Tuesday, March 18, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 24 ກໍລະກົດ 2021 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ແຂວງ​ຫຼວງ​ນ້ຳ​ທາ​​ເລັ່ງ​ຟື້ນ​ຟູ​​ພື້ນ​ຖານ​ໂຄງ​ລ່າງ​ ທີ່ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ນ້ຳ​ຖ້ວມ

ພາຍ​ຫຼັງ​ທີ່ຝົນຕົກໜັກຢ່າງ​ຕໍ່​ເນື່ອງ ເຮັດໃຫ້ນ້ຳ​ຖ້ວມກະ​ທັນ​ຫັນຢູ່ໃນ​ຫຼາຍ​ເມືອງຂອງແຂວງຫຼວງນ້ຳທາ ຊຶ່ງ​ປັດ​ຈຸ​ບັນ​ນີ້​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ຫຼວງ​ນ້ຳ​ທາ​ກຳ​ລັງ​ເລັ່ງຊ່ວຍ​ເຫຼືອ​ຜູ້​ໄດ້​ຮັບ​ຜົນ​ກະ​ທົບ ແລະ ​ຟື້ນ​ຟູ​ພື້ນ​ຖານ​ໂຄງ​ລ່າງ​

ສະ​ເພາະ​ຢູ່​ເມືອງ​ລອງ​ແຂ​ວງ​ຫຼວງ​ນ້ຳ​ທາໄດ້​ຮັບ​ຜົນ​ກະ​ທົບຈາກ​ນ້ຳ​ຖ້ວມ​ໃນ​ຄັ້ງ​ນີ້​ປະ​ກອບ​ມີເຮືອນ 10 ຫຼັງ, ສວນ​ອ້ອຍ 10 ເຮັກ​ຕາ, ເນື້ອ​ທີ່​ນາ​ປີ 30 ເຮັກ​ຕາ, ຊົນ​ລະ​ປະ​ທານ 70 ແຫ່ງ, ໂຮງງານຄົບຫີນ 1 ຊຸດ, ລົດດາມ ຈໍານວນ 3 ຄັນ, ລົດຈົກ 2 ຄັນ, ລົດຕັກ 1 ຄັນ, ເຄື່ອງເຈາະຫີນ 6 ເຄື່ອງ  ແລະ ອື່ນໆລວມມູນຄ່າຄວາມເສຍຫາຍປະມານ 5 ແສນໂດລາ…ອ່ານຕໍ່

ຈຳປາສັກ ກຽມສ້າງອຸທິຍານດອກຈຳປາ ທີ່ວັດພູຈຳປາສັກ ເນື້ອທີ່ 49.904 ​ຕາແມັດ

ອຳນາດ​ການ​ປົກ​ຄອງແຂວງຈຳປາສັກ ມີ​ແຜນ​ຈະ​ສ້າງສວນອຸທິຍານ ດອກຈຳປາ ຕິດພັນກັບ ການທ່ອງທ່ຽວ ຢູ່​ເຂດມໍລະດົກໂລກ ວັດພູຈຳປາສັກ ເພື່ອພັດທະນາຕາມທິດສີຂຽວ ແລະ ຍືນຍົງ

ຊຶ່ງດອກ​ຈຳ​ປາ​ນີ້​ແມ່ນດອກ​ໄມ້​ປະ​ຈຳ​ຊາດ​ຂອງ​ປະ​ເທດ​ລາວ ໂດຍ​ມີ​ການ​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່​ຽວ​ກັບ​ໂຄງ​ການ​ສ້າງ​ສວນ​ອຸ​ທິ​ຍານ​ດັ່ງ​ກ່າວ​ເມື່ອ​ມໍ່ໆ​ມາ​ນີ້ ເຊິ່ງມີແຜນປູກເບື້ອງຕົ້ນໃນເນື້ອທີ່ 49.904 ​ຕາແມັດ ໂດຍ​ມີ​ຕົ້ນ​ຈຳ​ປາ​ທີ່​ຈະ​ປູກ​ຈຳ​ນວນ 1.268 ຕົ້ນ…ອ່ານຕໍ່

ເມືອງໄຊບູລີ ແຂວງສະຫວັນ ມີຜູ້ທີ່ເປັນແຮງງານເຖື່ອນເຖິງ 70% ໃນເມືອງ

ເມືອງໄຊບູລີເປັນເມືອງໜຶ່ງໃນ 3 ເມືອງ ແລະ ໜຶ່ງນະຄອນຢູ່ແຂວງສະຫວັນນະເຂດທີ່ມີຊາຍແດນຕິດກັບປະເທດໄທໂດຍມີແມ່ນໍ້າຂອງເປັນເຂດກັ້ນຊາຍແດນ ຊຶ່ງພາຍໃນເມືອງໄຊບູລີ ມີ 8 ບ້ານລຽບຕາມຊາຍແດນໂດຍມີຄວາມຍາວ 20 ກວ່າກິໂລແມັດ

