Wednesday, November 12, 2025
Kbank Laos โอน รับ จ่าย

​ລັດ ຈະ​ໃຫ້ເອກະຊົນ​ຈີນ ສຳປະທານດິນປູກພືດ ແລະໄມ້ໃຫ້ໝາກຢູ່ເມືອງເລົ່າງາມ

​ພາບ​ປະ​ກອບ

ເມືອງເລົ່າງາມ ແຂວງສາລະວັນ ເປັນເມືອງໜຶ່ງທີ່ມີທ່າແຮງບົ່ມຊ້ອນ ແລະມີເງື່ອນໄຂທີ່ເໝາະສົມໃນການປູກພຶດອຸດສາຫະກຳເພື່ອສົ່ງອອກຂາຍເປັນສິນຄ້າ ເປັນຕົ້ນ: ກາເຟ, ມັນຕົ້ນ ແລະອື່ນໆ ຈາກຈຸດນີ້ຈິ່ງເຮັດໃຫ້ນັກລົງທຶນພາຍໃນ ແລະຕ່າງປະເທດເກີດມີຄວາມສົນໃຈເຂົ້າມາລົງທຶນໃນເມືອງດັ່ງກ່າວ.

ບໍ່​ດົນ​ຜ່ານ​ມານີ້,ຢູ່ພະແນກແຜນການ ແລະການລົງທຶນແຂວງສາລະວັນ ກໍໄດ້ມີພິທີເຊັນສັນຍາສຳປະທານດິນເພື່ອປູກພືດ ແລະໄມ້ໃຫ້ໝາກຢູ່ເມືອງເລົ່າງາມໂດຍຊ້ອງໜ້າຂອງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດແຂວງ. ຝ່າຍຄະນະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນແຂວງເຊັນໂດຍ: ທ່ານ ຄໍາກິ່ງ ແກ້ວສຸພັນ ຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງ, ມີທ່ານ ພອນພະນົມ ສີອ່ອນແກ້ວ ຮອງເຈົ້າເມືອງໆເລົ່າງາມ ແລະຕາງໜ້າພະແນກການທີ່ກ່ຽວຂ້ອງ ແລະຝ່າຍບໍລິສັດເຊັນໂດຍ: ທ່ານ ຖັງຊີຟູ ປະທານບໍລິສັດສິບສອງພັນນາຊື່ຢຽນຫຸ້ນສ່ວນຂາເຂົ້າ-ຂາອອກຈໍາກັດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພິຍານ.

ທີ່​ມາ: facebook.com/816267465077921

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.