ເຮັດແບບນີ້! ຖ້າຢາກສົດຊື່ນໄດ້ໝົດມື້

ທ່ານເຄີຍເປັນບໍ່ວ່າ ໃນແຕ່ລະມື້ທີ່ມາວຽກ ຈະມັກມີອາການເພຍໆ, ບໍ່ສົດຊື່ນ ຫຼັງຈາກທີ່ນັ່ງເຮັດວຽກໄປໄລຍະໜຶ່ງ ຄ້າຍໆ ຄືກັບຄົນທີ່ພັກຜ່ອນບໍ່ພຽງພໍ ທັ້ງໆ ທີ່ເຮົາກໍນອນຫຼັບພຽງພໍແລ້ວ ແລະ ກໍກິນອາຫານທີ່ມີປະໂຫຍດປະຈຳ ແຕ່ເປັນຫຍັງຄືຍັງເປັນຢູ່. ເຊິ່ງສິ່ງທີ່ທ່ານເປັນຢູ່ນັ້ນອາດເປັນເພາະທ່ານເຮັດບໍ່ຖືກວິທີ ຫຼື ບໍ່ສົມດຸນ ສະນັ້ນ, ທ່ານຄວນລອງເຮັດວິທີຕໍ່ໄປນີ້ ອາດຈະເຮັດໃຫ້ທ່ານ ສົດຊື່ນໄດ້ໝົດມື້.

  1. ເລີ່ມຕົ້ນດ້ວຍການຍ່າງໄປກົດເອົານຳ້ຈອກໃຫຍ່ມາດື່ມ ເພື່ອໃຫ້ຊື່ນໃຈ ເຊິ່ງການດື່ມນຳ້ນັ້ນ ຈະເປັນການຕື່ມນຳ້ໃຫ້ຮ່າງກາຍ ຫຼັງຈາກຮ່າງກາຍເຮົາພັກຜ່ອນໝົດຄືນ ແລະ ເປັນອີກວິທີໜຶ່ງທີ່ຊ່ວຍໃຫ້ສະໝອງຂອງທ່ານປອດໂປ່ງ.
  2. ໃຊ້ເວລາປະມານ 5-10 ນາທີ ອອກກຳລັງກາຍ ຢືດເສັ້ນ, ຢືດເອັນ ແລະ ກ້າມຊີ້ນພາກສ່ວນຕ່າງໆ ພາຍໃນຮ່າງກາຍໃຫ້ຫ້າວຫັນຂຶ້ນ. ວິທີນີ້ ຈະຄືກັບວິທີບິດຄີງຂີ້ຄ້ານໃນຕອນເຊົ້າ, ແຕ່ເປັນການເຮັດຈິງຈັງຫຼາຍຂຶ້ນ ໂດຍການເນັ້ນການຢືດພາກສ່ວນທີ່ຕ້ອງການໃຊ້ເລື້ອຍໆ ໃນການເຮັດວຽກ ເຊັ່ນ: ຖ້າໃນຕຳແໜ່ງເຮັດວຽກຂອງທ່ານຕ້ອງຍ່າງຢູ່ຕະຫຼອດ ຕ້ອງຫາທ່າທາງທີ່ຢືດພາກສ່ວນໜ້າແຄ່ງ ແລະ ສົ້ນນ່ອງ ຫຼື ທ່ານໃຊ້ຄອມພີວເຕີ ເຮັດວຽກໝົດມື້ ຄວນເນັ້ນໃນການອອກກຳລັງກາຍພາກສ່ວນກ້າມຊີ້ນບໍລິເວນຄໍ, ບ່າໄຫຼ່, ແຂນ ແລະ ຂາ.
  3. ກິນອາຫານປະເພດທັນຍາພືດ ແລະ ອາຫານທີ່ມີໂປຣຕິນ ໃນຕອນເຊົ້າ, ຫຼຸດອາຫານຈຳພວກແປ້ງ ເຊິ່ງການກິນອາຫານໃນຕອນເຊົ້ານັ້ນ ມີປະໂຫຍດຕໍ່ຮ່າງກາຍ ເປັນການກຽມຄວາມພ້ອມໃຫ້ຮ່າງກາຍເຮັດວຽກ ຢ່າງມີປະສິດທິຜົນໝົດມື້.
  4. ການປ່ຽນເຄື່ອງດື່ມ ຄື ເຊົາດື່ມກາເຟ ແລ້ວຫັນມາດື່ມຊາຂິງແທນ ຈະຊ່ວຍໃຫ້ການໄຫຼວຽນຂອງເລືອດເຮັດວຽກດີຂຶ້ນ, ເຮັດໃຫ້ຮ່າງກາຍອົບອຸ່ນ ພ້ອມທັງຊ່ວຍໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...