ທ່ານ ອ່ອນລໍາພັນ ບົວສີແກ້ວ ເລຂາພັກເມືອງ ເຈົ້າເມືອງໄຊບູລີ ຍັງໄດ້ໃຫ້ຮູ້ອີກວ່າ: ພາຍໃນເມືອງມີແຮງງານລາວໄປເຮັດວຽກຢູ່ປະເທດໄທປະມານ 7.000 ຄົນ ຊຶ່ງ 70% ຂອງແຮງງານດັ່ງກ່າວແມ່ນແຮງງານເຖື່ອນ…ອ່ານຕໍ່

ລັດຖະບານກຽມຮັບມືກັບຜູ້ຕິດເຊື້ອໂຄວິດ-19 ໂດຍສະເພາະໄລຍະນີ້ທີ່ມີແຮງງານນຳເຂົ້າຫຼາຍ

ປະເທດລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 100 ຄົນໃນແຕ່ລະວັນ ໂດຍສະເພາະແມ່ນກວດພົບຈາກແຮງງານນໍາເຂົ້າຢູ່ ແຂວງຈໍາປາສັກ, ສະຫວັນນະເຂດ ແລະ ແຂວງສາລະວັນ

ດັ່ງນັ້ນເພື່ອກຽມຄວາມພ້ອມຮັບມືກັບຜູ້ຕິດເຊື້ອ ລັດຖະບານລາວໄດ້ສະເໜີໃຫ້ອໍານາດການປົກຄອງບັນດາແຂວງພາກກາງ ແລະ ພາກໃຕ້ ຄົ້ນຄົ້ວາເພີ່ມສູນຈໍາກັດບໍລິເວນ, ໂຮງໝໍພາກສະໜາມ, ລະດົມບຸກຄະລາກອນການແພດ ແລະກຽມຮັບວັກຊີນທີ່ກຳລັງຂົນສົ່ງໄປໃນແຕ່ລະແຂວງ…ອ່ານຕໍ່

ດິນຍຸບທີ່ເມືອງພູກູດ ແຂວງຊຽງຂວາງ ສາເຫດເກີດຈາກການໄປລັກລອບຂຸດຄົ້ນແຮ່ຄຳ

ຈາກ​ກໍ​ລະ​ນີ​ທີ່​ດິນ​ໄດ້​ຍຸບ​ທັບ​ປະ​ຊາ​ຊົນ​ເມືອງ​ພູ​ກູດ ແຂວງ​ຊຽງ​ຂວາງ 7 ຄົນທີ່​ຜ່ານ​ມາ ​ສາເຫດແມ່ນຍ້ອນ​ໄປ​ລັກ​ລອບ​ຂຸດ​ຄົ້ນ​ແຮ່​ຄຳ ຢູ່​ພູ​ສູນ ບ້ານ​ໄລ​ທອງ ເມືອງ​ພູ​ກູດນັ້ນ ຮອດ​ປັດ​ຈຸ​ບັນນິ້​ຍັງ​ບໍ່​ຮູ້​ຊາ​ຕາ​ກຳ ຍ້ອນ​ວ່າ​ບໍ່​ສາ​ມາດ​ຂຸດ​ຄົ້ນຫາ​ໄດ້​ເພາະ​ສະ​ຖານ​ທີ່​ບໍ່​ເອື້ອ​ອຳ​ນວຍ

ທ່ານ​ ສຸ​ລິ​ຊາ ຈັນ​ທະ​ປັນ​ຍາ ກຳ​ມະ​ການ​ພັກ​ເມືອງ​ພູ​ກູດ ຍັງໄດ້ລາຍງານວ່າ: ເຫດ​ການ​ດິນ​ຍຸບ​ດັ່ງ​ກ່າວ​ເກີດ​ຂຶ້ນ​ເວ​ລາ​ປະ​ມານ 14 ໂມງ​ຂອງວັນ​ທີ 18 ກໍ​ລະ​ກົດ 2021 ທີ່​ຜ່ານ​ມາ​ໂດຍ​ມີ​ປະ​ຊາ​ຊົນ 7 ຄົນຖືກ​ດິນ​ຍຸບ​ທັບ ຊຶ່ງ 5 ຄົນ​ແມ່ນປະ​ຊາ​ຊົນ​ບ້ານ​ໂຈຍ, ບ້ານ​ບົງ 1 ຄົນ ແລະ ບ້ານ​ເມືອງ​ສິງ 1 ຄົນ…ອ່ານຕໍ່

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.