ຊ່ວຍກັນກຳຈັດແຫຼ່ງເພາະພັນຍຸງລາຍໃຫ້ໝົດໄປ ເພື່ອຢຸດການແຜ່ລະບາດຂອງໄຂ້ຍຸງລາຍ.

ປັດຈຸບັນ ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍໄດ້ເພີ່ມຂຶ້ນຢູ່ເລື້ອຍໆ ຈົນເຮັດໃຫ້ຕຽງນອນຄົນເຈັບຢູ່ໂຮງໝໍບາງແຫ່ງບໍ່ພຽງພໍ ຍ້ອນມີຜູ້ຕິດເຊື້ອ ໄຂ້ຍຸງລາຍເພີ່ມຂຶ້ນ.

ສະນັ້ນ, ເພື່ອເປັນການຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ແລະ ຖືເອົາວຽກງານນີ້ເປັນສຳຄັນ, ເປັນບູລິມະສິດ ໃນການຈັດສັນເວລາ, ສ້າງຂະບວນການອະນາໄມ ທຳລາຍແຫຼ່ງເພາະພັນຍຸງລາຍ ແລະ ສິ່ງສຳຄັນຖ້າມີຄົນໃນຄອບຄົວເປັນໄຂ້ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໜໍທັນທີ ບໍ່ຄວນຊື້ຢາມາກິນເອງເດັດຂາດ.

ພໍ່ຕູ້ ສິນໄຊ ບົວລະພາ

ພໍ່ຕູ້ ສິນໄຊ ບົວລະພາ ຢູ່ເຂດຫຼັກ 16 ກ່າວວ່າ: ໄຂ້ຍຸງລາຍ ຖືວ່າເປັນພະຍາດທີ່ອັນຕະລາຍຫຼາຍ ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ ທີ່ມີສຸຂະພາບຮ່າງກາຍບໍ່ແຂງແຮງ ພະຍາດໄຂ້ຍຸງລາຍ ຈະເຂົ້າໄປທຳລາຍລະບົບການໄຫຼວຽນຂອງເລືອດໄດ້ງ່າຍ.

ສຳລັບເພິ່ນແລ້ວ ຈະມີການກຳຈັດແຫຼ່ງເພາະພັນຍຸງລາຍປະຈຳ ແລະ ຍັງມີຂະບວນສາທາລະນະສຸກເມືອງ ລົງສີດຢາຂ້າເຊື້ອ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ທຸກໆອາທິດ, ລະດົມໃຫ້ປະຊາຊົນພາຍໃນບ້ານ ອະນາໄມເຮືອນຊານໃຫ້ສະອາດ ແລະ ອະນາໄມບໍລິເວັນນອກເຮືອນບໍ່ໃຫ້ມີນ້ຳຂັງ, ບໍ່ໃຫ້ມີປ່າຫຍ້າຕືບ, ເວລານອນຕ້ອງນອນໃນມຸ້ງທຸກເທື່ອ ເພື່ອກັນບໍ່ໃຫ້ຍຸງເຂົ້າມາກັດໄດ້.

ນາງ ພອນ ຄຳມະນີຜົນ

ນາງ ພອນ ຄຳມະນີຜົນ, ບ້ານ ດອນຕີ້ວ ບອກວ່າ: ໄຂ້ຍຸງອັນຕະລາຍເຊິ່ງມີການແພ່ລະບາດໄວ ແລະ ຫຼາຍຂຶ້ນເລື້ອຍໆ ສິ່ງທີ່ເຮົາເຮັດໄດ້ ກໍພຽງແຕ່ກຳຈັດແຫຼ່ງເພາະພັນຂອງໜອນນ້ຳ ຍຸງລາຍ, ຈູດຢາກັນຍຸງໃນບ່ອນທີ່ຄິດວ່າມີຍຸງຫຼາຍ  ຫຼື ສາມາດນຳຫົວສີໄຄມາທຸບປະໄວ້ພາຍໃນຫ້ອງ ກໍສາມາດຊ່ວຍໄລ່ຍຸງລາຍໄດ້.

ສຳລັບຢູ່ບ້ານ ດອນຕີ້ວ ແລ້ວ ທາງບ້ານກໍໄດ້ມີການສີດຢາ ແລະ ແນະນຳວິທີການກຳຈັດຍຸງ ລາຍ ໂດຍການອະນາໄມຈຸດທີ່ມີນ້ຳຂັງ ເພາະຈຸດທີ່ມີນ້ຳຂັງມັນເປັນ ແຫ່ງແພ່ພັນຂອງໜອນນ້ຳຍຸງລາຍໄດ້ດີ.

ປັດຈຸບັນ ນະຄອນຫຼວງ ວຽງຈັນ ເປັນບ່ອນທີ່ມີການຕິດເຊື້ອໄຂ້ຍຸງລາຍຫຼາຍທີ່ສຸດ ໃນທົ່ວປະເທດ  ສະນັ້ນ, ຂໍໃຫ້ທຸກຄົນຈົ່ງມີສະຕິລະວັງຕົວ, ຊ່ວຍກັນທຳລາຍແຫ່ງເພາະພັນຂອງ ຍຸງລາຍ ໂດຍການກຳຈັດຈຸດທີ່ມີນ້ຳຂັງ, ຈູດຢາກັນຍຸງ ແລະທາໂລຊັ້ນກັນຍຸງ ປົກປ້ອງຮ່າງການດ້ວຍເຄື່ອງນຸ່ງແຂນຍາວ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.