ເຄື່ອງມືໃຫມ່ Facebook ທີ່ຈະຊ່ວຍສະໜັບສະໜູນຊຸມຊົນໃນກຸ່ມຫຼາຍຂຶ້ນ

ໃນຊ່ວງຕົ້ນເດືອນພະຈິກທີ່ຜ່ານມາ ໄດ້ມີການເປີດຕົວຟີເຈີ້ຕ່າງໆຂອງ Facebook ໃນງານ 2021 Communities Summit ທີ່ຈະອຳນວນຄວາມສະດວກໃຫ້ບັນດາແອັດມິນໃນການເຊື່ອມຕໍ່ກັບສະມາຊິກຫຼາກຫຼາຍ, ເຊິ່ງຄັ້ງນີ້ກໍ່ມີຟີເຈີ້ໜ້າສົນໃຈຫຼາຍຢ່າງທີ່ຈະມາຊ່ວຍເພີ່ມຄົນເຂົ້າເຖິງພາຍໃນກຸ່ມໃຫ້ດີຍິ່ງຂຶ້ນໄປອີກ

ປະຈຸບັນກຸ່ມຂອງ Facebook ມີຜູ້ໃຊ້ທົ່ວໂລກທຸກເດືອນຢູ່ທີ່ປະມານ 1.8 ພັນລ້ານຄົນ ຈຶ່ງເວົ້າໄດ້ວ່າກຸ່ມໃນ Facebook ເປັນອີກໜຶ່ງຕົວຂັບເຄື່ອນແພັດຟອມທີ່ສຳຄັນກໍ່ວ່າໄດ້, ໂດຍຊ່ວງຫຼັງມານີ້ Faebook ກໍ່ພະຍາຍາມປ່ອຍທັງເຄື່ອງມື ແລະສິ່ງທີ່ເຫັນໄດ້ຊັດເຈນແມ້ນ ຟີເຈີ້ຕ່າງໆມາເພື່ອສະໜັບສະໜູນການເຕີບໂຕຂອງກຸ່ມນັ້ນເອງ ແລະເຮົາກໍ່ໄດ້ລວມເອົາຟີເຈີ້ໃຫມ່ໆທີ່ໜ້າສົນໃຈມາຝາກເຊິ່ງປະກອບມີ

Custom Color ແລະ Post Background

ຟີເຈີ້ທີ່ຊ່ວຍໃຫ້ເຮົາສາມາດເລືອກ Font ລວມໄປເຖິງພື້ນຫຼັງໃນການໂພສໄດ້ ນອກຈາກນີ້ຍັງສາມາດເລືອກຄ່າເລີ່ມຕົ້ນອີໂມຈິທີ່ຜູ້ໃຊ້ງານສາມາດຮີແອັກໃນກຸ່ມໄດ້ອີກດ້ວຍ ຈຸດນີ້ກໍ່ຈະເຮັດໃຫ້ບາງກຸ່ມມີເອກະລັກສະເພາະເຈາະຈົງເຊັ່ນ: ກຸ່ມທີ່ກ່ຽວກັບຜັກ ກໍ່ອາດຈະຕັ້ງອີໂມຈິຜັກເປັນຄ່າເລີ່ມຕົ້ນ ເພື່ອໃຊ້ໃນການລີແອັກນັ້ນເອງ

Welcome Post ແລະ Community Awards

ສາມາດຕັ້ງຄ່າຂໍ້ຄວາມການທັກທາຍອັດຕະໂນມັດໄປຍັງສະມາຊິກໃຫມ່ຂອງກຸ່ມ ເພື່ອຊ່ວຍແນະນຳ ແລະເນັ້ນຍໍ້າກົດແລະແນວທາງໃຫ້ສຳລັບສະມາຊິກໃຫມ່

ເຊິ່ງຂະນະນີ້ Facebook ໄດ້ເພີ່ມຂີດຈຳກັດໃຫ້ສາມາດເພີ່ມ Welcome Post ໄວ້ລ່ວງໜ້າໄດ້ສູງເຖິງ 500 ໂພສ ດັ່ງນັ້ນແອັດມິນຈະສາມາດຕິດຕໍ່ສື່ສານກັບສະມາຊິກໃຫມ່ໄດ້ຫຼາຍຄົນພ້ອມກັນໃນຄັ້ງດຽວເລີຍ

Community Awards ເປັນການໃຫ້ລາງວັນກັບໂພສ ຫຼືຄອມເມັ້ນທີ່ໂດດເດັ່ນ ໂດຍມີສະຕິກເກີ້ລາວວັນມຫ້ສາມາດເລືອກໄດ້ ຕາມປະເພດຕ່າງໆດັ່ງນີ້ Insightful, Uplifting, Informative, Fun, Relevant, Positive Vibes

