Meta ມີສ່ວນຮ່ວມໃນການສະເຫຼີມສະຫຼອງ ປີໃໝ່ລາວ ພ້ອມແບ່ງປັນພາບກຣາບຟິກສາດນໍ້າທີ່ໄດ້ແຮງບັນດານໃຈຈາກ Metaverse ໃຫ້ແກ່ຊຸມຊົນ

ເມື່ອເວົ້າເຖິງໜຶ່ງໃນບັນດາວັນທີ່ສຳຄັນທີ່ສຸດໃນປະຕິທິນລາວເຮົາ, ປີໃໝ່ລາວ ແມ່ນໜຶ່ງໃນເທດສະການ ທີ່ມີຄວາມໝາຍທີ່ສຸດສຳລັບຄົນລາວທຸກຄົນໃນທົ່ວໂລກ.

ພາລະກິດຂອງ Meta ແມ່ນການສ້າງ Metaverse ໃຫ້ປະກົດຜົນເປັນຈິງ ແລະ ຊ່ວຍໃຫ້ຜູ້ຄົນສາມາດເຊື່ອມຕໍ່ກັນໄດ້, ຊອກຫາຊຸມຊົນ ແລະ ເຕີບໂຕໄປພ້ອມໆກັນ. Meta ໄດ້ເນັ້ນໜັກເຖິງບາງກະແສນິຍົມ ທີ່ກຳລັງຈະເກີດຂຶ້ນໃນໂລກອອນລາຍ ເນື່ອງຈາກບໍລິສັດກຳລັງສ້າງເສັ້ນທາງໄປສູ່ໂລກ Metaverse. ເຊິ່ງສິ່ງເຫຼົ່ານີ້ ລວມໄປເຖິງກະແສນິຍົມທີ່ກຳລັງມາແຮງ ແລະ ການຮັບຮອງເອົາເຕັກໂນໂລຊີ AR ແລະ VR ອີກດ້ວຍ. ມີຜູ້ສ້າງເນື້ອຫາ ຫຼາຍກວ່າ 6ແສນຄົນ ໄດ້ເຜີຍແຜ່ພາບເອັບເຟັກ ທີ່ມີຫຼາຍກວ່າ 2.5ລ້ານພາບ ທົ່ວແພັດຟອມຂອງ Meta ແລະ ຍັງມີຫຼາຍກວ່າ 700ລ້ານຄົນ ທີ່ນໍາໃຊ້ພາບເອັບເຟັກ AR ໃນທົ່ວແອັບ Facebook ແລະ ເຄື່ອງມືຕ່າງໆໃນທຸກໆເດືອນ.

ໃນປີນີ້, Meta ໄດ້ໂອ້ລົມກັບ ບັນດາຜູ້ສ້າງເນື້ອຫາ ແລະ ຜູ້ທີ່ມີອິດທິພົນໃນໂລກອອນລາຍພາຍໃນປະເທດ ພ້ອມທັງຖາມພວກເຂົາ ເຖິງວິທີການໃນການເຊື່ອມຕໍ່ ແລະ ໃກ້ຊິດກັບແຟນໆ ລວມເຖິງຊຸມຊົນຂອງພວກເຂົາອີກດ້ວຍ. 

“ປີໃໝ່ລາວປີນີ້ກໍບໍ່ມີຫຍັງຫຼາຍເນາະ ເພາະເປັນອີກປີໜຶ່ງທີ່ງຽບໆ. ເຮົາຂໍໃຊ້ພື້ນທີ່ Facebook ນີ້ ອວຍໄຊໃຫ້ພອນ ໃຫ້ທຸກຄົນມີແຕ່ໂຊກລາບ, ຫຼິ້ນປີໃໝ່ຢ່າງມີສະຕິ, ປະຕິບັດຕາມຄຳແນະນຳທີ່ພັກລັດວາງອອກ. ໂຊກດີປີໃໝ່ອອນລາຍເດີ້!.” ຜູ້ສ້າງເນື້ອຫາທີ່ເປັນທີ່ນິຍົມໃນປະເທດລາວ, ເພຈ Una Studio ກ່າວ.

