Monday, June 23, 2025
Kbank Laos โอน รับ จ่าย

​ຮູ້​ໄວ້! ໂຄງການກໍ່ສ້າງທາງ 5 ເສັ້ນ ຈະ​ຍຸ​ຕິ​ຊົ່ວ​ຄາວ ໃນປີ 2019

ຕາມການລາຍງານຂອງ ໜັງສືພິມ ເສດຖະກິດ-ສັງຄົມ ໃຫ້ຮູ້ວ່ານະຄອນຫຼວງວຽງຈັນ ໄດ້ມີການອະນຸມັດກໍ່ ສ້າງເສັ້ນທາງຫຼາຍກວ່າ 10 ແຫ່ງ ນັບແຕ່ປີ 2011 ເປັນຕົ້ນມາເພື່ອເປັນການຍົກລະດັບພື້ນຖານໂຄງລ່າງໃຫ້ມີຄວາມສະດວກສະບາຍສາມາດເຊື່ອມຈອດກັບເສັ້ນທາງໃຫຍ່ຫຼາຍເສັ້ນໂດຍມີທັງບໍລິສັດພາຍໃນ ແລະ ຕ່າງປະເທດເຂົ້າມາຮັບເໝົາກໍ່ສ້າງແຕ່ຍ້ອນສະພາບເສດຖະກິດໂລກມີການປ່ຽນແປງເຮັດໃຫ້ຫຼາຍບໍລິສັດພົບບັນຫາທາງການເງິນຕ້ອງໄດ້ຢຸດ ຫຼື ໂຈະກໍ່ສ້າງຊົ່ວຄາວຕາມເງື່ອນໄຂ ແລະ ຄວາມຈຳເປັນ.

ຂະແໜງຂົວທາງ, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ລາຍງານໃນວັນທີ 31 ມັງກອນ 2019 ຜ່ານມາວ່າບັນດາໂຄງການລົງທຶນກ່ອນທີ່ໄດ້ມີການຢຸດຈັດຕັ້ງປະຕິບັດຊົ່ວຄາວໃນນະຄອນຫຼວງວຽງຈັນ ໃນປີ 2019 ປະກອບມີ 5 ເສັ້ນທາງລວມຄວາມຍາວ 62.64 ກິໂລແມັດມູນຄ່າ 924 ຕື້ກວ່າກີບຄື: ເສັ້ນທາງທີ 1 ສາມແຍກດອນນົກຂຸ້ມ-ສ້າງເຫວີຍ-ຈອມເພັດ ຄວາມຍາວ 4.8 ກິໂລແມັດ ປູເບຕົງມູນຄ່າລົງທຶນ 88.9 ຕື້ກວ່າກີບ ແລະ ສວນມອນ-ສ້າງເຫວີຍ-ດົງສະຫວາດ ຄວາມຍາວ 2.9 ກິໂລແມັດ ເບຕົງມູນຄ່າ 56 ຕື້ກວ່າກີບກໍ່ສ້າງມາແຕ່ປີ 2011 ສ້າງສໍາເລັດແລ້ວ 62%.