ເພື່ອເປັນການໃຫ້ຄຸນຄ່າ ສະໜັບສະໜູນ ແລະກະຕຸ້ນໃຫ້ສະມາຊິກມີສ່ວນຮ່ວມໃນກຸ້ມຫຼາຍຂຶ້ນ ແລະຍັງຊ່ວຍໃຫ້ສະມາຊິກໃນກຸ່ມເບິ່ງເຫັນບົດສົນທະນາ ແລະເຂົ້າມາມີສ່ວນຮ່ວມໄດ້ງ່າຍຂຶ້ນອີກດ້ວຍ ເຊິ່ງຂະນະນີ້ Facebook ກໍ່ກຳລັງຂະຫຍາຍຕົວເລືອກ Comminity Award ໃຫ້ໄດ້ໃຊ້ງານໄດ້ໃນຫຼາກຫຼາຍກຸ່ມຫຼາຍຂຶ້ນ

Sub-groups ແລະ Community Chats

ແອັດມິນສາມາດແຍກຍ່ອຍກຸ່ມອອກເປັນປະເພດທີ່ສະເພາະເຈາະຈົງຫຼາຍຂຶ້ນ ຊ່ວຍໃຫ້ງ່າຍຕໍ່ການຄົ້ນຫາ ແລະສາມາດໃຊ້ກຸ່ມນັ້ນໆໃນການເວົ້າເຖິງປະເດັນທີ່ກ່ຽວຂ້ອງແລະເຈາະເລິກຫຼາຍຂຶ້ນ ໂດຍແອັດມິນສາມາດສ້າງກຸ່ມຍ່ອຍທັງແບບ Provate subgroup ແລະ Pay to join ທີ່ໃຫ້ສະໝັກສະມາຊິກຈ່າຍເງິນເພື່ອເຂົ້າກຸ່ມອີກດ້ວຍ

Community Chats ເປັນການລວມທັງ Facebook ແລະ Messenger ເພື່ອຊ່ວນເພີ່ມໃນການມີປະຕິສຳພັນໃນກຸ້ມຫຼາຍຂຶ້ນ ເຊິ່ງສາມາດເວົ້າຜ່ານທັງສຽງ, ວີດີໂອ, ຫຼືຂໍ້ຄວາມໄດ້

Columns

ໂພສແບບຍາວສຳລັບແອັດມິນ ເພື່ອໃຫ້ການສື່ສານຕໍ່ເນື່ອງ ໂດຍສາມາດປັກໝຸດໂພສປະກາດ ແລະເລືອກລຳດັບວ່າຈະໃຫ້ໂພສໃດຂຶ້ນກ່ອນຫຼັງໄດ້

Group monetization ແລະ Fund-raising

ຊ່ວຍໃຫ້ກຸ່ມສ້າງຫຼາຍໄດ້ຜ່ານການບໍລິຈາກ ແລະການຜະລິດສິນຄ້າຫຼືການບໍລິການທີ່ກ່ຽວຂ້ອງກັບກຸ່ມອອກມາຂາຍໃຫ້ສະມາຊິກ ເພື່ອເປັນການສ້າງລາຍໄດ້ໃຫ້ກັບກຸ່ມນັ້ນເອງ

ລວມ Group ແລະ Page

ບາງຊຸມຊົນ ກໍ່ມີທັງກຸ່ມແລະເພຈໄວ້ໃຊ້ໃນການຕິດຕໍ່ສື່ສານກັບສະມາຊິກ ເຊິ່ງເຮັດໃຫ້ຜູ້ເບິ່ງແຍງຕ້ອງໃຊ້ເວລາຫຼາຍຂຶ້ນໃນການຈັດການທັງສອງຊ່ອງທາງ Facebook ຈຶ່ງໄດ້ເປີດປະສົບການໃນການລວມເອົາທັງສອງມາໄວ້ໃນບ່ອນດຽວ ເພື່ອຊ່ວຍໃຫ້ຜູ້ຈັດການຂອງທັງກຸ່ມແລະເພຈເຮັດວຽກໄດ້ດີຂຶ້ນ

ຟີເຈີ້ໃຫມ່ເຫຼົ່ານີ້ຍັງຢູ່ໃນຊ່ວງການທົດສອບຊ່ວງທຳອິດ ແລະຄາດວ່າບັນດາແອັດມິນຈະສາມາດນໍາໃຊ້ໄດ້ໃນປີໜ້າ 2022

ຂໍ້ມູນຈາກ: Meta

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...