Monday, May 19, 2025
Kbank Laos โอน รับ จ่าย

ສາຣັດ ຢູ່ເຢັນ ແລະໂຕແທນນັກເຕະບານສະໂມສອນເອັດສຊີຈີ ເມືອງທອງ ຢູໄນເຕັດ ສົ່ງກຳລັງໃຈຈາກເພສ Muangthong United FC. ມາໃຫ້ພີ່ນ້ອງຊາວ ສປປ.ລາວ ຂໍໃຫ້ຜ່ານເຫດການທີ່ບໍ່ດີ ຄັ້ງນີ້ໄປນຳກັນ

ສາຣັດກ່າວວ່າ “ສະບາຍດີ ຂ້າພະເຈົ້າໂຕແທນສະໂມສອນເອັດສຊີຈີ ເມືອງທອງ ຢູໄນເຕັດ ຂໍສົ່ງແຮງໃຈໄປທີ່ ສປປ.ລາວ ຂໍໃຫ້ພີ່ນ້ອງຊາວລາວທີ່ຢູ່ອັດຕະປື ຕໍ່ສູ້ກັບ ອຸທົກກະໄພ ແລະ ປັນຫາຄັ້ງນີ້ໄປໄດ້ດ້ວຍດີ ແລະ ຂ້າພະເຈົ້າກໍ່ເປັນອີກໜຶ່ງກຳລັງໃຈໃຫ້ພີ່ນ້ອງຊາວລາວທຸກຄົນເດີ້”

ນອກຈາກນີ້ ນັກເຕະບານສະໂມສອນເອັດສຊີຈີ ເມືອງທອງ ຍັງຮ່ວມສົ່ງແຮງໃຈໃຫ້ພີ່ນ້ອງ ສປປ.ລາວ ຜູ້ທີ່ປະສົບໄພທີ່ອັດຕະປື ຂໍໃຫ້ທຸກຄົນປອດໄພ ເຂັ້ມແຂງ ແລະ ສາມັກຄີກັນ ຂໍໃຫ້ກັບສູ່ສະພາວະປົກກະຕິກໄວໆ ແລະ ຜ່ານເຫດການຄັ້ງນີ້ໄປນຳກັນ ລວມເຖິງຄົນໄທທຸກຄົນຂໍເປັນກຳລັງໃຈໃຫ້ພີ່ນ້ອງຊາວ ສປປ.ລາວ

ທັ້ງນີ້ ເຫດການນ້ຳຖ້ວມກະທັນຫັນ ທີ່ ເມືອງສະໜາມໄຊ ແຂວງອັດຕະປື ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກໃນວັນທີ 23 ກໍລະກົດ 2018 ເຊິ່ງກຳລັງກໍ່ສ້າງໄດ້ປະມານ 90% ເພາະຝົນຕົກໜັກຕໍ່ເນື່ອງກັນຫຼາຍມື້ ເຮັດໃຫ້ນ້ຳກວ່າ 6,000ລ້ານແມັດກ້ອນ ໄຫລເຂົ້າຖ້ວມຫຼາຍໝູ່ບ້ານ ຈົນໄດ້ຮັບຜົນກະທົບເປັນວົງກວ້າງ ແລະ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍຈຳນວນຫຼາຍ.

Cr. Muangthong United FC.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້