ປະທານປະເທດ ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ຜົ້ງສາລີ.

ວັນທີ 8 ກຸມພາ 2022 ນີ້, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງມາເຄື່ອນໄຫວຢຽມຢາມ ແລະ ເຮັດວຽກຢູ່ ແຂວງ ຜົ້ງສາລີ.

ໂອກາດນີ້ກໍ່ໄດ້ຮັບການຕ້ອນຮັບຈາກທ່ານ ຄຳຜອຍ ວັນນະສານ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ຜົ້ງສາລີ, ພ້ອມດ້ວຍການນຳພັກລັດຂັ້ນແຂວງ ຢູ່ທີ່ສະໜາມບິນຂອງ ເມືອງ ຜົ້ງສາລີ.
ຈຸດປະສົງຫຼັກ ຂອງການມາເຄື່ອນໄຫວໃນຄັ້ງນີ້ ກໍເພື່ອເປັນການຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດມະຕິ XI ຂອງພັກ, ມະຕິ XI ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງ, ທັງພົບປະໂອ້ລົມການນຳຫຼັກແຫຼ່ງຂອງແຂວງ ຜົ້ງສາລີ, ພ້ອມກັນນັ້ນ ທ່ານ ປະທານປະເທດ ພ້ອມດ້ວຍຄະນະ ຍັງຈະໄດ້ໄປເຄື່ອນໄຫວຢ້ຽມຊົມພື້ນຖານການຜະລິດ ໂດຍສະເພາະແມ່ນ ໂຮງງານເຫຼົ້າຂຽວຂຸນສຸກ ແລະ ໂຮງງານຊາບູຮານແສງຄຳ ລາວລີ ແລະ ສວນຊາ ຢູ່ບ້ານ ລຸງຈີງ ແລະ ມອບເຄື່ອງຈຳນວນໝື່ງໃຫ້ກັບ ໂຮງຮຽນ ມສ ພູຟ້າ ແລະ ໂຮງຮຽນ ມສ ມົງເຈົາ ຕື່ມອີກ.


ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງທ່ານປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຢູ່ແຂວງ ຜົ້ງສາລີ ແມ່ນຈະດຳເນີນຮອດ ວັນທີ 9 ກຸມພາ 2022 ຈຶ່ງຈະສຳເລັດ.


ພາບ – ຂ່າວ: ແສງຄຳ ສາລີວັນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...