ບ້ານຊຽງຫວາງ ຕົ້ນຕຳລັບການເຮັດ “ເຂົ້າໜົມປ່ານ” ຢູ່ແຂວງ ຄຳມ່ວນ

ຖ້າເອີ່ຍເຖິງ “ເຂົ້າໜົມປ່ານ” ຊາວແຂວງ ຄຳມ່ວນ ຈະຮູ້ດີວ່າ ເຂົ້າໜົມປ່ານທີ່ແຊບ ແລະ ເປັນຕົ້ນຕຳລັບ ແມ່ນຕ້ອງມາຈາກບ້ານ ຊຽງຫວາງ, ເມືອງ ໜອງບົກ ເທົ່ານັ້ນ! ເພາະບ້ານດັ່ງກ່າວ ເປັນບ້ານທີ່ມີປະຫວັດການເຮັດເຂົ້າໜົມປ່ານມາແຕ່ດົນແລ້ວ ຊຶ່ງແມ່ນຊາວຫວຽດນາມ ທີ່ອົບພະຍົກມາຢູ່ບ້ານດັ່ງກ່າວ ແລະ ໄດ້ມີການສືບທອດການເຮັດຂະໜົມປ່ານມາ 3 ເຊັ່ນຄົນແລ້ວ.

ປັດຈຸບັນ ເຂົ້າໜົມປ່ານ ກາຍເປັນຂະໜົມຂອງຝາກທີ່ຂຶ້ນຊື່ຂອງ ແຂວງ ຄຳມ່ວນ ໄປແລ້ວ! ຊຶ່ງຫຼາຍໆຄົນເດີນທາງກາຍ ໄປ-ມາ ຕາມເສັ້ນທາງ 13 ໃຕ້ ຜ່ານເມືອງ ທ່າແຂກ ຕ້ອງໄດ້ແວ່ຊື້ມາເປັນຂອງຕ້ອນຂອງຝາກກັບບ້ານ. ແຕ່ຫຼາຍທ່ານອາດຍັງບໍ່ທັນຮູ້ວ່າ ເຂົ້າໜົມປ່ານ ທີ່ຫໍ່ໃສ່ໃບຕອງນັ້ນ ເຂົາເຮັດກັນຈັ່ງໃດ? ກວ່າຈະມາເປັນເຂົ້າໜົມປ່ານໃຫ້ເຮົາກິນໄດ້ນັ້ນມີຂັ້ນຕອນຫຍັງແດ່?.

ນາງ ແສງຈັນ ແສງສະຫວ່າງ ຫຼື ອ່ຽວນ້ອຍ

ນາງ ແສງຈັນ ແສງສະຫວ່າງ ຫຼື ເປັນທີ່ຮູ້ຈັກກັນໃນຊື່ “ອ່ຽວນ້ອຍ”, ຜູ້ສືບທອດການເຮັດເຂົ້າໜົມປ່ານ ລຸ້ນທີ 3 ໃຫ້ຮູ້ວ່າ: ວິທີໃນການເຮັດເຂົ້າໜົມປ່ານ ແມ່ນເລີ່ມຈາກການນຳເອົາ “ໃບປ່ານ” ໄປແຊ່ນ້ຳໄວ້ 1 ມື້ 1 ຄືນ ແລ້ວນຳມາລ້າງໃຫ້ສະເດັດນ້ຳຈົນ ໃບປ່ານ ແຫ້ງ, ຈາກນັ້ນ ກໍນຳເອົາໄປຜະສົມກັບນ້ຳລ້າໆ ແລ້ວນຳໄປຕົ້ມຈົນໃບປ່ານເປື່ອຍ. ຈາກນັ້ນກໍນຳອອກມາໃຫ້ສະເດັດນ້ຳ ແລະ ປະໃຫ້ເຢັນ ແລ້ວນຳໄປປັ່ນແຫ້ງ ເພື່ອຈະເອົາໄປຜະສົມກັບແປ້ງເຂົ້າໜຽວ ແລະ ນ້ຳອ້ອຍ ເພື່ອໃຫ້ໄດ້ປ່ານທີ່ມີຄວາມໜຽວຈາກແປ້ງ ແລະ ຄວາມຫອມຈາກນ້ຳອ້ອຍ, ຈາກນັ້ນ ກໍນຳມາຕຳໃສ່ຄົກມອງໃຫຍ່ເພື່ອໃຫ້ປ່ານ, ແປ້ງເຂົ້າໜຽວ ແລະ ນ້ຳອ້ອຍເຂົ້າກັນດີ. ຕໍ່ມາກໍເຮັດໄສ້ເຂົ້າໜົມປ່ານ ຊຶ່ງມີພຽງແຕ່ໄສ້ດຽວນັ້ນກໍຄື: “ໄສ້ຖົ່ວເຫຼືອງ” ໂດຍນຳເອົາຖົ່ວເຫຼືອງມາຜະສົມກັບໝາກພ້າວ, ນ້ຳຕານຊາຍ ແລະ ນົມແມວ.

