ປະສົບການຈິງຈາກ ຕາຕ້າ ໃນການຂຽນປຶ້ມ “ພິທີກອນໜ້າເວທີ MC by ME” 

ປຶ້ມ “ພິທີກອນໜ້າເວທີ MC by ME” ທີ່ຫາກໍເປີດໂຕໄປໃນວັນທີ 24 ມີນາ 2022 ຖືວ່າເປັນຜົນງານເຫຼັ້ມທີ 2 ຂອງ ສຸນິຕ້າ ພິມມະສອນ ຫຼື ຕ່າຕ້າ ຜູ້ປະກາດຂ່າວ, ພິທີກອນ ຈາກໂທລະພາບແຫ່ງຊາດລາວ, ພາຍຫຼັງທີ່ປະສົບຜົນສຳເລັດໃນການຂຽນປຶ້ມເຫຼັ້ມທຳອິດ “ອາຊີບຂອງຂ້ອຍ” ໃນປີ 2019 ທີ່ຜ່ານມາ.

ໂດຍປຶ້ມ MC by ME ແມ່ນໄດ້ຮວບຮວມເອົາປະສົບການຕົວຈິງທີ່ ຕ່າຕ້າ ໃນການເປັນພິທີກອນທີ່ເຂົາໄດ້ສຳພັດມາຕັ້ງແຕ່ຍັງນ້ອຍ ຈາກຄວາມມັກ, ຮັກ ແລະ ມີຄວາມຕັ້ງໃຈ ຈົນປະສົບຜົນສຳເລັດກ້າວຂຶ້ນມາເປັນພິທີກອນລະດັບຊາດໄດ້. 

ຕ່າຕ້າ ກ່າວວ່າ ປຶ້ມເຫຼັ້ມນີ້ເຂົາໃຊ້ເວລາໃນການຂຽນ 1 ປີ ຈາກເວລາຫວ່າງ ເຊິ່ງມີທັງໝົດຢູ່ 158 ໜ້າ ປະກອບໄປດ້ວຍຄວາມສຳຄັນ ແລະ ໜ້າທີ່ຂອງການເປັນພິທີກອນ, ການກຽມໂຕກ່ອນຂຶ້ນເວທີ, ການສ້າງຄວາມໝັ້ນໃຈໃນການເວົ້າ, ການຂຽນສະຄຣິບ, ການຮຽນຮູ້ຕ່າງໆ ລວມໄປເຖິງການແກ້ໄຂສະຖານະການສະເພາະໜ້າ. 

ຕ່າຕ້າ ຖືວ່າເປມັນທັງຜູ້ປະກາດຂ່າວ ແລະ ເປັນພິທີກອນ ຂອງ ໂທລະພາບແຫ່ງຊາດລາວ ທີ່ມີຄວາມພະຍາຍາມບັນທຶກທຸກອະລິຍະບົດ ທີ່ສຳຄັນຂອງການເປັນພິທີກອນເທິງໜ້າເວທີໄດ້ຢ່າງບັນຈົງ, ເຂົາຂຽນປຶ້ມເຫຼັ້ມນີ້ຂຶ້ນມາ ເພື່ອເປັນແນວທາງໃຫ້ກັບຜູ້ທີ່ຕ້ອງໄດ້ຈັບໄມຂຶ້ນເວທີເພື່ອເຮັດໜ້າທີ່ເປັນຄົກສົກ, ພິທີກອນດຳເນີນງານໃຫ້ມີຜົນສຳເລັດ ແລະ ເປັນທີ່ປະທັບໃຈ. 

ນອກຈາກນີ້, ເຂົາຍັງໄດ້ເນັ້ນໃສ່ການສ້າງລຸ້ນສືບທອດໃນການເວົ້າ, ການເປັນໂຄສົກພິທີກອນ ກໍຄືການປູພື້ນຖານໃຫ້ກັບໄວໜຸ່ມ, ຊາວໜຸ່ມ,​ນັກຮຽນ-ນັກສຶກສາ ຜູ້ທີ່ມີຄວາມສົນໃຈໄດ້ສຶກສາຮຽນຮູ້ ແລະ ຝຶກຝົນໂຕເອງໂດຍຜ່ານປຶ້ມ “MC by ME”. 

ຕ່າຕ້າ ບອກວ່າ: ປຶ້ມເຫຼັ້ມນີ້ ແມ່ນມີປະໂຫຍດຢ່າງຫຼວງຫຼາຍສຳລັບຜູ້ທີ່ຈະກ້າວເຂົ້າມາເປັນ “ພິທີກອນໜ້າເວທີ” ເພາະວຽກນີ້ມີຄວາມສຳຄັນ ຍ້ອນມັນຖືກນຳໃຊ້ຢ່າງກວ້າງຂວາງ ບໍ່ວ່າຈະເປັນສະຖາບັນການສຶກສາ, ບ່ອນສາທາລະນະ, ສຳນັກງານຫ້ອງການ, ຊຸມຊົນ, ເວທີ ນ້ອຍ-ໃຫຍ່ ຈົນຮອດເວທີລະດັບຊາດ ຫຼື ເວທີສາກົນກໍນຳໃຊ້ພິທີກອນໜ້າເວທີເຊັ່ນກັນ. 

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...