ໜຶ່ງດຽວໃນລາວ ຕ່ຳພົມດ້ວຍມື

ສິລະປະການຕ່ຳພົມດ້ວຍມື ຈາກ ມະຫັດສະຈັນຕ່ຳພົມລາວ ຖືວ່າເປັນງານສືມືໜຶ່ງດຽວໃນລາວ ທີ່ໃຊ້ວັດຖຸດິບ ໄໝມ້ອນມາຕ່ຳເປັນພົມ ເຊິ່ງເຮັດໃຫ້ຜົນງານທີ່ໄດ້ອອກມາ ມີຄວາມງົດງາມ, ເປັນເອກະລັກ ແລະ ມີຄຸນຄ່າສູງ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ, ຜູ້ກໍ່ຕັ້ງ ມະຫັດສະຈັນຕ່ຳພົມລາວ

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ, ຜູ້ກໍ່ຕັ້ງ ມະຫັດສະຈັນຕ່ຳພົມລາວ ກ່າວວ່າ: ຫັດຖະກຳຕ່ຳພົມ ຖືເປັນເຈົ້າດຽວໃນລາວ ທີ່ເກີດຂຶ້ນຍ້ອນຄວາມມັກຮັກ ໃນດ້ານງານຫັດຖະກຳ ແລະ ມັກສະສົມຜ້າລາຍເກົ່າໆ ຂອງລາວໄວ້ ອີກຢ່າງການຕ່ຳຜ້າ ກໍຖືເປັນຄວາມພາກພູມໃຈ ຂອງແມ່ຍິງລາວ ເລີຍຢາກຍົກສູງ ແລະ ສົ່ງເສີ່ມ ສິ່ງທີ່ເປັນສີໄມ້ລາຍມືຂອງແມ່ຍິງລາວ ໃຫ້ກວ້າງໄກ ແລະ ສືບສານວັດຖະນະທຳລາວໄວ້ ໃຫ້ລຸ້ນລູກລຸ້ນຫຼານໄດ້ເຫັນ.

ພົມທຸກຜືນແມ່ນໃຊ້ສີມືຂອງຄົນໃນການຕ່ຳທັງໝົດ
ແຮງງານທີ່ໃຊ້ສ່ວນໃຫຍ່ຈະເປັນຄົນພິການ

ໃນປີ 1998 ໄດ້ເລີ່ມກໍ່ຕັ້ງ ມະຫັດສະຈັດຕ່ຳພົມ ຂຶ້ນມາ ໂດຍຄຳວ່າ “ມະຫັດສະຈັນ” ເປັນຄວາມຮູ້ສຶກ ຂອງຜູ້ຕໍ່າ ທີ່ຕ່ຳອອກມາ ແລ້ວເຫັນວ່າຜົນງານຂອງຕົນເອງ ເປັນໜ້າອັດສະຈັນຫຼາຍ ທີ່ສາມາດເຮັດອອກມາໄດ້,  ອີກຢ່າງໜຶ່ງການຕ່ຳພົມກໍເປັນສີມືຂອງແມ່ຍິງພິການ ນອກຈາກນີ້ ຈຸດປະສົງກໍເພື່ອຢາກສ້າງອາຊີບ ໃຫ້ກັບຄົນພິການທີ່ມີໃຈສູ້ ບໍ່ຍາກເປັນພາລະຂອງຄອບຄົວ ແຕ່ຍັງເປັນຕົວຫຼັກ ທີ່ຈະສ້າງລາຍໄດ້ ສົ່ງໃຫ້ກັບຄອບຄົວອີກດ້ວຍ.

ທ່ານ ນາງ ສຸວິຕາ ຍັງກ່າວອີກວ່າ: ການຕ່ຳພົມ ບໍ່ແມ່ນວ່າຜູ້ໃດກໍຈະສາມາດຕ່ຳໄດ້ ມັນຕ້ອງຂຶ້ນກັບຄວາມຮັກມັກໃນດ້ານນີ້ນຳ ເພາະການຕ່ຳພົມ ຕ້ອງໃຊ້ຄວາມລະອຽດອ່ອນ, ຄວາມປານີດ ແລະ ຄວາມອົນທົນສູງ ບວກກັບ ຕ້ອງເປັນຄົນທີ່ມີພອນສະຫວັນ ແລະ ພອນສະແຫວງໃນດ້ານນີ້ນຳ.

ໄໝມ້ອນ ວັດຖຸດິບທີ່ໃຊ້ຕ່ຳພົມ

ຈຸດພິເສດຂອງຜ້າພົມ ທີ່ມະຫັດສະຈັນຜະລິດອອກມາ ຄືເສັ້ນໄໝທີ່ນຳມາຕ່ຳ ຈະເປັນໄໝມ້ອນ ເພາະນອກຈາກຈະມີຄວາມງາມແລ້ວ ຍັງມີຄວາມສະອາດ, ສາມາດເກັບຮັກສາໄດ້ດົນ, ອະນະໄມໄດ້ງ່າຍ ແລະ ຍິ່ງເກັບໄວ້ດົນຍິ່ງມີລາຄາສູງ.

ໂດຍທາງມະຫັດສະຈັນ ໄດ້ສ້າງຟາມລ້ຽງມ້ອນເອງ ຢູ່ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ສ່ວນການຕ່ຳຈະໃຊ້ສີມືທີ່ມີຄວາມປານີດຂອງຄົນ 100% ເຊິ່ງອາດຈະໃຊ້ເວລາໃນການຕ່ຳດົນກວ່າຈະໄດ້ພົມ 1 ຜືນ.

ຜ້າພົມ ທີ່ຕ່ຳສຳເລັດແລ້ວ

“ພົມບາງຜືນອາດໃຊ້ເວລາໃນການຕ່ຳດົນເຖິງ 1 ປີ ກວ່າຈະຕ່ຳສຳເລັດ ເພາະຕ້ອງໄດ້ໃຊ້ຄວາມອົດທົນ, ຄວາມປານີດ ແລະ ສີມືໃນການຕ່ຳສູງ” ທ່ານນາງ ສຸວິຕາ ກ່າວ.

 ໂດຍຜູ້ທີ່ໄດ້ໃຊ້ພົມຈາກມະຫັດສະຈັນແລ້ວ ຈະບໍ່ຜິດຫວັງແນ່ນອນ ເພາະພົມແຕ່ລະຜືນ ມີແບບ ແລະ ລາຍ ທີ່ບໍ່ຊ້ຳກັນ ສະນັ້ນ, ຈຶ່ງເວົ້າໄດ້ວ່າ ການຜະລິດພົມແບບນີ້ມີພຽງແຫ່ງດຽວຢູ່ໃນປະເທດລາວ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...