Sunday, April 19, 2026
Kbank Laos โอน รับ จ่าย
-->

Vietjet ​ລາຍ​ງານ​ການເຕີບ​ໂຕ​ຂອງລາຍຮັບ​ໃນ​ປີ​ກາຍ​ນີ້​ຢູ່​ທີ່ 2,55 ຕື້​ໂດ​ລາ​ສະ​ຫະ​ລັດ, ກາຍເປັນຈຸດເດັ່ນຂອງອຸດສາຫະກໍາການບິນທົ່ວໂລກ

(ວຽງຈັນ, ວັນທີ 7 ກຸມພາ 2024) ບໍລິສັດຫຸ້ນສ່ວນການບິນ Vietjet (HOSE: VJC) ໄດ້ລາຍງານຜົນການດຳເນີນທຸລະກິດທີ່ໜ້າປະທັບໃຈໃນປີ 2023, ເພີ່ມຄວາມເຊື່ອໝັ້ນໃນຖານະ ໜຶ່ງໃນບັນດາບໍລິສັດທີ່ໝັ້ນຄົງ ແລະ ຂະຫຍາຍຕົວໄວ.

ໃນປີ 2023, Vietjet ໄດ້ໃຫ້ບໍລິການຖ້ຽວບິນ 133.000 ຖ້ຽວ ດ້ວຍຜູ້ໂດຍສານປະມານ 25.3 ລ້ານຄົນ (ບໍ່ລວມ Vietjet ປະເທດໄທ) ເພີ່ມຂຶ້ນ 183% ຈາກປີກ່ອນ, ໃນນັ້ນມີຜູ້ໂດຍສານຈາກຖ້ຽວບິນສາກົນຫຼາຍກວ່າ 7.6 ລ້ານຄົນ. ໃນປີກາຍນີ້, Vietjet ຍັງ​ໄດ້ສືບ​ຕໍ່​ຂະຫຍາຍ​ຕາ​ໜ່າງ​ການບິນ​ດ້ວຍ 33 ​ເສັ້ນທາງ​ການບິນໃໝ່​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​, ​ເຮັດ​ໃຫ້​ຈຳນວນ​ເສັ້ນທາງ​ບິນ​ເພີ່ມຂຶ້ນ​ເປັນ 125 ​ເສັ້ນ​ທາງ, ​ໃນ​ນັ້ນ​ມີ 80 ​ເສັ້ນທາງ​ການບິນ​ສາກົນ ​ແລະ 45 ​ເສັ້ນທາງ​ພາຍ​ໃນ​ປະ​ເທດ. ບາງເສັ້ນທາງທີ່ພົ້ນເດັ່ນຄື: ນະຄອນໂຮ່ຈີມິນ-ຊຽງໄຮ້, ນະຄອນໂຮ່ຈີມິນ-ວຽງຈັນ, ຮ່າໂນ້ຍ-ສຽມຣຽບ, ຮ່າໂນ້ຍ-ຮົງກົງ, ຝູກວກ-ໄທເປ, ຟູກວກ-ປູຊານ ແລະ ອື່ນໆ.

Vietjet ໄດ້​ກາຍ​ເປັນ​ສາຍ​ການ​ບິນ​ທຳ​ອິດ​ທີ່​ເຊື່ອມ​ຕໍ່​ຫວຽດ​ນາມ ກັບ 5 ຕົວ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ອົດ​ສະ​ຕາ​ລີ, ໃນ​ນັ້ນ​ມີ Sydney, Melbourne, Perth, Adelaide, ແລະ Brisbane. ສາຍ​ການ​ບິນ​ນີ້​ຍັງ​ເປັນ​ຜູ້ໃຫ້ບໍລິການທີ່​ໃຫຍ່​ທີ່​ສຸດ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ, ດ້ວຍ​ເສັ້ນ​ທາງ​ເຊື່ອມ​ຕໍ່​ຫວຽດ​ນາມ ກັບ​ນະ​ຄອນ Delhi, Mumbai, Ahmedabad, Kochi, ແລະ Tiruchirappalli.

Vietjet ບັນທຸກສິນຄ້າທັງໝົດ 81.500 ໂຕນ, ເພີ່ມຂຶ້ນ 73% ທຽບໃສ່ປີກ່ອນ. ນອກຈາກນັ້ນ, Vietjet ຍັງໄດ້ລາຍງານລາຍຮັບແຍກຕ່າງຫາກ 53,6 ພັນຕື້ດົງ (ປະມານ 2,18 ຕື້ໂດລາສະຫະລັດ) ແລະ ລາຍຮັບລວມ 62,5 ພັນຕື້ດົງ (ປະມານ 2,55 ຕື້ໂດລາສະຫະລັດ) ໃນປີ 2023, ເພີ່ມຂຶ້ນ 62% ແລະ 56% ໃນປີ 2023. ມາຮອດວັນທີ 31 ທັນວາ 2023, ຊັບສິນທັງໝົດຂອງ Vietjet ມີມູນຄ່າຫຼາຍກວ່າ 84.6 ພັນຕື້ດົງ (ປະມານ 3.46 ຕື້ໂດລາສະຫະລັດ), ເພີ່ມຂຶ້ນ 1/4 ໃນຕົ້ນປີ ພາຍຫຼັງການລົງທຶນຂອງສາຍການບິນໃນເຮືອບິນ A321neo ລຸ້ນໃໝ່ 3 ລຳ.

ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ໃຫ້ບໍລິການ, Vietjet ໄດ້ສືບ​ຕໍ່​ລົງທຶນ​ໃສ່​ເຮືອ​ບິນ​ທີ່​ທັນ​ສະ​ໄໝ, ປອດ​ໄພ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ. ມາ​ຮອດ​ວັນ​ທີ 31 ທັນວາ 2023, ເຮືອບິນ​ຂອງ Vietjet ລວມມີ 105 ລໍາ, ​ໃນ​ນັ້ນ​ມີ​ເຮືອບິນ A330.

Vietjet ຍັງ​ໄດ້​ສົ່ງອອກ​ ​ນະ​ວັດ​ຕະ​ກຳ ແລະ ການ​ບໍ​ລິ​ການ​ທີ່ທັນສະໄໝ ແລະ ສະ​ດວກສະບາຍ​ສຳ​ລັບ​ຜູ້​ໂດຍ​ສານ. ການບໍລິການ “Fly now Pay later” ຊ່ວຍໃຫ້ຜູຸຸ້ໂດຍສານ ສາມາດຈ່າຍຄ່າເດີນທາງຕາມຫຼັງໄດ້. ບໍລິການຊຳລະເງິນ Galaxy Pay ຂອງ Vietjet ຮັບປະກັນການຊໍາລະທີ່ປອດໄພ ແລະ ສະດວກໂດຍຜ່ານວິທີຊໍາລະຕ່າງໆ, ລວມທັງ Apple Pay ເຊິ່ງ Vietjet ແມ່ນສາຍການບິນຫວຽດນາມທໍາອິດທີ່ໃຫ້ໃຊ້ໄດ້. ໃນ​ຂະ​ນະ​ນັ້ນ, ຜູ້​ໂດຍ​ສານ Vietjet ສາມາດ​ເຊັກ​ອິນ​ອອນ​ລາຍ​ຢູ່​ສະ​ໜາມ​ບິນ 18 ແຫ່ງ​ທົ່ວ​ຫວຽດ​ນາມ.

ທັງນີ້, ກໍ່ເພື່ອເປັນການຢັ້ງຢືນວ່າ Vietjet ໄດ້ນຳເອົາເສັ້ນທາງການບິນທີ່ສະດວກສະບາຍ ແລະ ມີລາຄາທີ່ເໝາະສົມ, ມຸ່ງເນັ້ນໄປເຖິງການເຊື່ອມຕໍ່ບັນດາປະເທດເຂົ້າກັນ, ເຮັດໃຫ້ການເດີນທາງບໍ່ມີອຸປະສັກ, ຊຸກຍູ້ເສດຖະກິດໃນທົ່ວພາກພື້ນກໍ່ຄືປະເທດລາວ.

ໃນປີ 2023, Vietjet ໄດ້ເປີດສູນບຳລຸງຮັກສາເຮືອບິນຕາມມາດຕະຖານສາກົນ ໂດຍການຮ່ວມມືກັບສາຍການບິນລາວ ຢູ່ນະຄອນຫຼວງວຽງຈັນ. ດ້ວຍ​ເຫດ​ນີ້, Vietjet ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ໃນ​ວຽກ​ງານ​ບຳລຸງ​ຮັກສາເຮືອບິນ ພາຍຫຼັງ​ການ​ລົງທຶນ​ເຂົ້າ​ໃນ​ການ​ບໍລິການ​ຂົນ​ສົ່ງ​ທາງບົກ.

ເພື່ອປະຕິບັດ​ຍຸດ​ທະ​ສາດ ​ແລະ ວິ​ໄສ​ທັດ​ຂອງ​ຕົນ​ໃນ​ການ​ພັດທະນາ ​ແລະ ກໍ່ສ້າງ​ກຳລັງ​ແຮງ​ງານ​ທີ່​ມີ​ມາດຕະຖານ​ສາກົນ, ວິທະຍາ​ຄານ​ການບິນ Vietjet (VJAA) ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ເຝິກ​ອົບຮົມ​ຂອງ​ສະມາຄົມ​ຂົນ​ສົ່ງ​ທາງ​ອາກາດ​ສາກົນ (IATA) ​ໃນ​ປີ 2023.

VJAA ເຝິກອົບຮົມຫຼາຍກວ່າ 97,000 ນັກສຶກສາໂດຍຜ່ານ 6,300 ຫຼັກສູດ, ການເຝິກອົບຮົມຢ່າງຈິງຈັງສໍາລັບນັກບິນ ແລະພະນັກງານບໍາລຸງຮັກສາເຮືອບິນ (CRS) ໃນປີທີ່ຜ່ານມາ. ສະຖາບັນດັ່ງກ່າວຍັງໄດ້ເປີດຕົວເຄື່ອງຈຳລອງການບິນຄັ້ງທີສາມ, ກາຍເປັນສູນຝຶກອົບຮົມນັກບິນອັນດັບໜຶ່ງໃນພາກພື້ນ. ປະກອບສ່ວນສຳຄັນເຂົ້າໃນການພັດທະນາການທ່ອງທ່ຽວ, ການລົງທຶນ, ການຄ້າ, ແລກປ່ຽນວັດທະນະທຳ, Vietjet ໃນປີ 2023 ໄດ້ສ້າງສະຖິຕິຂອງຕົນເອງໃນການຂະຫຍາຍຕາໜ່າງການບິນສາກົນ ແລະ ລາຍຮັບປະຈຳປີ.

ຂໍ້ມູນເພີ່ມຕື່ມ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.