3 ສັນຍານ ເຕືອນສຸຂະພາບ

ຫຼາຍທ່ານມັກພົບບັນຫາກ່ຽວກັບສຸຂະພາບເລັກໆ ໜ້ອຍໆ ແຕ່ບໍ່ຮູ້ວ່າໂຕເອງເຈັບປ່ວຍຫຍັງແທ້ ເພາະມັນບໍ່ຄ່ອຍສະແດງອາການໃຫ້ເຫັນແບບຊັດເຈນ ເຊິ່ງສັນຍານເຕືອນຕໍ່ໄປນີ້ ອາດເປັນຈຸດເລີ່ມຕົ້ນໃຫ້ທ່ານປັບປຸງໂຕເອງຂະໜານໃຫຍ່ ກ່ອນທີ່ບັນຫານ້ອຍໆ ຂອງທ່ານຈະລຸກລາມໃຫຍ່ຂຶ້ນ.  

  • ເຈັບຫົວເປັນປະຈຳ: 

ອາການເຈັບຫົວເປັນສັນຍານ ເບື້ອງຕົ້ນທີ່ຟ້ອງຮ່າງກາຍວ່າ ທ່ານກຳລັງຢູ່ໃນພາວະບໍ່ປົກກະຕິ ຊຶ່ງສາເຫດຫຼັກມາຈາກຄວາມຕຶງຄຽດ, ພັກຜ່ອນບໍ່ພຽງພໍ ຫຼື ອາດເກີດຈາກການດື່ມກາເຟ ແລະ ນຳ້ເມົາຫຼາຍເກີນໄປ. ການນວດຫົວທຸກມື້ກ່ອນເຂົ້ານອນ ຈະຊ່ວຍໃຫ້ລະບົບເລືອດໄຫຼວຽນໄດ້ດີ ໂດຍໃຊ້ນີ້ວຊີ້ກົດທີ່ຫົວຄິ້ວ, ນວດຄຶງ ແລະ ກົດໄປຕາມຄິ້ວຈົນເຖິງຂະໝັບ, ຈາກນັ້ນໃຊ້ນີ້ວທັງສິບນີ້ວກົດ ແລະ ນວດຄຶງໜັງຫົວໃຫ້ທົ່ວ. 

ບາງຄັ້ງ ອາການເຈັບຫົວໄມແກຣນ ອາດເກີດຈາກການທີ່ເສັ້ນເລືອດສົ່ງເລືອດໄປລ້ຽງສະໝອງ ບໍ່ພຽງພໍ ທ່ານຈຶ່ງຄວນບໍລິຫານຮ່າງກາຍດ້ວຍການກົ້ມຫົວໃຫ້ຄ້າງຈໍ້ໜ້າເອິກ ຄ່ອຍໆໝຸນເປັນວົງກົມຈົນກັບມາບ່ອນເກົ່າ ແລ້ວວົນກັບໄປອີກທາງໜຶ່ງ ເພື່ອໃຫ້ເລືອດໄຫຼວຽນຈາກກົກຄໍ, ໜັງຫົວ ແລະ ສະໝອງໄດ້ຢ່າງທົ່ວເຖິງ. ແຕ່ຖ້າທ່ານມີອາການປວດຮຸນແຮງ ພ້ອມກັບມີໄຂ້, ຮາກ ຫຼື ບໍ່ດີຂຶ້ນພາຍໃນ 1-2 ມື້ ຄວນຮີບໄປພົບແພດ ເພາະອາດຈະເປັນອາການທາງສະໝອງ. 

  • ປວດກົກຄໍ:  

ມັກເປັນອາການທີ່ຕໍ່ເນື່ອງມາຈາກຄວາມຕຶງຄຽດ ຫຼື ອາດເກີດຈາກການໃຊ້ຮ່າງກາຍ ເຊັ່ນ ນັ່ງຂັບລົດດົນໆ ໂດຍບໍ່ມີໝອນຮອງກົກຄໍ, ນອນຫຼັບບ່ອນທີ່ນຸ່ມເກີນໄປ ຫຼື ແຂງເກີນໄປ, ຍໍຍົກຂອງໜັກ. 

ການນວດກົກຄໍ ແລະ ໄຫຼ່ ຈະຊ່ວຍບັນເທົາອາການເຈັບໃຫ້ດີຂຶ້ນ ແຕ່ຄວນເຮັດຮ່ວມກັບການປັບທ່ານັ່ງ ແລະ ນອນໃຫ້ຖືກຕ້ອງ, ບ່ອນນອນທີ່ດີຕ້ອງບໍ່ແຂງ ຫຼື ບໍ່ນຸ້ມເກີນໄປ. ສ່ວນຕັ່ງ ຈະຕ່າງຈາກບ່ອນນອນ ຄື ນຸ້ມເທົ່າໃດແຮ່ງດີ ເພາະຄວາມນຸ້ມ ຈະຊ່ວຍໃຫ້ນຳ້ໜັກກະຈາຍໄປໄດ້ທົ່ວ ບໍ່ຕົກຢູ່ບໍລິເວນສະໂພກຈຸດດຽວ. 

  • ເຈັບຫຼັງ: 

ອາດເກີດຈາກການໃຊ້ຮ່າງກາຍທີ່ບໍ່ຖືກຕ້ອງ ເຊັ່ນ ການນອນຂວ້າມ, ນັ່ງທ່າດຽວດົນໆ ຫຼື ກ້າມຊີ້ນອ່ອນແຮງ ເພາະຂາດການອອກກຳລັງກາຍ ລວມທັງນຳ້ໜັກໂຕຫຼາຍຂຶ້ນ ເພາະຄວາມຕຸ້ຍ ຫຼື ການຖືພາ. 

ການນັ່ງ, ຢືນ, ນອນ ໃຫ້ຖືກຕ້ອງ ຈະຊ່ວຍປ້ອງກັນ ອາການເຈັບຫຼັງໄດ້. ຖ້າຕ້ອງການເຮັດວຽກແບບເກົ່າໆ ຕະຫຼອດມື້ ໃຫ້ໝັ່ນເຄື່ອນໄຫວຮ່າງກາຍທຸກໆ 30 ນາທີ. 

ຖ້າຫາກອາການເຈັບຫຼັງຂອງທ່ານເກີດຈາກ ນຳ້ໜັກໂຕທີ່ຫຼາຍເກີນໄປ ກໍຕ້ອງເພີ່ມການອອກກຳລັງກາຍ ໃຫ້ຫຼາຍຂຶ້ນ ຫຼື ເພີ່ມຄວາມແຂງແຮງຂອງກ້າມຊີ້ນຫຼັງ ດ້ວຍການວິດພື້ນ ຫຼື ຫຼິ້ນກິລາຢ່າງອື່ນທີ່ຈະໃຫ້ຜ່ອນຄາຍ.  

ແຕ່ຖ້າທ່ານມີອາການເຈັບຫຼັງຮ່ວມກັບການຊາຕາມແຂນຂາ ໃຫ້ຮີບພົບແພດ. 

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...