ມາຮອດແລ້ວ! ລົດໄຟທໍາມະດາ ພ້ອມໃຫ້ບໍລິການ ໄວໆນີ້.

ຂະບວນລົດໄຟທໍາມະດາ ໄດ້ເດີນທາງມາຮອດສະຖານີ ນະຄອນຫຼວງ ວຽງຈັນ ແລ້ວເມື່ອວັນທີ 18 ກຸມພານີ້, ເພື່ອຮອງຮັບຈໍານວນຜູ້ໂດຍສານທີ່ນັບມື້ນັບເພີ່ມຂຶ້ນ ເປັນຈໍານວນຫຼວງຫຼາຍ ໂດຍສະເພາະໃນ ວັນເສົາ ແລະ ວັນອາທິດ.

ພາບຈາກ: CRI

ທ່ານ ວົງທອງ ສຸວັນທອງ ຮອງວິສະວະກໍາເອກ ບໍລິສັດລົດໄຟ ລາວ-ຈີນ ໄດ້ກ່າວຢືນຢັນຂ່າວນີ້ຫວ່າງບໍ່ດົນມານີ້ວ່າ, ບໍລິສັດລົດໄຟ ມີແຜນການຈະເປີດນໍາໃຊ້ລົດໄຟ ໂດຍສານທໍາມະດາ ທີ່ມີຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງໃນເດືອນ ມີນາ 2022 ເຊິ່ງລາຄາແມ່ນຈະຫຼຸດ 30% ຈາກລາຄາລົດໄຟໂດຍສານທີ່ແລ່ນຢູ່ປັດຈຸບັນ ແລະ ຈະຈອດທຸກສະຖານີ.

ພາບຈາກ: CRI

ອີງຕາມຂໍ້ມູນຈາກບໍລິສັດລົດໄຟໃຫ້ຮູ້ວ່າ, ນັບແຕ່ເລີ່ມເປີດການຂົນສົ່ງຜູ້ໂດຍສານມາແຕ່ວັນທີ 4 ທັນວາ 2021 ເປັນຕົ້ນມາ, ຈົນເຖິງວັນທີ 13 ເດືອນກຸມພາ2022, ຂະບວນລົດໄຟຂົນສົ່ງຜູ້ໂດຍສານໄດ້ແລ່ນທັງໝົດ 128 ຄູ່, ຂົນສົ່ງຜູ້ໂດຍສານໄດ້ 124.225 ເທື່ອຄົນ, ສະເລ່ຍ 1.721 ຄົນຕໍ່ມື້, ການຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ແມ່ນ 2.804 ຄົນ. ຂະນະທີ່ຂະບວນລົດໄຟຂົນສົ່ງສິນຄ້າ ໄດ້ແລ່ນທັງໝົດ 145 ຄູ່ຫຼື 290 ຖ້ຽວ, ຈໍານວນ ສິນຄ້າສະສົມທີ່ຂົນສົ່ງແມ່ນ 157.568 ໂຕນ, ສະເລ່ຍສິນຄ້າທີ່ຂົນສົ່ງຕໍ່ມື້ແມ່ນ 2.188 ໂຕນ, ຂົນສົ່ງສິນຄ້າສູງສຸດຕໍ່ມື້ແມ່ນ 6.748 ໂຕນ.

ພາບຈາກ: CRI

ທ່ານ ວົງທອງ ສຸວັນທອງກ່າວຕື່ມວ່າ: ນອກນັ້ນ, ລົດໄຟ ລາວ-ຈີນ ຍັງມີແຜນຈະເພີ່ມຂະບວນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອໃຫ້ລູກຄ້າບໍ່ຕ້ອງລໍຖ້າຊື້ປີ້ ສາມາດເດີນທາງດ້ວຍລົດໄຟຕາມຈຸດສະດວກສະບາຍ. ເລີ່ມແຕ່ເປີດນໍາໃຊ້ການຂົນສົ່ງທາງລົດໄຟ ໃນທ້າຍປີ 2021 ເປັນຕົ້ນມາ, ບໍລິສັດລົດໄຟ ຍັງໄດ້ສ້າງວຽກເຮັດງານທໍາໃຊ້ແກ່ແຮງງານລາວ ປັດຈຸບັນ ມີພະນັກງານ 1.206 ຄົນ, ໃນນັ້ນ,ເປັນພະນັກງານລາວ 675 ຄົນ. ຢູ່ສໍານັກງານໃຫຍ່ຂອງບໍລິສັດມີ 81 ຄົນ, ຄົນລາວ 35 ຄົນ, ຕໍາແໜ່ງການຜະລິດ ແລະ ຂົນສົ່ງແມ່ນ 640 ຄົນ, ໃນນັ້ນພະນັກງານລາວ ຢູ່ສູນຄຸ້ມຄອງ ແລະ ດໍາເນີນການ ນະຄອນຫຼວງ ວຽງຈັນມີ 563 ຄົນ, ພະນັກງານລາວ ຢູ່ສູນຄຸ້ມຄອງ ແລະ ບໍາລຸງຮັກສາ ຫຼວງພະບາງ ມີ 77 ຄົນ.

ທີ່ມາ: CRI

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...