4 ເຄັດລັບ ສະບັບ Samsung ໃຫ້ມືຖືປອດໄພຈາກນ້ຳ.

Samsung ແນະນຳເຄັດລັບປ້ອງກັນນ້ຳເຂົ້າເຄື່ອງໂທລະສັບມືຖືໃນຊ່ວງປີໃຫມ່ລາວ ເພີ່ມຄວາມມ່ວນຊື່ນຢ່າງປອດໄພ ບໍ່ກັງວົນຈາກບັນຫາເພາະເຄື່ອງປຽກນ້ຳ.

ເຖິງແມ່ນວ່າຈະຢູ່ໃນສະຖານະການເຝົ້າລະວັງຢ່າງໃກ້ຊິດເນື່ອງມາຈາກການແຜ່ລະບາດຂອງ ໂຄວິດ ສາຍພັນໂອໄມຄຣອນ ແຕ່ເພື່ອອະນຸລັກວັດຖະນະທຳອັນດີໃນຊ່ວງປີໃໝ່ລາວ ຈຶ່ງມີການຈັດກິດຈະກຳເປັນບຸນນ້ອຍໆ ຂອງຄົນໃນຄອບຄົວ ຫຼື ໃນວັດທ້ອງຖິ່ນ ແລະ ເຊື່ອວ່າຜູ້ໃຊ້ໂທລະສັບມືຖືບໍ່ໜ້ອຍຢາກຈະເກັບຄວາມຊົງຈຳດີໆ ນີ້ໄວ້ດ້ວຍກ້ອງຈາກໂທລະສັບມືຖືສ່ວນຕົວ ແຕ່ຍັງຕິດຫ່ວງໃນເລື່ອງບັນຫານ້ຳ ແລະ ຝຸ່ນແປ້ງເຂົ້າເຄື່ອງ ຈົນອາດຕ້ອງນໍາເອົາໂທລະສັບທ່ານເຂົ້າສູນສ້ອມແປງຫຼັງແລ້ວປີໃໝ່ ເຊິ່ງເປັນເລື່ອງທີ່ຫຍຸ້ງຍາກ ແລະ ບໍ່ມີໃຜຕ້ອງການໃຫ້ເກີດຂຶ້ນ.

ເພື່ອໃຫ້ຄວາມມ່ວນຊື່ນໃນຂະນະຮ່ວມງານບຸນປີໃໝ່ເກີດຂຶ້ນໄປພ້ອມໆ ກັບຄວາມປະທັບໃຈໃນໂທລະສັບມືຖື Samsung ມີເຄັດລັບງ່າຍໆ 4 ຂໍ້ ສໍາລັບຜູ້ໃຊ້ງານໂທລະສັບມືຖືໂດຍສະເພາະ ມານໍາສະເໜີ

1

1. ຖົງກັນນ້ຳ ຫາງ່າຍໄດ້ທຸກປີ.

ຖົງກັນນ້ຳສຳລັບໂທລະສັບມືຖື ນັບເປັນອຸປະກອນກັນນ້ຳທີ່ໜ້າຈະຫາໄດ້ບໍ່ຍາກເລີຍໃນລາວ  ເພາະໃນແຕ່ລະປີຈະມີການຜະລິດມາເປັນຂອງລາງວັນ ຫຼື ຂອງທີ່ລະນຶກສຳລັບທຸກຄົນຢູ່ແລ້ວ ອີກທັງຍັງເປັນທີ່ນິຍົມໃຊ້ກັນທີ່ສຸດໃນຊ່ວງ ບຸນປີໃໝ່ລາວ ຈຶ່ງຫາຊື້ໄດ້ບໍ່ຍາກ ລາຄາບໍ່ແພງ ແລະ ສາມາດກັນສິ່ງເປິເປື້ອນຕ່າງໆ ໄດ້ເປັນຢ່າງດີ.

2

2.ໃຊ້ເຄດສ໌ກັນນ້ຳ ຫຼູຫຼາ​ສະຫງ່າງາມ.

