Thursday, November 13, 2025
Kbank Laos โอน รับ จ่าย

ຍ້ອນ ຄຳສັ່ງ 15/ນຍ ໂຮງງານໄມ້ໃນແຂວງສາລະວັນ ​ຖືກຍ​ຸບ​ໄປ 119 ແຫ່ງ

ຜ່ານມາແຂວງສາລະວັນໄດ້ເອົາໃຈໃສ່ຢ່າງເຂັ້ມງວດໃນການຈັດຕັ້ງປະຕິບັດຈັດຕັ້ງປະຕິບັດຄຳສັ່ງ 15/ນຍ ພ້ອມດຽວກັນນັ້ນກໍໄດ້ມີການເຜີຍແຜ່ເຊື່ອມຊຶມໃຫ້ຄະນະພັກ, ຄະນະນຳ, ພະນັກງານຫຼັກແຫ່ງ, ພະນັກງານລັດຖະກອນ, ກຳລັງປະກອບອາວຸດ, ຜູ້ປະກອບການນັກທຸລະກິດທັງພາກລັດ ແລະເອກະຊົນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງໃນການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ, ນອກຈາກນັ້ນກໍຍັງໄດ້ດຳເນີນການຕິດຕາ ກວດກາຕາມຂອບເຂດຄວາມຮັບຜິດຊອບຂອງຕົນນັ້ນໄດ້ເຮັດໃຫ້ໂຮງງານໄມ້ບໍ່ໄດ້ມາດຕະຖານ 100 ກວ່າແຫ່ງໃນແຂວງຖືກຍຸບ.

ອີງຕາມການລາຍງານຂອງທ່ານ ຄຳຜ່ານ ສີລະວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ທີ່ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ I ນີ້ວ່າ: ເມື່ອກ່ອນທົ່ວແຂວງມີໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີທັງໝົດ 158 ແຫ່ງ, ແຕ່ພາຍຫຼັງມີຄຳສັ່ງ 15/ນຍ ໄດ້ມີການປັບປຸງດັດສົມ ແລະລົບລາງໂຮງງານທີ່ບໍ່ໄດ້ມາດຖານ 119 ແຫ່ງຄື: ໂຮງງານປຸງແຕ່ໄມ້ 5 ແຫ່ງ, ໂຮງເຟີນີເຈີ 31 ແຫ່ງ ແລະໂຮງຊ່າງຂະໜາດນ້ອຍແບບຄອບຄົວ 83 ແຫ່ງ, ປະຈຸບັນຍັງ ເຫຼືອພຽງ 39 ແຫ່ງ, ໃນນັ້ນໂຮງງານປຸງແຕ່ງໄມ້ ( I, II ) ມີ 28 ແຫ່ງ ແລະໂຮງງານເຟີນີເຈີ 11 ແຫ່ງ.

ໃນໄລຍະຜ່ານມາພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເອົາໃຈໃສ່ໃນການຕິດຕາມກວດກາໄມ້ເຂົ້າ-ອອກໃນແຕ່ລະໂຮງງານຊຶ່ງທົ່ວແຂວງມີໄມ້ທັງໝົດ 29.398,3 ແມັດກ້ອນ, ເທົ່າກັບ 3.086,27 ໂຕນ (ໄມ້ຍອດຍົກມາສົກປີ 2014,2015 ແລະ 2016) ໃນນີ້ໄມ້ມີເອກະສານປະຕິບັດພັນທະຖືກຕ້ອງ 25.433,6 ແມັດກອ້ນ, ເທົ່າກັບ 857,40 ໂຕນ, ໄມ້ບັນຊີສະເພາະກິດ 106/ຈຂ.ສວ (ບ້ວງ 7.989,09 ແມັດກ້ອນ, ເທົ່າກັບ 3.748,8 ໂຕນ), ບໍ່ທັນຖອກພັນ ທະມີ 3.964,7 ແມັດກ້ອນ, ເທົ່າກັບ 2.228,8 ໂຕນ, ສະເພາະແຕ່ວັນທີ 1 ມັງກອນ 2018-ວັນທີ 30 ເດືອນພະຈິກ 2018 ມີໄມ້ສົ່ງອອກທັງໝົດ 10; ພັນກວ່າ ແມັດກ້ອນ, ມີມູນຄ່າ 43 ຕື້ກວ່າກີບ ແລະສາມາດຈັດເກັບລາຍຮັບອາກອນຕ່າງໆໄດ້ທັງໝົດ 2 ຕື້ກວ່າກີບ, ໃນນັ້ນໄມ້ເຄື່ອນຍ້າຍພາຍໃນມີ1.929,08 ແມັດກ້ອນ, ມີມູນຄ່າ 8 ຕື້ກວ່າກີບ, ເກັບອາກອນຕ່າງໆໄດ້ 545 ລ້ານກວ່າ ກີບ, ສົ່ງອອກຕ່າງປະເທດມີ 8.119,4 ແມັດກ້ອນ, ມີມູນຄ່າ 34 ຕື້ກວ່າກີບ, ເກັບອາກອນຕ່າງໆໄດ້ 2 ຕື້ກວ່າກີບ, ປະຈຸບັນມີໄມ້ຄ້າງໂຮງງານທັງໝົດ 19.145,6 ແມັດກ້ອນ, ເທົ່າກັບ 2.313,07 ໂຕນ, ໃນນີ້ບໍ່ທັນຖອກພັນທະ (ໄມ້ 106) ຈຳນວນ 3.964,7 ແມັດກ້ອນ, ເທົ່າກັບ 2.228,87 ໂຕນ, ໄມ້ມີເອກະສານປະຕິບັດພັນທະຖືກຕ້ອງ 15.180,8 ແມັດກ້ອນ, ເທົ່າກັບ 84,20 ໂຕນ.

ທິດທາງຕໍ່ໜ້າແມ່ນຈະສຸມໃສ່ພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າໂດຍສະເພາະແມ່ນເອົາໃຈໃສ່ຜັນຂະຫຍາຍມາດຕະການທີ 5 ຕາມຄຳສັ່ງເລກ ທີ 12/ນຍ ໃນການສົ່ງເສີມພັດທະນາວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະຄຳສ່ັງເລກທີ 15/ນຍ ໃຫ້ປະຊາຊົນຮັບຮູ້ເຂົ້າໃຈເຫັນໄດ້ຄວາມສຳຄັນກ່ຽວກັບປ່າໄມ້ ແລະມີສ່ວນຮ່ວມໃນການປົກປັກຮັກສາໂດຍສະເພາະແມ່ນເຂດທີ່ມີຄວາມສຽງໃນການລັກລອບຕັດໄມ້, ພ້ອມທັງຊຸກຍູ້ສົ່ງເສີມທຸລະກິດຂະ ໜາດນ້ອຍ, ຂະໜາດກາງ ແລະຍາດແຍ່ງເອົາທຶນຮອນຈາກພາຍໃນ ແລະ ຕ່າງປະເທດເພື່ອມາສ້າງທຸລະກິດຂະໜາດຕ່າງໆ, ເພື່ອຍົກລະດັບຄວາມສາມາດໃນການປະກອບທຸລະກິດ ແລະຕິດຕາມກວດກາປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງດັດສົມໂຮງງານຕ່າງໃຫ້ສົມຄູ່ກັບການສະໜອງວັດຖຸດິບ, ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຖືກຕ້ອງຕາມລະບຽບການ, ຫຼັກການ ແລະກົດໝາຍຕ່າງໆທີ່ວາງອອກມາ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.