Wednesday, March 26, 2025

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 9 ເມສາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ຍັງພົບເຫັນ! ເດັກນ້ອຍຈໍານວນໜຶ່ງ ທີ່ເຮັດວຽກຕິດພັນກັບສະຖານທີ່ບໍລິການທ່ອງທ່ຽວ

ການທ່ອງທ່ຽວແມ່ນຂະແໜງການທີ່ມີຕ່ອງໂສ້ການບໍລິການທີ່ກວ້າງຂວາງ ກວມເອົາຫຼາຍຂະແໜງການທີ່ຕິດພັນກັບການບໍລິການ ທັງໂດຍທາງກົງ ແລະ ທາງອ້ອມ ບັນດາກິດຈະການທີ່ປິ່ນອ້ອມເຫລົ່ານັ້ນ ໄດ້ດຶງດູດແຮງງານທັງທາງກົງ ແລະ ທາງອ້ອມຈໍານວນຫລາຍ ເປັນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນທ້ອງຖິ່ນປະກອບສ່ວນລົບລ້າງຄວາມທຸກຍາກ

ແຕ່ເບິ່ງໃນສະພາບຕົວຈິງ ຍັງພົບເຫັນເດັກນ້ອຍຈໍານວນໜຶ່ງທີ່ເຮັດວຽກຕິດພັນກັບສະຖານທີ່ບໍລິການທ່ອງທ່ຽວເປັນຕົ້ນ: ສະຖານບັນເທີງ, ຮ້ານອາຫານ, ສະຖານທີ່ພັກແຮມ, ສະຖານທີ່ທ່ອງທ່ຽວ ແລະ ເລາະຂາຍເຄື່ອງຫັດຖະກໍາຕາມສະຖານທີ່ຕ່າງໆ.ກິດຈະການຈໍານວນໜຶ່ງ ຮັບເອົາເດັກນ້ອຍອາຍຸຕໍ່າກ່ວາ 18 ປີ ເຂົ້າໄປບໍລິການເຄື່ອງດື່ມທີ່ມີທາດເຫລົ້າໃນຮ້ານບັນເທີງ,ເດັກນ້ອຍທີ່ອອກຈາກໂຮງຮຽນ ເຊິ່ງຂະແໜງການທ່ອງທ່ຽວກໍມີຄວາມພະຍາຍາມສູງ ເພື່ອປ້ອງກັນບັນຫາ ການນໍາໃຊ້ແຮງງານເດັກ…ອ່ານຕໍ່

ພິທີເຊັນສັນຍາ (MOA) ວ່າດ້ວຍການຮ່ວມມືທາງດ້ານວິຊາການ ຂອງສອງມະຫາວິທະຍາໄລ

ພິທີເຊັນສັນຍາ ( MOA ) ວ່າດ້ວຍການຮ່ວມມືທາງດ້ານວິຊາການ ລະຫວ່າງ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ( ຄສບ ) ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລ ບໍລິຫານທຸລະກິດ ຄອມບີຊ ( ວຄບ ) ຢູ່ຫ້ອງປະຊຸມຂອງວິທະຍາໄລ ຄອມບີຊ ເມືອງປາກຊັນ ແຂວງບໍລິຄຳໄຊ

ຈຸດປະສົງ ກໍ່ເພື່ອເລັ່ງໃສ່ຍຸດທະສາດແຜນພັດທະນາການສຶກສາໃນໄລຍະໃໝ່ ໃຫ້ມີຄຸນນະພາບ ໂດຍສະເພາະນັກສຶກສາວິທະຍາໄລ ຄອມບີຊ ໃຫ້ມີຄຸນນະພາບ ທາງດ້ານຄຸນສົມບັດ – ຄວາມຮູ້ຄວາມສາມາດເປັນທີ່ຍອມຮັບຂອງສັງຄົມ ເພື່ອປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ…ອ່ານຕໍ່

