ແຂວງບໍລິຄໍາໄຊ ມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ 480 ລ້ານກີບ

ໃນວັນທີ 30 ກໍລະກົດ 2018 ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ນໍາເງິນຈໍານວນ 200 ລ້ານ ກີບ ໄປມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊິງເປັນກຽດຮັບເງິນດັ່ງກ່າວໂດຍແມ່ນ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດທະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງກ່ອນໜ້ານີ້ແຂວງບໍລິຄໍາໄຊ ແລະ ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼື່ອສັງຄົມ ຍັງໄດ້ມອບເງິນໄປກ່ອນແລ້ວໃນມູນຄ່າ 200 ລ້ານກີບ.

ໂອກາດດັ່ງກ່າວ ທ່ານ ບຸນຄົງ ຫຼ້າສຸກັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບອົກຂອບໃຈເປັນຢ່າງສູ່ງ ມາຍັງການນໍາຂອງແຂວງບໍລິຄໍາໄຊ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທີເຫັນໄດ້ຄວາມສໍາຄັນນໍາເອົາເງິນຈໍານວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ແລະໃນທ້າຍອາທິດທີຜ່ານມາແຂວງບໍລິຄໍາໄຊ ກໍ່ຍັງໄດ້ຈັດລະດົມທຶນຮ່ອນ ບໍ່ວາຈະເປັນນໍ້າດື່ມ, ເຄື່ອງນຸງຫົມ, ເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການແພດ, ຢາປົ່ວພະຍາດ, ເຄື່ອງໃຊ້ຄົວເຮືອນ ແລະ ສິ່ງຂອງຈໍາເປັນຈໍານວນໜຶ່ງ ຈາກບັນດາພະແນກການ-ກົມກອງ, ບໍລິສັດວິສະຫະກິດ, ອົງການຈັດຕັ້ງຂັ້ນຕ່າງໆ ຕະຫຼອດຮອດພໍ່ແມ່ປະຊາຊົນແຂວງບໍລິຄໍາໄຊ ແລະ ຊາວຕ່າງປະເທດທີ່ມາອາໃສຢູ່ແຂວງບໍລິຄໍາໄຊ ລວມມູນຄ່າຫຼາຍກວ່າ 260 ລ້ານກີບ ນໍາໄປຊ່ວຍເຫຼື່ອປະຊາຊົນທີ່ຖືກອຸທົກກະໄພນໍ້າຖ້ວມ ຢູ່ທີ່ເມືອງສະໜາມໄຊ ແຂວງອັນຕະປື ໃນການບັນເທົາທຸກເບື້ອງຕົ້ນ ແລະ ເປັນການໃຫ້ກໍາລັງໃຈແກ່ຜູ້ປະສົບໄພ ພ້ອມດ້ວຍເຈົ້າໜ້າທີທີ່ກໍາລັງປະຕິບັດໜ້າທີຢູ່ໃນຂະໜາດນີ້ ໃຫ້ພ້ອມກັນກ້າວຜ່ານວິກິດການຄັ້ງນີ້ໄດ້ໂດຍໄວ້.

Cr : Raosukunfung.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.