ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 23 ກໍລະກົດ 2021 | ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຄວາມຄືບໜ້າ ໂຄງການທະລຸ ແລະຍົກລະດັບເສັ້ນທາງລຽບຊາຍແດນລາວ-ຫວຽດນາມ

ໂຄງການທະລຸ ແລະຍົກລະດັບເສັ້ນທາງລຽບຊາຍແດນລາວ-ຫວຽດນາມແຂວງເຊກອງ ມີຄວາມຍາວທັງໝົດ 101 ກິໂລແມັດ, ໄດ້ເລີ່ມລົງມືປະຕິບັດມາແຕ່ເດືອນກຸມພາ 2020 ມາຮອດກໍລະກົດ 2021

ໂຄງການດັ່ງກ່າວໄລຍະເວລາການກໍ່ສ້າງທັງໝົດ 4 ປີ, ມີມູນຄ່າທັງໝົດ 200 ກວ່າຕື້ກີບ ໂດຍນໍາໃຊ້ທຶນຂອງລັດຖະບານແຫ່ງ ສປປ ລາວ 100% ວຽກທົ່ວໄປປະຕິບັດໄດ້ 9,1%; ວຽກດິນປະຕິບັດໄດ້ 5,71%; ວຽກໂຄງສ້າງຂົວປະຕິບັດໄດ້ 3,08%…ອ່ານຕໍ່

ກອງບັນຊາການທະຫານແຂວງສະຫວັນນະເຂດ ຢ້ຽມຢາມພະນັກງານທີ່ເສຍອົງຄະປະຈຳສູນເຊ 17

ການຢ້ຽມຢາມຄັ້ງນີ້ເພື່ອສະແດງຄວາມຮູ້ບຸນຄຸນ,ຜົນງານ,ຄຸນງາມຄວາມດີຕໍ່ພະນັກງານປະຕິວັດອາວຸດໂສທີ່ເສຍສະຫຼະເລືອດເນື້ອ ເພື່ອປົດປ່ອຍປະເທດຊາດອອກຈາກການກົດຂີ່ຂຸດຮີດຂອງພວກຈັກກະພັດຕ່າງດ້າວ ທີ່ບ້ານໂນນໄຊ ເມືອງພີນ ແຂວງສະຫວັນະເຂດ

ຄະນະກອງບັນຊາການທະຫານແຂວງສະຫວັນະເຂດ ກໍ່ໄດ້ນຳເອົາເຂົ້າສານຈ້າວຈຳນວນ 30 ກະສອບນ້ອຍພ້ອມເຄື່ອງຕ້ອນຂອງຝາກ ແລະ ເງິນສົດຈຳນວນໜຶ່ງມາມອບໃຫ້ໂດຍແມ່ນ ທ່ານ ເດີນກາ ພົມມະລີນ ຫົວໜ້າສູນເສຍອົງຄະເຊ 17…ອ່ານຕໍ່

ກອງພັນ 617 ປັກດຳເຂົ້ານາປີຕາມລະດູການ ກຸ້ມຢູ່ກຸ້ມກິນ

ຄະນະພັກ-ຄະນະບັນຊາກອງພັນ 617 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ເປັນເອກະພາບກັນຈັດຕັ້ງພະນັກງານ-ນັກຮົບ ພາຍໃນກົມກອງຂອງຕົນ ປັກດຳເຂົ້ານາປີໃຫ້ທ່ວງທັນກັບລະດູການ ສຸ່ມໃສ່ການປັກດຳເຂົ້ານາປີໃນເນື້ອທີ່ທັງໝົດ 13 ເຮັກຕາ

ເຊີ່ງນຳໃຊ້ແນວພັນທັງໝົດ 1,200 ກິໂລ, ໂດຍນຳທຶນຮອນ ພາຫະນະ ແລະ ແຮງງານ ພາຍໃນກົມກອງ 100%  ລົງມືປັກດຳຕົວຈິງໃຊ້ເວລາ 7 ວັນ ແມ່ນສຳເລັດ 100% ທັງນີ້ ເພື່ອປະຕິບັດຕາມຄຳຂວັນທີ່ວ່າ: ເພີ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງກົມໃຫຍ່ພະລາທິການກອງທັບວາງອອກ…ອ່ານຕໍ່

ທ່ານຮອງເຈົ້າເມືອງປາກທາ ລົງຕິດຕາມຊູກຍູ້ການສອບເສັງຈົບຊັ້ນ ມ 4 ຢູ່ສູນ ມສ ກ້ອນຕື່ນ

ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມ ພ້ອມຄະນະ ໄດ້ລົງຕິດຕາມສຸກຍູ້ການສອບເສັງຈົບຊັ້ນ  ມ 4 ຢູ່ສູນ ມສ ກ້ອນຕື່ນ ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກຄະນະອຳນວຍການໂຮງຮຽນເຊິງໂຮງຮຽນ

ໄດ້ເນັ້ນໜັກໃຫ້ຄະນະອຳນວຍການຄູອາຈານ ແລະ ຄະນະຮັບຜິດຊອບຕ້ອງໄດ້ເອົາໃຈໃສ່ເພີ່ມຄວາມຮັບຜິດຊອບ ປະຕິບັດລະບຽບການສອບເສັງທີວາງອອກຢ່າງເຂັ້ມງວດ, ຕິດຕາມກວດກາຈໍານວນ ນັກສອບເສັງໃຫ້ມາສອບເສັງທັນໂມງເວລາ ເອົາໃຈໃສ່ປະຕິບັດໂມງເວລາ ຫຼັງຈາກສອບເສັງສຳເລັດຕ້ອງນຳບົດຕອບຂອງນັກຮຽນມາກວດກາໃຫ້ລະອຽດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...