫຼອອກຖ້ວມໄຮ່ນາຮົ້ວສວນພື້ນທີ່ເຮັດການຜະລິດ…ອ່ານຕໍ່

ຍົກຍ້າຍ ປະຊາຊົນບ້ານຖ້ຳເດັ້ງເມືອງກະລຶມ ເຂົ້າເປັນພົນລະເມືອງໆລະມາມ ແຂວງເຊກອງ

ບ້ານຖ້ຳເດັ້ງເປັນບ້ານໜຶ່ງທີ່ຂຶ້ນກັບການປົກຄອງເມືອງກະລຶມ ແຂວງເຊກອງ ແລະຖືກຜົນກະທົບຈາກໂຄງການພະລັງງານໄຟຟ້າຄວາມຮ້ອນ ເຊກອງ ຈຳກັດ ຈິງໄດ້ຍົກຍ້າຍຈາກບ່ອນເກົ່າຍ້ອນເປັນເຂດພັດທະນາໂຄງການ

ໃນການໄປຍົກຍ້າຍໄປຢູ່ບ່ອນໃໝ່ຕາມຄວາມເຫັນດີເປັນເອກະພາບຂອງປະຊາຊົນ ການຈັດຕັ້ງປະຕິບັດຍົກຍ້າຍປະຊາຊົນບ້ານຖ້ຳເດັ້ງໂດຍລວມບ້ານຖ້ຳເດັ້ງ ມີພົນເມືອງທັງໝົດ 409 ຄົນ 26 ຫຼັງຄາເຮືອນ…ອ່ານຕໍ່

ຜະລິດຕະພັນໄມ້ປ່ອງ ບ້ານໂພນສະອາດ ເມືອງໂຂງ ຖືກຮັບຮອງເປັນສິນຄ້າແຫ່ງຊາດ

ທີ່ບ້ານໂພນສະອາດ ເມືອງໂຂງ ແຂວງຈຳປາສັກ ອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ປະຊາຊົນພາຍໃນບ້ານ ກໍຄືກຸ່ມກັດຖະກຳຈັກສານໄມ້ປ່ອງ ໄດ້ພ້ອມກັນເຂົ້າຮ່ວມພິທີເປີດປ້າຍກາໝາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ODOP)

ເຊິ່ງໄລຍະຜ່ານມາເມືອງໂຂງ ສາມາດຕິດກາໝາຍ ODOP  ໄດ້ຈໍານວນ 3 ຜະລິດຕະພັນ ຄື: ກຸ່ມຜະລິດເສັ້ນເຝີ ບ້ານຫາງຂະເໝົາໂພນຈຳປາ, ກຸ່ມຜະລິດນໍ້າຕານກ້ອນ ບ້ານຫີນສີ່ວ, ກຸ່ມຜະລິດເຫຼົ້າຂາວດອນໂຂງ ບ້ານດົງ, ສໍາລັບກຸ່ມຜະລິດຫັດຖະກໍາຈັກສານໄມ້ປ່ອງ ບ້ານໂພດສະອາດ ແມ່ນເປັນກຸ່ມທີ 4 ຂອງເມືອງທີ່ຖືກຮັບຮອງເປັນສິນຄ້າ ODOP ບົນຫຼັກການໃນການຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ…ອ່ານຕໍ່

ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ລົງຊຸກຍູ້ໂຄງການກໍ່ສ້າງທາງລົດໄຟທີ່ແຂວງອຸດົມໄຊ

ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໄດ້ຂີ່ລົດໄຟທີ່ຮັບໃຊ້ຢູ່ພາຍໃນໂຄງການກໍ່ສ້າງ ຈາກນະຄອນຫຼວງພະບາງມາ ເມືອງງາ, ເມືອງໄຊ ແລະ ເມືອງນາໝໍ້ ເພື່ອເຄື່ອນໄຫວເບິ່ງການກໍ່ສ້າງເສັ້ນທາງ ແລະ ບັນດາສະຖານີລົດໄຟ ຢູ່ແຂວງອຸດົມໄຊ

ໂດຍສະເພາະແມ່ນ ເບິ່ງຄວາມຄືບໜ້າ ແລະ ຄວາມພ້ອມຮອບດ້ານໃນການກະກຽມເປີດການນຳໃຊ້ ເຊິ່ງກຳນົດແມ່ນວັນທີ 2 ທັນວາປີ 2021 ເຊິ່ງໂຄງການທັງໝົດແມ່ນດຳເນີນໄປຕາມແຜນ ສຳລັບວຽກກໍ່ສ້າງເສັ້ນທາງລົດໄຟແມ່ນຄືບໜ້າແລ້ວ 99%…ອ່ານຕໍ່

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.