ເຫດຜົນທີ່ ແມ່ຍິງ ບໍ່ຄວນດື່ມ ແອລກໍຮໍ ແຂ່ງກັບ ຜູ້ຊາຍ

ທໍາມະຊາດນັ້ນສ້າງຮ່າງກາຍ “ຍິງ” ກັບ “ຊາຍ” ແຕກຕ່າງກັນ ແລະ ການຮັບທາດຕ່າງໆ ກໍແຕກຕ່າງກັນ. ຮ່າງກາຍ ແມ່ຍິງ ຈະຊຶມຊັບທາດເຫຼົ້າ (Alcohol) ໄວກວ່າ ຜູ້ຊາຍ ເຮັດໃຫ້ເມົາໄວກວ່າ ແລະ ມີທາດພິດເຂົ້າທໍາລາຍໄດ້ຫຼາຍກວ່າ. ຜົນທີ່ຕາມມາກໍຄື ແມ່ຍິງ ທີ່ດື່ມເຫຼົ້າຫຼາຍ ມັກຈະເປັນມະເຮັງເຕົ້ານົມ ຊຶ່ງມີໂອກາດສູງເຖິງ 50% ຖ້າທຽບກັບຜູ້ທີ່ບໍ່ດື່ມ. ນອກນັ້ນ, ແມ່ຍິງ ຍັງມີໂອກາດເປັນໂຣກກະດູກຜ່ອຍ, ​ກະດູກບາງ ເພາະເຫຼົ້າຈະເຂົ້າໄປທໍາລາຍເນື້ອກະດູກ Bone mass. 

ພາບປະກອບ

ຕໍ່ໄປນີ້ ແມ່ນ 6 ເຫດຜົນ ທີ່ແມ່ຍິງ ບໍ່ຄວນດື່ມສິ່ງມຶນເມົາແຂ່ງກັບຜູ້ຊາຍ:

  1. ຮ່າງກາຍຂອງແມ່ຍິງ ມີນ້ຳໜັກໜ້ອຍກວ່າຜູ້ຊາຍ ແລະ ມີນ້ຳໃນຮ່າງກາຍໜ້ອຍນຳອີກ, ດັ່ງນັ້ນ ຮ່າງກາຍຂອງແມ່ຍິງ ຈຶ່ງບໍ່ມີຄວາມສາມາດ ທີ່ຈະກຳຈັດ ແອລກໍຮໍ ໃຫ້ໝົດໄປຊ່ຳກັບຜູ້ຊາຍ ເຖິງວ່າຈະດື່ມໃນປະລິມານທີ່ເທົ່າກັນກໍຕາມ, ແຕ່ ແອລກໍຮໍ ສົ່ງຜົນກະທົບຕໍ່ແມ່ຍິງຫຼາຍກວ່າຜູ້ຊາຍ ແຖມຍັງສ່ຽງຕໍ່ມະເຮັງເຕົ້ານົມອີກດ້ວຍ.
  2. ທັງຜູ້ຊາຍ ແລະ ແມ່ນຍິງ ທີ່ອາຍຸໜ້ອຍກວ່າ 21 ປີ ເປັນຊ່ວງອາຍຸທີ່ຮ່າງກາຍ ກຳລັງມີການຈະເລີນເຕີບໃຫຍ່ ຈຶ່ງບໍ່ຄວນໄດ້ຮັບ ແອລກໍຮໍ ເຂົ້າສູ່ຮ່າງກາຍ ເພາະມັນຈະເຂົ້າໄປຂັດຂວາງ ການເຮັດວຽກຂອງອະໄວຍະວະຕ່າງໆ ໃຫ້ເຮັດວຽກໄດ້ບໍ່ເຕັມທີ່ ເຊິ່ງອາດຈະສົ່ງຜົນເຮັດໃຫ້ອະໄວຍະວະບາງຢ່າງຂອງເຮົາ ເຕີຍໃຫຍ່ໄດ້ບໍ່ເຕັມທີ່ໄປນຳ.
  3. ແມ່ຍິງ ທີ່ກຳລັງຖືພາ ຫຼື ມີການວາງແຜນທີ່ຈະມີລູກ ຄວນເຊົາດື່ມ ແອລກໍຮໍ ຢ່າງຮີບດ່ວນ ເພາະມີຜົນຫຼາຍຕໍ່ເດັກນ້ອຍໃນທ້ອງ ເຊັ່ນ: ເຮັດໃຫ້ເດັກໂຕນ້ອຍ, ຫົວລີບ ຫຼື ມີຮູບໜ້າຜິດປົກກະຕິ, ສະໝອງຜິດປົກກະຕິ ເປັນຕົ້ນ.
  4. ສຳລັບແມ່ຍິງ ທີ່ກຳລັງໃຊ້ຢາບາງຊະນິດຢູ່ ອາດຈະເພື່ອປິ່ນປົວໂຣກປະຈຳໂຕ ຫຼື ປິ່ນປົວອາການອື່ນໆ ບໍ່ຄວນດື່ມ ແອລກໍຮໍ ເລີຍ ເພາະ ແອລກໍຮໍ ອາດມີປະຕິກິລິຍາກັບຢາທີ່ເຮົາກຳລັງກິນຢູ່ ອາດຈະເຮັດໃຫ້ຮ່າງກາຍຂອງເຮົາດູດຊຶມຢາໄດ້ບໍ່ເຕັມທີ່ ຫຼື ອາດເພີ່ມໃຫ້ຜົນຂ້າງຄຽງຂອງຢາຮຸນແຮງຂຶ້ນກໍເປັນໄດ້.
  5. ແມ່ຍິງທີ່ຕ້ອງຂັບລົດ ຫຼື ເຮັດວຽກທີ່ໃຊ້ສະມາທິສູງຫຼາຍ ບໍ່ຄວນດື່ມ ແອລກໍຮໍ ເພາະມີຄວາມອັນຕະລາຍຕໍ່ສະຕິ ແລະ ສະໝອງ ເຊິ່ງສົ່ງຜົນຕໍ່ເນື່ອງເຖິງຊີວິດໄດ້ໃນອະນາຄົດ.
  6. ເນື່ອງຈາກວ່າຮ່າງກາຍແມ່ນຍິງມີຂໍ້ເສຍປຽບຜູ້ຊາຍຫຼາຍ ດັ່ງນັ້ນ, ເຮົາຈຶ່ງບໍ່ຄວນດື່ມ ແອລກໍຮໍ ເພາະຈະເຮັດໃຫ້ເຮົາສູນເສຍເຮື່ອແຮງ ໃນການປ້ອງກັນໂຕເອງ, ອາດຖືກທຳຮ້າຍຮ່າງກາຍ ຫຼື ຖືກລ່ວງລະເມີດທາງເພດໄດ້ງ່າຍໆ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...