​ປີນີ້! ເມືອງໝື່ນ ຈະສູ້ຊົນຜະລິດເປັນສິນຄ້າໃຫ້ໄດ້ 50 ພັນກວ່າໂຕນ

ເມືອງໝື່ນແມ່ນເມືອງໜຶ່ງທີ່ຂຶ້ນກັບແຂວງວຽງຈັນ, ປະຊາຊົນສ່ວນຫຼາຍແມ່ນດຳລົງຊີວິດ ແລະທຳມາຫາກິນດ້ວຍການອາໄສການຜະລິດກະສິກຳເປັນສິນຄ້າຕົ້ນຕໍການປູກ-ການລ້ຽງ, ພ້ອມນັ້ນສະພາບອາກາດໃນເຂດດັ່ງກ່າວຍັງເອື້ອອຳນວຍແກ່ການຜະລິດກະສິກຳເປັນສ່ວນໃຫຍ່, ໂດຍເປັນບາງເມືອງໝື່ນໄດ້ຕັ້ງເປົ້າການຜະລິດເປັນສິນຄ້າໃນປີນີ້ໃຫ້ໄດ້ 50 ພັນກວ່າໂຕນ.

ທ່ານ ບົວແກ້ວ ພອນໄຊສະຫວັດ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງໝື່ນ ແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນ ການຜະລິດສະບຽງອາຫານ ແລະການຜະລິດເປັນສິນຄ້າເພື່ອສົ່ງອອກຕາມທ່າແຮງຂອງເມືອງໃນປີ 2018 ຜ່ານມາເຫັນວ່າເມືອງສາມາດຈັດຕັ້ງປະຕິບັດໄດ້ດີສົມຄວນໂດຍສະເພາະແມ່ນການຜະລິດເຂົ້າໃນເນື້ອທີ່ທັງໝົດ 6,25 ພັນເຮັກຕາ, ຜົນຜະລິດໄດ້ທັງໝົດ 22,02 ພັນໂຕນຊຶ່ງສະເລ່ຍເຂົ້າກິນແມ່ນ 507 ກິໂລຕໍ່ຄົນຕໍ່ປີ, ສ່ວນການຜະລິດພືດປະຕິບັດໄດ້ 4,79 ພັນເຮັກຕາຜົນຜະລິດ ໄດ້ 33,93 ພັນໂຕນ, ການລ້ຽງສັດສະເພາະປີ 2018 ທົ່ວເມືອງສາມາດສະໜອງທາດຊີ້ນ ແລະປາໄດ້ທັງໝົດ 1,82 ພັນໂຕນ (ຊີ້ນ 1,34 ພັນໂຕນ, ປາ 480 ໂຕນ) ສະເລ່ຍການບໍລິໂພກຕໍ່ຫົວຄົນໄດ້ 42 ກິໂລຕໍ່ຄົນຕໍ່ປີ ແລະສຳລັບການຜະລິດກະສິກຳເປັນສິນຄ້າໃນຈຳນວນພືດທີ່ເປັນປາຍແຫຼມປະຕິບັດໄດ້ທັງໝົດ 35,02 ພັນໂຕນ, ລວມເປັນເງິນ 50,89 ຕື້ກີບ, ໃນນັ້ນເຂົ້າທີ່ເຫຼືອກິນ,ແຮໄວ້ແນວພັນ ແລະຂາຍອອກເປັນສິນຄ້າມີ 6,38 ພັນໂຕນ,ໝາກເດືອຍໃນຈຳນວນ 2,74 ພັນເຮັກຕາສາມາດໃຫ້ຜົນຜະລິດທັງໝົດ 10,98 ພັນໂຕນ, ມັນຕົ້ນ 757 ເຮັກຕາຜົນຜະລິດໄດ້ 15,15 ພັນໂຕນ, ສາລີແຂງ 451 ເຮັກຕາ ຜົນຜະລິດ 2,70 ພັນໂຕນ ແລະໝາກງາ 26 ເຮັກຕາ ໃຫ້ຜົນຜະລິດ 65 ໂຕນ.

ທ່ານຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໝື່ນຍັງໄດ້ໃຫ້ຮູ້ອີກວ່າ: ສຳລັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ເມືອງສາມາດຈັດຕັ້ງໄດ້ດີສົມຄວນ,ແຕ່ກໍຍັງມີບາງດ້ານທີ່ຍັງເປັນສິ່ງທ້າທາຍ ແລະຈຳຕ້ອງໄດ້ຮັບການປັບປຸງໃຫ້ດີຂຶ້ນ, ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນປີ 2019 ນີ້ໃຫ້ບັນລຸຕາມລະດັບຄາດໝາຍທີ່ຕັ້ງໄວ້ໂດຍສະເພາະການຜະລິດເຂົ້າເມືອງຕັ້ງໄວ້ 6,35 ພັນເຮັກຕາ, ຄາດຄະເນຜົນຜະລິດແມ່ນ 22,41 ພັນໂຕນ, ໃນນັ້ນນາປີ 3,25 ພັນເຮັກຕາ,ນາແຊງ 5 ເຮັກຕາ ແລະໄຮ່ໝູນວຽນ 3,09 ພັນເຮັກ ຕາ,ສະເລ່ຍເຂົ້າກິນ 516 ກິໂລຕໍ່ຄົນຕໍ່ປີ,ສະເພາະພືດ 6,06 ພັນເຮັກຕາຈະໃຫ້ໄດ້ 50,26 ພັນເຮັກຕາ, ການຜະລິດຊີ້ນ, ປາ ແລະໄຂ່ ເພື່ອບໍລິໂພກໃຫ້ໄດ້ 2,17 ພັນໂຕນ ແລະການຜະລິດເປັນສິນຄ້າໃຫ້ໄດ້ທັງໝົດ 50,99 ພັນໂຕນ,ໃນນີ້ເຂົ້າແມ່ນ 6,57 ພັນໂຕນ, ມັນຕົ້ນ 27,26 ພັນໂຕນ, ສາລີ 2,67 ພັນໂຕນ, ໝາກເດືອຍ 11,53 ພັນໂຕນ, ໝາກງາ 100 ໂຕນ, ໝາກແຕງ 1,40 ພັນໂຕນ, ໝາກແຕງສຸກ 217 ໂຕນ ແລະກ້ວຍ 1,28 ພັນໂຕນ.


ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.