Friday, March 21, 2025

ຮັບຮອງ 2 ບ້ານວັດທະນະທຳ ບ້ານ ນໍ້າຊານ ແລະ ບ້ານ ຫຼວງພັນໄຊ

ທີ່ ຫ້ອງການບ້ານ ບ້ານນໍ້າຊານ ໄດ້ມີພິທີຮັບຮອງ ບ້ານ ນໍ້າຊານ ແລະ ບ້ານຫຼວງພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເປັນບ້ານວັດທະນະທຳ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງໄຊສົມບູນ ຜູ້ຊິ້ນຳວຽກງານ ວັດທະນະທຳ-ສັງຄົມ ແລະ ຜູ້ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ບ້ານນໍ້າຊານ ແລະ ບ້ານຫຼວງພັນໄຊ ມີປະຊາກອນທັງໝົດ 1.758 ຄົນ, ຍິງ 709 ຄົນ, ໃນນັ້ນ ບ້ານນໍ້າຊານ ມີ 231 ຄອບຄົວ ຜ່ານການປະເມີນມີຄອບຄົວວັດທະນະທໍາ 212 ຄອບຄົວ ເທົ່າກັບ 91,77% ແລະ ບ້ານຫຼວງພັນໄຊ ມີ 101 ຄອບຄົວ.

ເຊິ່ງຜ່ານການປະເມີນມີຄອບຄົວວັດທະນະທໍາ ໄດ້ 93 ຄອບຄົວ ເທົ່າກັບ 92,07% ດັ່ງນັ້ນ ທາງຄະນະນໍາເຫັນວ່າໄດ້ຕາມລະດັບຄາດໝາຍຕົວຊີ້ວັດ ຈື່ງໄດ້ປະກາດຮັບຮອງເປັນບ້ານວັດທະນະທຳ ແຫ່ງທີ 6, ແຫ່ງທີ 7 ຂອງເມືອງລ້ອງແຈ້ງ ແລະ ເປັນບ້ານ ວັດທະນະທຳ ແຫ່ງທີ 66, ແຫ່ງທີ 67 ຂອງແຂວງໄຊສົມບູນ ແລະ ມອບໃບຢັ້ງຢືນບ້ານວັດທະນະທໍາໃຫ້ແກ່ 2 ບ້ານດັ່ງກ່າວ.

ທີ່ມາ: ທ້າວ ເຢັ້ງເຊີຍເຊ່ຍມົວ ຈົ່ງວ່າຊົວໂກ້

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່