ເສັ້ນທີ 2 ເສັ້ນທາງກິໂລແມັດ 22-ບ້ານຫົວຊຽງ-ທາງ 450 ປີ ຍາວ 19 ກິໂລແມັດປູດ້ວຍເບຕົງມູນຄ່າ 524 ຕື້ກວ່າກີບ ສ້າງມາແຕ່ທ້າຍປີ 2012 ສຳເລັດ 56%. ເສັ້ນທີ 3 ໜອງໜ້ຽວ-ບ້ານຈັດສັນ;ໜອງແຕ່ງ 7.7 ກິໂລແມັດ ປູຢາງ 2 ຊັ້ນສ້າງແຕ່ປີ 2012 ມູນຄ່າ 33 ຕື້ກວ່າກີບສໍາເລັດ 33 %. ເສັ້ນທີ 4 ເສັ້ນທາງ T5 ( ໄລຍະ 1 ) ຄວາມຍາວ 3 ກິໂລແມັດເບຕົງສ້າງມາແຕ່ປີ 2013 ມູນຄ່າ 66 ຕື້ກວ່າກີບສໍາເລັດ 25%, ເສັ້ນທາງ T5 ( ໄລຍະ 2 ) 2.2 ກິໂລແມັດເບຕົງ ສ້າງມາແຕ່ປີ 2011 ມູນຄ່າ 48.6 ຕື້ກີບ ສໍາເລັດພຽງແຕ່ 8% ແລະ ເສັ້ນທາງທີ 5 ເພຍລາດ-ເຕົາໄຫ-ຊາຍ ແດນແຂວງວຽງຈັນ ທີ່ມີຄວາມຍາວຫຼາຍກວ່າໝູ່ 22.7 ກິໂລແມັດ ເບຕົງ ສ້າງມາແຕ່ 2012 ມູນຄ່າ 105 ຕື້ກວ່າກີບ ສໍາເລັດແລ້ວ 52% ປັດໄຈທີ່ເຮັດໃຫ້ໂຄງການຢຸດຊົ່ວຄາວມີ 2 ຢ່າງຄື: ບໍລິສັດມີບັນຫາທາງດ້ານການເງິນ ( ທະນາຄານບໍ່ປ່ອຍເງິນໃຫ້ກູ້ຢືມ ) ແລະ ການໄກ່ເກ່ຍກັບສິ່ງກີດຂວາງບໍ່ລົງຮອຍກໍບໍ່ສາມາດຕົກລົງກັນໄດ້ບາງເສັ້ນທາງໃຊ້ເວລາ 2 ປີກວ່າຍັງໄກ່ເກ່ຍບໍ່ສຳເລັດ.

ເສັ້ນທາງທີ່ກໍ່ສ້າງບໍ່ສຳເລັດແນ່ນອນບັນຫາຕາມມາຄືຜູ້ທີ່ຢູ່ອາໄສບໍລິເວນໃກ້ຄຽງຈະໄປຍາກມາຍາກ, ມີຂີ້ຝຸ່ນລົບກວນເຊັ່ນ: ສີ່ແຍກທາງຕັດໃໝ່ລະຫວ່າງດອນນົກຂຸ້ມ-ດອນກອຍແມ່ນພົບກັບບັນຫາລົດຕິດໃນຊົ່ວໂມງເລັ່ງດ່ວນແຕ່ລະວັນຍ້ອນບໍ່ສາມາດຕິດຕັ້ງໄຟອຳນາດໄດ້ຕ້ອງໄດ້ມີເຈົ້າໜ້າທີ່ຈະລາຈອນມາຊ່ວຍລະບາຍໄລຍະກ່ອນເຂົ້າ ແລະ ຫຼັງເລີກວຽກ.

ສຳລັບເສັ້ນທາງນັບແຕ່ວົງວຽນຈີ່ນາຍໂມ້-ບໍ່ໂອ-ເມືອງຫາດຊາຍຟອງ ທີ່ຢຸດກໍ່ສ້າງຊົ່ວຄາວມາແຕ່ກາງປີ 2017 ຫຼ້າສຸດບໍລິສັດໄດ້ກັບມາເຈລະຈາກັບຫົວ ໜ້າຄຸ້ມຄອງໂຄງການ ແລະ ເຫັນດີຈະສືບຕໍ່ກໍ່ສ້າງທັນທີເພາະເສັ້ນທາງດັ່ງກ່າວໜ້າວຽກສ່ວນໃຫຍ່ສຳເລັດແລ້ວເຊັ່ນ: ວຽກຂຸດຮ່ອງລະບາຍນ້ຳ, ປູທາງໄດ້ເຄິ່ງໜຶ່ງຄາດວ່າພາຍໃນປີ 2019 ປະຊາຊົນທີ່ອາໄສຢູ່ລຽບຕາມແຄມຂອງນັບແຕ່ຈີ່ນາຍໂມ້ລົງໄປຈົນເຖິງບ້ານຊາຍຟອງມີປະມານ 10 ກວ່າບ້ານຈະໄປ-ມາສະດວກສົມກັບການຄອງຄອຍມາ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.