ຫາກທ່ານໃດບໍ່ມັກສາຍຫ້ອຍຄໍແບບຖົງກັນນ້ຳ ທາງເລືອກທີ່ນິຍົມກັນອີກຢ່າງໜຶ່ງ ຄືການໃຊ້ເຄດສ໌ພິເສດແບບປະກອບກັນສອງດ້ານໜ້າ -​ ຫຼັງ ໃຊ້ຖ່າຍຮູບໃຕ້ນໍ້າໂດຍສະເພາະ ຊຶ່ງເຄດສ໌ຄຸນນະພາບດີອາດມີລາຄາສູງໜ້ອຍຫນຶ່ງ ແຕ່ກໍນັບວ່າຄຸ້ມຄ່າ ເພາະບໍ່ພຽງແຕ່ຈະໄດ້ຮູບຊົງທີ່ຊ່ວຍໃຫ້ເຮົາໃຊ້ງານໃດ້ຢ່າງຄ່ອງແຄ້ວແບບທຳມະຊາດເທົ່ານັ້ນ ແຕ່ຍັງໄດ້ພາບຖ່າຍທີ່ມີຄວາມຄົມຊັດ ແລະ ຍັງຊ່ວຍກັນກະແທກໄດ້ດີກວ່າອີກດ້ວຍ.

ສິ່ງທີ່ສຳຄັນໃນການໃຊ້ເຄຣດແບບນີ້ ຄືຕ້ອງໄດ້ເບິ່ງຢາງ ຫຼື ວັດສະດຸກັນນໍ້າດ້ານຂ້າງຂອງເຄດສ໌ວ່າມີການຕິດກັນແບບແຈບດີທຸກຄັ້ງກ່ອນນຳອອກໄປໃຊ້ໃນສະຖານະການຈິງ ແລະ ໝັ່ນກວດສອບເປັນໄລຍະເຊັ່ນດຽວກັນກັບຊອງກັນນ້ຳຄືກັນ.

3

3.ຟີມຖະຫນອມອາຫານ ກັນນ້ຳແບບດ່ວນ ທັນໃຈໄວລຸ້ນ.

ເຖິງແມ່ນວ່າຟີມຖະໜອມອາຫານ ອາດບໍ່ແມ່ນວັດສະດຸທຳມະດາທີ່ຫາໄດ້ທຸກບ້ານ ແຕ່ຫາກເປັນຊ່ວງບຸນປີໃໝ່ເຮົາຈະຫາຟີມຖະຫນອມອາຫານໄດ້ຈາກກະຕ່າຂອງຂັວນ ທີ່ຜູ້ຄົນນຳມາອວຍພອນ ດັ່ງນັ້ນ ການນໍາມາໃຊ້ໃນຊ່ວງປີໃໝ່ນີ້ ອາດຈະບໍ່ແມ່ນແນວຍາກຫຼາຍ.

ນອກຈາກນີ້ຟີມຖະໜອມອາຫານຍັງເປັນວັດສະດຸທີ່ມີລາຄາຖືກ ຫຸ້ມຫໍ່ງ່າຍ ພຽງແຕ່ຫຸ້ມຫໍ່ເຄື່ອງໄວ້ຫຼາຍໆຊັ້ນ ໂດຍດຶງສ່ວນທີ່ເປັນເລນໄວ້ໃຫ້ຂ້ອນຂ້າງຕຶງ ແລະ ແຈບສະໜິດ ກໍສາມາດປ້ອງກັນນ້ຳເຂົ້າໄດ້ໃນໄລຍະເວລາທີ່ດົນພໍສົມຄວນ.