ຫຼັງຈາກນັ້ນ, ຈຶ່ງນຳເອົາປ່ານທີ່ປັ້ນໄວ້ເປັນກ້ອນມາໃສ່ໃສ້ຖຢ່ວເຫຼືອງທີ່ກຽມໄວ້ ຫໍ່ໃສ່ໃນໃບຕອງ ແລ້ວນຳເອົາສໄປໜຶ່ງຈົນກວ່າເຂົ້າໜົມປ່ານຈະສຸກ ນາງອ່ຽວນ້ອຍ ບອກວ່າ ການໜຶ້ງເຂົ້າໜົມປ່ານແຕ່ລະຄັ້ງແມ່ນຂຶ້ນຢູ່ກັບຄວາມແຮງຂອງໄຟທີ່ເຮົາດັງ ແລະ ຈະໃຊ້ການດັງຟືນເທົ່ານັ້ນ.

ໃບປ່ານ
ປ່ານທີ່ຜະສົມແປ້ງເຂົ້າໜຽວ ແລະ ນ້ຳອ້ອຍແລ້ວ
ຂະໜົມປ່ານທີ່ຫໍ່ແລ້ວກຽມເອົາໄປໜຶ້ງ

ເຂົ້າໜົມປ່ານ ທີ່ເພິ່ນເຮັດອອກມາ ໃນເມື່ອກ່ອນຈະມີ 2 ຂະໜາດຄື: ຂະໜາດນ້ອຍ ແລະ ຂະໜາດໃຫຍ່ ແຕ່ມາຮອດປັດຈຸບັນ ຍ້ອນເສດຖະກິດ ແລະ ວັດຖຸດິບທີ່ໃຊ້ເຂົ້າໃນການຜະລິດເຂົ້າໜົມມີລາຄາທີ່ສູງຂຶ້ນ ເພິ່ນຈຶ່ງເຮັດອອກມາແຕ່ຂະໜາດດຽວ ຄື: ຂະໜາດໃຫຍ່ ຊຶ່ງເພິ່ນຈະຂາຍກ້ອນລະ 2.000 ກີບ ແລະ ຖ້າຂາຍສົ່ງເປັນຖົງໃຫຍ່ມີ 55 ກ້ອນ ເພິ່ນຈະຂາຍຖົງລະ 100.000 ກີບ.

ການເຮັດເຂົ້າໜົມປ່ານ ຢູ່ບ້ານ ຊຽງຫວາງ, ແມ່ນຈະເລີ່ມເຮັດໃນຕອນກາງຄືນ ຊຶ່ງ ນາງ ອ່ຽວນ້ອຍ ໃຫ້ເຫດຜົນວ່າ: ການເຮັດເຂົ້າໜົມປ່ານຕອນກາງຄືນຈະດີກວ່າຕອນກາງເວັນ ເນື່ອງຈາກອາກາດຈະບໍລິສຸດ ແລະ ປອດສານພິດກວ່າເຮັດຕອນກາງເວັນ ອີກທັງຍັງສາມາດສົ່ງໃຫ້ລູກຄ້າໃນຕອນເຊົ້າທັນຕາມເວລາທີ່ກຳນົດໄວ້.

ໃນການເຮັດຂະໜົມປ່ານຂອງເພິ່ນແຕ່ລະມື້ແມ່ນຈະເຮັດຕາມທີ່ລູກຄ້າສັ່ງ ຊຶ່ງຈະມີທັງໃນຕົວເມືອງ ທ່າແຂກ, ເຂດອື່ນໆ ຂອງແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ ແລະ ຢູ່ ນະຄອນຫຼວງ ວຽງຈັນ.

ບ້ານ ຊຽງຫວາງ, ເມືອງ ໜອງບົກ ຫ່າງຈາກຕົວເມືອງ ທ່າແຂກ ປະມານ 30 ກິໂລແມັດ ຊຶ່ງຢູ່ລຽບຕາມແຄມແມ່ນ້ຳຂອງ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.