ລວດລາຍຜ້າ ຂອງຊົນເຜົ່າກຶມມຸ ແມ່ນການຕັດກັນລະຫວ່າງສີຂອງເຄືອ ແລະ ເສັ້ນຕໍ່າ ເຮັດໃຫ້ເກີດມີສີສັນ, ລວດລາຍແບບຕ່າງໆຂຶ້ນ ດ້ວຍຈິນຕະນາການ ໂດຍການ ຕ່ຳຂີດ ເນື່ອງຈາກການຕ່ຳຂີດ ຈະເຮັດໃຫ້ຜ້າໄດ້ແຖວລະສີ ແລະ ຍັງມີການຕ່ຳ ທີ່ເປັນເອກະລັກ ໂດຍການໃຊ້ລູກປັດ ຫຼື ເມັດຕະກົ່ວ ຮ້ອຍແຊກລະຫວ່າງການຕ່ຳ ເພື່ອສ້າງລວດລາຍທີ່ປາກົດໃນຜືນຜ້າ, ລາຍຜ້າສ່ວນໃຫຍ່ ຈະສື່ເຖິງ ການດຳລົງຊີວິດ ໃນດ້ານຮິດຄອງປະເພນີ, ພິທີກຳ ແລະ ຄວາມເຊື່ອ, ຊົນເຜົ່າກຶມມຸ ນີຍົມຕ່ຳຜ້າ 3 ລວດລາຍຄື: ລາຍພື້ນຖານ, ລາຍພືດ ແລະ ລາຍສັດ.


ລາຍພື້ນຖານ: ຈະໃຊ້ການຕໍ່າດ້ວຍເສັ້ນໃຍ ແລະ ເກັບລາຍໃຫ້ເປັນດອກນ້ອຍໆ, ໃຊ້ລວດລາຍດອກໃນແຕ່ລະແຖວ ໃຫ້ມີຂະໜາດ ແລະ ສີສະຫຼັບກັນໄປ, ລວດລາຍສ່ວນໃຫຍ່ໃນຜືນຜ້າ ຈຶ່ງເປັນລວດລາຍທີ່ມີພື້ນຖານມາຈາກຮູບຊົງເລຂາຄະນິດ ເປັນລີ້ວໆ ແລະ ຈະມີແຊກຢູ່ບາງສ່ວນ, ການຕັ້ງຊື່ລາຍຜ້າຂອງຊົນເຜົ່າກຶມມຸ ຈະຂຶ້ນກັບແນວຄິດ, ແຮງບັນດານໃຈ ຂອງແຕ່ລະກຸ່ມ ໂດຍຊື່ລາຍ ຈະມາຈາກສິ່ງແວດລ້ອມໃກ້ຕົວເຊັ່ນ: ລາຍນົກເຂົາ, ດວງດາວ ເປັນຕົ້ນ.


ລາຍພືດ: ຊົນເຜົ່າກຶມມຸ ຈະນຳເອົາສີ່ງທີ່ມີຢູ່ອ້ອມຕົວ ມາເປັນລາຍຂອງຜ້າ ບໍ່ວ່າຈະເປັນດອກໄມ້ປ່າ, ດອກໄມ້ທີມີຕາມບ້ານ, ພືດທີ່ເກີດຂຶ້ນຕາມທຳມະຊາດ ແລະ ດອກຜັກທີ່ປູກຂຶ້ນເອງ ມາເປັນລວດລາຍຂອງຜ້າ ເພື່ອໃຫ້ຜ້າທີ່ຕ່ຳ ໄດ້ມີລວດລາຍທີ່ຕິດພັນກັບທຳມະຊາດ.






ລາຍສັດ: ລາຍສັດສ່ວນຫຼາຍ ຈະເປັນສັດທີ່ລ້ຽງເອງ ຫຼື ເປັນລາຍສັດທີ່ໃຊ້ໃນພິທີກໍາ ເຊັ່ນ: ງົວ, ຄວາຍ, ໄກ່ ແລະ ໝາ ນອກຈາກນັ້ນ ຍັງມີລາຍສັດປ່າ ແລະ ລາຍສັດທີ່ພົບເຫັນໃນສິ່ງແວດລ້ອມ ເຊັ່ນ: ກົບ, ກະຕ່າຍ, ງູ ລວມທັງລາຍຄົນ, ເຊິ່ງລາຍເຫຼົ່ານີ້ ມີທີ່ມາ, ມີຄວາມເຊື່ອ ຕາມຮີດຄອງປະເພນີ ຂອງຊົນເຜົ່າກືມມຸ ໂດຍມີການເຊື່ອມໂຍງຄວາມເຊື່ອ ກັບສິ່ງເໜືອທຳມະຊາດ, ເຊັ່ນ: ລາຍກົບ ເປັນສັນຍາລັກແຫ່ງຄວາມອຸດົມສົມບຸນ, ສ່ວນລາຍຄົນ ມາຈາກການນັບຖືຜີບັນພະບູລຸດເປັນຕົ້ນ.
ລວດລາຍທັງໝົດ ທີ່ພົບໃນຜືນຜ້າຂອງຊົນເຜົ່າກຶມມຸ ມັນໄດ້ສະແດງໃຫ້ເຫັນເຖິງ ວິຖີຊີວິດ, ຄວາມຕິດພັນລະຫວ່າງຄົນ ແລະ ທຳມະຊາດໃນຊຸມຊົນ ເຊິ່ງໃນປັດຈຸບັນຊົນເຜົ່າກຶມມຸ ກໍຍັງຄົງຮັກສາລວດລາຍດັ່ງກ່າວໄວ້ໃຫ້ໄດ້ເຫັນກັນຢູ່ ເຖິງວ່າຈະມີການປັບປ່ຽນຮູບແບບການຕັດຫຍີບ ໃຫ້ເບິ່ງທັນສະໄໝຂຶ້ນກໍຕາມ.