ອີກໜຶ່ງເພຈຣີວິວອາຫານທີ່ມີຊື່ສຽງໃນປະເທດ, ເພຈ ທ້ອງແຕກ Thong Taek ໄດ້ອວຍພອນວ່າ: “ປີໃໝ່ນີ້, ພວກເຮົາຂໍໃຫ້ທຸກຄົນປອດໄພ, ຫຼິ້ນປີໃໝ່ແບບ New Normal ນຳກັນ, ຮັກສາສຸຂະພາບ ແລະ ລະວັງໂຕ. ມີຄວາມຮັບຜິດຊອບຕໍ່ສັງຄົມເດີ້ທຸກຄົນ.”

ແລະສຸດທ້າຍ, ໜຶ່ງໃນບັນດາຜູ້ສ້າງເນື້ອຫາທີ່ມີຄວາມຄິດສ້າງສັນທີ່ສຸດໃນຕອນນີ້, ເພຈ ReeRiew ຫຼີລຽວ ທ່ຽວລາວ ຍັງໄດ້ກ່າວຕື່ມວ່າ: “ເນື່ອງຈາກພວກເຮົາຍັງຕ້ອງເຝົ້າລະວັງ ແລະ ຕິດຕາມສະຖານະການໂຄວິດ-19 ຢູ່ໃນຊ່ວງນີ້, ພວກເຮົາຂໍອວຍພອນໃຫ້ລູກເພຈທີ່ໜ້າຮັກທຸກຄົນປອດໄພ, ສະຫຼອງແບບນ້ອຍໆແຕ່ອົບອຸ່ນເດີ້. ສຳລັບພວກເຮົາ ຖ້າຢາກອວຍພອນໃຫ້ໃຜ ກໍອວຍພອນຜ່ານ Facebook ນີ້ ແລ້ວແທັກພວກເຂົາເລີຍ ຢ່າງນ້ອຍກໍເຮັດໃຫ້ຮູ້ສຶກໃກ້ຊິດກັນຍິ່ງຂຶ້ນ.”

ໂດຍໄດ້ຮັບແຮງບັນດານໃຈຈາກ Theme Metaverse, Meta ຍັງໄດ້ສ້າງພາບກຣາບຟິກ “ສະຫຼອງປີໃໝ່ລາວນຳກັນ” ຂຶ້ນ ເພື່ອເຮັດໃຫ້ຜູ້ຄົນໃນຊຸມຊົນສາມາດແບ່ງປັນຄວາມສຸກ ແລະ ຄວາມມ່ວນຊື່ນທົ່ວເທິງແພັດຟອມ ພ້ອມທັງເຊື່ອມຕໍ່ກັບຄົນທີ່ພວກເຂົາຮັກອີກດ້ວຍ.

ວິທີການຮ່ວມມ່ວນຊື່ນໄປກັບການສາດນໍ້າທາງອອນລາຍ ໃນແບບຂອງ Metaverse:

  1. ແຊຣພາບກຣາບຟິກສາດນໍ້ານີ້ ແລ້ວ ແທັກໝູ່ເພື່ອນ ຫຼື ຄົນທີ່ທ່ານຮັກ ເທິງ Facebook ພ້ອມໃສ່ Hashtag: #ສະຫຼອງປີໃໝ່ລາວນຳກັນ.
  2. ດາວໂຫຼດພາບກຣາບຟິກນີ້ ແລ້ວ ລົງ Story ໃນ Instagram ແລະ Facebook ພ້ອມໃສ່ Hashtag: #ສະຫຼອງປີໃໝ່ລາວນຳກັນ ແລ້ວແທັກໝູ່ເພື່ອນ ຫຼື ຄົນທີ່ທ່ານຮັກ.
  3. ດາວໂຫຼດພາບກຣາບຟິກນີ້ ແລ້ວແບ່ງປັນກັບໝູ່ເພື່ອນ ຫຼື ຄົນຮັກຂອງທ່ານເທິງແອັບສົນທະນາເຊັ່ນ Whatsapp ແລະ Messenger.

ມາສະແດງໃຫ້ຄອບຄົວ ແລະ ໝູ່ເພື່ອນຂອງທ່ານໄດ້ຮັບຮູ້ ວ່າທ່ານກຳລັງຄິດຮອດພວກເຂົາຢູ່ ໃນຊ່ວງເທດສະການ ປີໃໝ່ລາວນີ້. ໂຊກດີປີໃໝ່ລາວ 2022 ເດີ້!

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...