ລວມມາໃຫ້ແລ້ວ! ເວັບດາວໂຫລດ Template ຟຣີ ຊ່ວຍສ້າງ PowerPoint ແບບມືອາຊີບ

ເຄີຍເປັນບໍ່? ໃນມື້ທີ່ເຮົາຕ້ອງຄິດ ແລະ ສ້າງບົດລາຍງານ PowerPoint ໃຫ້ດີ ໃຫ້ງາມ ແຕ່ກໍຄິດບໍ່ອອກ ເຖິງເຮັດມາແລ້ວກໍຍັງຮູ້ສຶກສາວ່າມັນທຳມະດາ.

ມື້ນີ້, ເຮົາເລີຍຈະລວມເອົາເວັບທີ່ສາມາດດາວໂຫຼດ Template ສຳລັບເຮັດ PowerPoint ໂດຍສະເພາະມາໃຫ້ ເພື່ອເອົາໄປສ້າງບົດລາຍງານແບບມືອາຊີບ ໂດຍທີ່ເຮົາບໍ່ຈຳເປັນຕ້ອງມີທັກສະໃນການອອກແບບກໍໄດ້.

24 slides

24 slides – ມີໃຫ້ເລືອກທັງ PowerPoint ແລະ Google Slides ເຮົາສາມາດຄົ້ນຫາ Templates ທີ່ເຂົ້າກັບງານທີ່ເຮົາກຳລັງນໍາສະເໜີໄດ້ເຊັ່ນ: ບົດລາຍງານທີ່ເປັນ Chart ຫຼື Graphs, Organization, Text Slides ແລະ ອື່ນໆ.

Slidesgo

Slidesgo – ສາມາດດາວໂຫຼດ Template ຂອງ PowerPoint ແລະ Google Slides ເຊິ່ງຈະມີຫຼາຍໝວດໝູ່ ເຊັ່ນ: Education, Business, Marketing, Medical ແລະ ອື່ນໆ.

Pikbest

Pikbest – ນອກຈາກຈະມີ Template ຂອງ PowerPoint ໃຫ້ໂຫຼດຟຣີແລ້ວ ຍັງມີ Creative Templates ທີ່ຈະຊ່ວຍໃນການອອກແບບ ຮູບພາບ, ພື້ນຫຼັງ, ໂຄສະນາ ແລະ UI.

Canva

Canva – ເວັບຍອດນິຍົມສຳລັບຄົນລຸ້ນໃໝ່ ທີ່ນອກຈາກຊ່ວຍໃນການອອກແບບບົດລາຍງານ Power point ແລ້ວ ຍັງຊ່ວຍໃນການອອກແບບຮູບພາບ ໃນແພຼັດຟອມຕ່າງໆ ອີກດ້ວຍ ແລະ ຍັງມີອີກຫຼາຍຟີເຈີທີ່ໃຫ້ໄປລອງຫຼິ້ນກັນ.

Behance

Behance – ເວັບໄຊດາວໂຫຼດ Templates ທີ່ມີເອກະລັກໂດດເດັ່ນໃນເລື່ອງຂອງ ການຈໍາແນກສີໄດ້, ຖ້າເຮົາຢາກໄດ້ ບົດລາຍງານທີ່ເປັນໄປຕາມທີ່ລູກຄ້າກຳນົດສີມາ ເຮົາກໍສາມາດເລືອກໂທນສີ ແລ້ວກໍຈະມີໃຫ້ດາວໂຫຼດຫຼາກຫຼາຍ Templates.

ນອກຈາກນັ້ນ, ຍັງມີ Templates ໃນການອອກແບບຕ່າງໆ ໃຫ້ດາວໂຫຼດອີກເຊັ່ນ: Art Direction, Fashion, Graphic Design, Adobe, Motion Graphics, UI ແລະ Web Design.

ທັງໝົດທີ່ເຮົານໍາສະເໜີມາ ແມ່ນສາມາດດາວໂຫຼດໄດ້ຟຣີ ແຕ່ກໍຍັງມີບາງອັນທີ່ຕ້ອງໄດ້ລົງທະບຽນກ່ອນໃຊ້ງານ ຫຼື ດາວໂຫຼດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...