ຮອງເລຂາພັກແຂວງຫຼວງພະບາງ ຢ້ຽມຢາມຄອບຄົວຕົວແບບຢູ່ເມືອງນ້ຳບາກ

อาจเป็นรูปภาพของ 7 คน, ผู้คนกำลังยืน และ กลางแจ้ง

ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງຫຼວງພະບາງ ພ້ອມດວ້ຍພະແນກການທີ່ກຽ່ວຂ້ອງ. ໄດ້ເຄື່ອນໄຫວ ຢຽ້ມຢາມຄອບຄົວຕົວແບບດ້ານການປູກ, ການລຽ້ງ ຢູ່ເມືອງນ້ຳບາກ ແຂວງຫຼວງພະບາງ ໂດຍການນຳພາຂອງທ່ານ ສົມຫວັງ ພອນຄຳວົງສາ ເຈົ້າເມືອງນ້ຳບາກ ພ້ອມດ້ວຍຫ້ອງການທີ່ກຽ່ວຂ້ອງຂອງເມືອງ

ການຢ້ຽມຢາມຄອບຄົວຕົວແບບຄັ້ງນີ້ ໄດ້ລົງເຄື່ອນໄຫວກ່ຽວກັບກະສິກຳຂອງປະຊາຊົນເປັນຕົ້ນແມ່ນ ການລຽ້ງເປັດຢູ່ກຸ່ມບ້ານນະຄອນ, ການລຽ້ງປາຢູ່ກຸ່ມບ້ານນາຍາງ, ການລຽ້ງໝູລາດ ຢູ່ກຸ່ມບ້ານນ້ຳດວ່ນ, ເຊີ່ງເປັນທ່າແຮງໜື່ງ ໃນການສ້າງລາຍໄດ້ໃຫ້ແກ່ປະຊາຊົນໃນແຕ່ລະເຂດ ເພື່ອເປັນການລຸດຜ່ອນຄວາມທຸກຍາກ…ອ່ານຕໍ່

ຮອງຫົວໜ້າພະແນກ ຖວທ ລົງຊຸກຍຸ້ເຄື່ອນໄຫວກິດຈະກຳ ສຳລັບເດັກ ຢູ່ທີ່ ໂຮງຮຽນແຂວງໄຊສົມບູນ

May be an image of 1 ຄົນ, ຢືນ, ນັ່ງ ແລະ outdoors

ທ່ານ ກິ່ງເພັດ ເພັດມະຈັນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ພ້ອມດ້ວຍທີມງານສູນວັດທະນະທຳເດັກ ໄດ້ລົງຊຸກຍູ້ເຄື່ອນໄຫວກິດຈະກຳ ເພື່ອເສີມສ້າງທັກສະຄວາມຮູ້ໃຫ້ແກ່ນ້ອງນ້ອຍນັກຮຽນ ຢູ່ໂຮງຮຽນປະຖົມສົມບູນ ບ້ານນໍ້າຊານ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນ.

ຈຸດປະສົງ ໃນການເຄື່ອນໄຫວຊຸກຍູ້ໂຮງຮຽນປະຖົມ ບ້ານນໍ້າຊານ ໃນຄັ້ງນີ້ ເພື່ອເປັນການສົ່ງເສີມການຮຽນຮູ້ໃຫ້ນ້ອງນ້ອຍນັກຮຽນ, ຊື່ງຄະນະທິມງານໄດ້ນຳເອົາສາລະໜ້າຮູ້, ກິດຈະກຳສຳລັບເດັກນ້ອຍ ແລະ ຮັບຟັງ ການເຜີຍແຜ່ພາລະບົດບາດການເຄື່ອນໄຫວຂອງສູນວັດທະນະທໍາເດັກ, ເຜີຍແຜ່ສິດທິເດັກ ແລະ ຍັງໄດ້ນໍາເອົາ ໂທລະໂຄ່ງ 1 ຊຸດໃຫ້ແກ່ທາງໂຮງຮຽນ…ອ່ານຕໍ່

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