ຢ່າງໃດກໍຕາມການນຳໃຊ້ຟິມຖະຫນອມອາຫານ ຄືຄວາມບໍ່ຄົງທົນ ບໍ່ກັນກະແທກ, ຂາດງ່າຍ ແລະ ມີຊ່ອງທາງໃຫ້ນ້ຳຊຶມລົງໄປໄດ້ ດັ່ງນັ້ນ ເມື່ອຖືກນ້ຳຫຼາຍຄວນຮີບຟ້າວເຊັດໃຫ້ແຫ້ງ ແລ້ວຖອດຟິມອອກໄປປ່ຽນໃໝ່.

4

4.ໃຊ້ມືຖືທີ່ສາມາດກັນນໍ້າມາດຕະຖານ IP67 ຂຶ້ນໄປ.

ນອກຈາກການໃຊ້ອຸປະກອນກັນນ້ຳທັງ 3 ຢ່າງແລກແລ້ວ ກໍຄວນໃຊ້ໂທະລະສັບມືຖືທີ່ມີມາດຕະຖານກັນນ້ຳ ແລະ ຝຸ່ນຕັ້ງແຕ່ລະດັບ IP67 ຂຶ້ນໄປຈະເໝາະສົມທີ່ສຸດເພາະຈະຊ່ວຍໃຫ້ໝັ້ນໃຈໄດ້ວ່າ ຫາກມີເຫດການທີ່ບໍ່ຄາດຝັນເກີດຂຶ້ນເຊັ່ນ: ຖົງຂາດ ຫລື ເຄດສ໌ຫລຸດ ເຄື່ອງທີ່ທ່ານກໍາລັງໃຊ້ງານຢູ່ຈະສາມາດປ້ອງກັນແຮງນ້ຳທີ່ສີດໃສ່ເຄື່ອງທ່ານໄດ້ຢ່າງຮອບດ້ານ ລວມເຖິງຍັງກັນນໍ້າເຂົ້າໃນກໍລະນີຕົກນ້ຳເລິກເຖິງ 1 ແມັດໃນໄລຍະເວລາ 30 ນາທີໄດ້ເປັນຢ່າງດີອີກດ້ວຍ.

ທັງນີ້ໂທລະສັບລຸ້ນໃໝ່ຂອງ Samsung ເຄື່ອງຫຼ້າສຸດທີ່ວາງຈຳຫນ່າຍໃນປີນີ້ເຊັ່ນ: Samsung Galaxy A53 5G ກໍໄດ້ມາດຕະຖານກັນນ້ຳ ແລະ ຝຸ່ນລະດັບ IP67 ເຊັ່ນກັນ. ນອກຈາກນີ້ ໂທລະສັບລຸ້ນດັ່ງກ່າວຍັງມາພ້ອມກັບກ້ອງຄົບຊັດລະດັບ 64 MP ແລະ ລະບົບກັນສັ່ນ ທີ່ຈະຊ່ວຍໃຫ້ທ່ານບັນທຶກພາບ ແລະ ວິດີໂອໃນຊ່ວງເທດສະການປີໃໝ່ລາວໄດ້ແຈ້ງ ແລະ ຄົມຊັດທີ່ສຸດ.

ເຖິງຢ່າງໃດກໍຕາມ ບໍ່ວ່າຈະເລືອກວິທີທາງໃດໃນການປ້ອງກັນນ້ຳເຂົ້າເຄື່ອງ ຜູ້ໃຊ້ບໍ່ຄວນລືມທີ່ຈະປ່ຽນການປົດລ໋ອກຈາກການສະແກຣນລາຍນິ້ວມື ມາເປັນລະບົບສະແກຣນໃບຫນ້າ ເພື່ອຄວາມສະດວກ ແລະ ປອດໄພໃນການໃຊ້ງານຢ່າງເໝາະສົມກັບຊ່ວງເວລາອັນມ່ວນຊື່ນນີ້ ອັນເປັນສິ່ງສໍາຄັນທີ່ຈະເຮັດໃຫ້ບຸນປະເພນີລາວຂອງເຮົາ ມີຄວາມງົດງາມ ແລະ ເປັນທີ່ໜ້າຈົດຈຳຕະຫຼອດໄປ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...