ສະຫຼຸບ iOS 16 ມີອັບເດດຫຍັງແນ່ ແລະ ລຸ້ນໃດຈະໄດ້ໄປຕໍ່

Apple ໄດ້ປ່ອຍ iOS 16 ລະບົບປະຕິບັດການເວີຊັນລ່າສຸດສຳລັບ iPhone ໂດຍທາງທີມງານຂອງ Apple ກໍໄດ້ສະຫຼຸບສິ່ງທີ່ອັບເດດໃຫມ່ ແລະ ລຸ້ນໂທລະສັບທີ່ຈະໄດ້ໄປຕໍ່ໃຫ້ ເຊິ່ງມີລາຍລະອຽດດັ່ງນີ້:

iOS 16 ມີອັບເດດຫຍັງແນ່?

Lock Screen

iOS 16 ຈະມີ Lock Screen ທີ່ສາມາດປ່ຽນຮູບແບບໂຕໜັງສື ແລະ ສີຂອງໂຕອັກສອນໄດ້ ລວມໄປເຖິງ Widget ແບບຕ່າງໆ ເຊິ່ງສາມາດສ້າງຮູບແບບຂອງໜ້າຈໍ Lock Screen ທີ່ຕ່າງກັນໄວ້ ແລະ ສາມາດເລືອກສະລັບໃຊ້ງານພາຍຫຼັງ

Widget

ສາມາດເພີ່ມ Widget ທີ່ໜ້າສົນໃຈເທິງໜ້າຈໍ Lock Screen ໄດ້ ບໍ່ວ່າຈະເປັນ ສະພາບອາກາດ, ກິດຈະກຳພາຍໃນປະຕິທິນ, ວັນທີ, ເວລາ, ໂມງປຸກ ແລະ ອື່ນໆ

Live Activities

ຟີເຈີໃຫມ່ໃນການຕິດຕາມກິດຈະກຳຕ່າງໆ ທີ່ເຮົາເຮັດຢູ່ ເພື່ອຕິດຕາມຄວາມຄືບໜ້າ ແລະ ຍັງຄວບຄຸມການເຮັດວຽກໄດ້ຜ່ານໜ້າຈໍ Lock Screen ໂດຍບໍ່ຕ້ອງປົດລ໋ອກໜ້າຈໍເຊັ່ນ: ການສັ່ງອາຫານ

Notifications

ຮູບແບບການແຈ້ງເຕືອນແບບໃຫມ່ເທິງໜ້າ Lock Screen ທີ່ປັບປ່ຽນມາຢູ່ທາງລຸ່ມຂອງຈໍ ເພື່ອບໍ່ໃຫ້ທັນບັງຮູບພາບໜ້າຈໍ ແລະ ບໍ່ລົບກວນສາຍຕາເຮົາ ເປັນແຈ້ງເຕືອນແບບຊ້ອນກັນຢູ່ ແຕ່ເຮົາຍັງສາມາດແຕະເພື່ອເບິ່ງແຈ້ງເຕືອນທັງໝົດໄດ້

Focus

ຟີເຈີທີ່ມາພ້ອມ iOS 15 ມີການເພີ່ມລູກຫຼິ້ນໃນ iOS 16 ໂດຍເຮົາສາມາດຕັ້ງຄ່າໜ້າຈໍ Lock Screen ໃຫ້ສອດຄ່ອງກັບໂຫມດ Focus ທີ່ຕ້ອງການໄດ້ ແລະ ສາມາດປ່ຽນຈາກໂຫມດ Focus ໃນເວລາ ສ່ວນໂຕ ໄປເປັນໂຫມດເຮັດວຽກພຽງແຕ່ເຮົາປັດ 1 ຄັ້ງເທົ່ານັ້ນ

Share iCloud Library

ສາມາດແບ່ງປັນຄັງຮູບພາບ ແລະ ວີດີໂອເທິງ iCloud ໄດ້ໃຫ້ກັບຄົນໃນຄອບຄົວໄດ້ສູງສຸດ 5 ຄົນ ພ້ອມສ້າງ Collection ຂອງຄອບຄົວໄດ້ງ່າຍໆ ລວມໄປເຖິງປັບແຕ່ງ ຫຼື ລົບຮູບພາບໄດ້ທຸກຄົນ

Messages

ສາມາດແກ້ໄຂຂໍ້ຄວາມທີ່ສົ່ງໄປແລ້ວ ຫຼື ກົດຍົກເລີກຂໍ້ຄວາມໄດ້ ລວມໄປເຖິງການເຮັດເຄື່ອງໝາຍຍັງບໍ່ໄດ້ອ່ານໃນກໍລະນີບໍ່ສະດວກຕອບກັບທັນທີ

Safari and Passkeys

ຮອງຮັບການ Share Tap ລວມໄປເຖິງການສົ່ງຂໍ້ຄວາມ ແລະ ເລີ່ມໂທໃນ FaceTime ໃນ Safari ໄດ້, ມິການອັບເດດ Passkeys ເພື່ອຄວາມປອດໄພດ້ານການເຂົ້າລະຫັດຂໍ້ມູນການລົງຊື່ເຂົ້າໃຊ້ງານ ຕັ້ງແຕ່ຕົ້ນທາງ ເຖິງປາຍທາງ ເພື່ອປ້ອງກັນການຮົ່ວໄຫຼຂອງຂໍ້ມູນ ເຊິ່ງ Apple ໄດ້ບອກວ່າມີຄວາມປອດໄພຫຼາຍກວ່າການຢືນຢັນສອງຂັ້ນແບບ two-factor authentication

ໂທລະສັບ iPhone ລຸ້ນໃດແນ່ທີ່ສາມາດອັບເດດ iOS 16 ໄດ້?

  • iPhone 13
  • iPhone 13 mini
  • iPhone 13 Pro
  • iPhone 13 Pro Max
  • iPhone 12
  • iPhone 12 mini
  • iPhone 12 Pro
  • iPhone 12 Pro Max
  • iPhone 11
  • iPhone 11 Pro
  • iPhone 11 Pro Max
  • iPhone XS
  • iPhone XS Max
  • iPhone XR
  • iPhone X
  • iPhone 8
  • iPhone 8 Plus
  • iPhone SE

ຂໍ້ມູນຈາກ: Apple

More from author

Related posts

Latest posts

ປະຫວັດ ພຣະທາດຫຼວງວຽງຈັນ

ພະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂັວນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ. ຕາມຕຳນານອຸລັງຄະທາດ ພະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນ ປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນ, ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະ ອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ.

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...