ເຄີຍສົງໄສກັນບໍ່ວ່າເສົາກ໊ວຍ ຫຼື ວຸ້ນດຳ ທີ່ຫຼາຍຄົນມັກກິນເຮັດມາຈາກຫຍັງ?

ເສົາກ໊ວຍເປັນພືດຊະນິດໜຶ່ງ ມີຄວາມສູງປະມານ 15-100 ຊັງຕີແມັດ ໃບມີຮູບຊົງຄ້າຍຄືກັບຢົດນໍ້າ ຕົ້ນເສົາກ໊ວຍ ມີຕົ້ນກຳເນີດມາຈາກປະເທດຈີນ, ເຊິ່ງເສົາກ໊ວຍ ຫຼື ວຸ້ນດຳ ທີ່ຫຼາຍຄົນມັກກິນ ໃສ່ກັບນ້ຳໂອລ້ຽງຣົດຊາດຕ່າງໆ ຕາມຕະຫຼາດ ຫຼື ໃສກັບຊານົມນັ້ນ ໄດ້ມາຈາກຫຍ້າເສົາກ໊ວຍ ເຊິ່ງມື້ນີ້ເຮົາມີວິທີເຮັດເສົາກ໊ວຍ ຈາກແມ່ຄ້າມາຝາກກັນ.

ຈາກການສອບຖາມ ແມ່ນາງ ເຈົ້າຂອງຮ້ານຂາຍນ້ຳ ຢູ່ຕະຫຼາດພະຂາວ ເວົ້າວ່າ: ສຳລັບການປ່ຽນຕົ້ນເສົາກ໊ວຍ ໃຫ້ກາຍມາເປັນວຸ້ນເສົາກ໊ວຍ ຫຼື ວຸ້ນດຳ ທີ່ສາມາດກິນໄດ້ນັ້ນ ຈະໃຊ້ຕົ້ນເສົາກ້ວຍແຫ້ງ ເຊິ່ງມີສ່ວນປະສົມຄື: ຕົ້ນເສົາກ໊ວຍ 150 ກຣາມ, ແປ້ງມັນ 125 ກຣາມ, ນ້ຳ 2,500 ກຣາມ ແລະ ນ້ຳສຳລັບລະລາຍແປ້ງ 125 ກຣາມ.

ວິທີເຮັດງ່າຍໆຄື: ໃຫ້ນຳຕົ້ນເສົາກ໊ວຍແຫ້ງ ທີ່ລ້າງໃຫ້ສະອາດ ແລ້ວນຳໄປຕົ້ມກັບນ້ຳຈົນຟົດ ໃຊ້ເວລາປະມານ 2-3 ຊົ່ວໂມງ ຈົນໃຫ້ນໍ້າເປັນສີດໍາໜຽວ, ຈາກນັ້ນຕອງເອົາຕົ້ນອອກ ໃຫ້ເຫຼືອແຕ່ນ້ຳ ແລ້ວປະສົມແປ້ງມັນລົງໄປ ໃນອັດຕາ ນ້ຳເສົາກ໊ວຍ 9 ສ່ວນ ແລະ ແປ້ງມັນ 2 ສ່ວນ, ຄົນໃຫ້ເຂົ້າເປັນເນື້ອດຽວກັນ ໃຊ້ເວລາປະມານ 1 ຊົ່ວໂມງ, ເມື່ອຄົນເຂົ້າກັນແລ້ວ ໃຫ້ນໍານໍ້າເສົ້າກ໊ວຍເທໃສ່ຖາດ ປະໄວ້ໃຫ້ເຢັນ ແລ້ວນຳມາຕັດຕາມຕ້ອງການ ກໍຈະໄດ້ເສົາກ໊ວຍທີ່ສາມາດກິນໄດ້ແລ້ວ.

ໃຜທີ່ສົນໃຈຢາກລອງເຮັດ ເສົາກ໊ວຍກິນເອງຢູ່ໃນເຮືອນ ກໍສາມາດນຳວິທີນີ້ ໄປລອງເຮັດກັນເບິ່ງໄດ້ເດີ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.