​​ປີ 2018 ຜ່ານ​ມາ ລັດເກັບ​ອ​າ​ກອນທົ່ວ​ປະ​ເທດ ບໍ່​ໄດ້​ຕາມ​ເປົ້າ

ການເກັບລາຍຮັບສ່ວຍສາອາກອນທົ່ວປະເທດ ບັນລຸພຽງ​ແຕ່ 93,14 ສ່ວນຮ້ອຍ

ການຈັດເກັບລາຍຮັບສ່ວຍສາອາກອນທົ່ວປະເທດ ສຳລັບປີ 2018 ໄດ້ບັນລຸ 93,14 ສ່ວນຮ້ອຍຂອງແຜນການປີ, ຊຶ່ງເທົ່າກັບ 10,8 ຕື້ກີບ, ໃນຂະນະຕົວເລກແຜນການປີທີ່ຕັ້ງໄວ້ແມ່ນ 11,6 ຕື້ກີບ.

ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກ່າວໃນກອງປະຊຸມວຽກງານສ່ວຍສາອາກອນທົ່ວປະເທດ ປະຈຳປີ 2018 ທີ່ ນະຄອນຫລວງວຽງຈັນ, ໃນວັນທີ 14 -15 ມັງກອນ 2019 ນີ້ວ່າ: ວຽກງານສ່ວຍສາອາກອນ ແມ່ນມີບົດບາດສຳຄັນທີ່ສຸດໃນລະບົບການເງິນແຫ່ງລັດ ເພາະເຮັດໜ້າທີ່ຂຸດຄົ້ນບັນດາແຫລ່ງລາຍຮັບເຂົ້າງົບປະມານ ເພື່ອຕອບສະໜອງໃຫ້ແກ່ການເບີກຈ່າຍງົບປະມານ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຢູ່ສປປ ລາວ, ລາຍຮັບສ່ວຍສາອາກອນ ໄດ້ກວມເອົາຫລາຍກວ່າເຄິ່ງໜຶ່ງຂອງລາຍຮັບງົບ ປະມານທັງໝົດ, ເຊິ່ງໃນແຕ່ລະປີກໍມີລັກສະນະເພີ່ມຂຶ້ນ ແລະ ໃນປີ 2018 ກໍມີຫລາຍແຂວງທີ່ປະຕິ ບັດການເກັບລາຍຮັບໄດ້ດີເດັ່ນລື່ນຕົວເລກແຜນການທີ່ວາງໄວ້ ເປັນຕົ້ນແມ່ນ ແຂວງຜົ້ງສາລີ, ບໍ່ແກ້ວ, ຫົວພັນ ແລະ ວຽງຈັນ ສາມາດປະຕິບັດໄດ້ລື່ນແຜນການ 20-24%. ໃນຂະນະດຽວກັນ ແຂວງຫລວງພະບາງ, ຫລວງນ້ຳທາ, ອຸດົມໄຊ, ຊຽງຂວາງ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ກໍປະຕິບັດໄດ້ລື່ນແຜນການ 1-9%.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...