ຫວຽດຕ໋ຽນ ແບຣນເສື້ອຜ້າດັງ ສະຫຼອງຄົບຮອບ 15 ປີ ໃນປະເທດລາວ

ຫວຽດຕ໋ຽນ ແບຣນເສື້ອຜ້າຈາກປະເທດຫວຽດນາມ ໄດ້ເປີດໂຕແຄມເປນ 15 ປີ ແຫ່ງຄຸນນະພາບເລື່ອງເສື້ອຜ້າ ເພື່ອເປັນການສະເຫຼີມສະຫຼອງຄົບຮອບ 15 ປີທີ່ໄດ້ຢູ່ຄຽງຂ້າງຄົນລາວເລື່ອງເສື້ອຜ້າ ແລະ ທີ່ຜ່ານມາຫຼາຍຄົນຈະຄຸ້ນເຄີຍກັບແບຣນດັ່ງກ່າວ. ເນື່ອງຈາກ, ຫວຽດຕ໋ຽນມີທັງໝົດ 06 ສາຂາທົ່ວປະເທດ ຫວຽດຕ໋ຽນມີຫຼາກຫຼາຍສິນຄ້າໃນຮ້ານ ນັບຕັ້ງແຕ່ເສື້ອຜ້າທີ່ໃສ່ປະຈຳວັນ, ເຄື່ອງກິລາ ຈົນຮອດ ເສື້ອຜ້າສຸພາບສຳລັບທ່ານຊາຍ ແລະ ທ່ານຍິງ ທີ່ເນັ້ນເລື່ອງຄຸນນະພາບ ມາດຕະຖານສາກົນ ເຊິ່ງເຮັດໃຫ້ສິນຄ້າຂອງຫວຽດຕ໋ຽນ ມີຄວາມໂດດເດັ່ນ ແລະ ແຕກຕ່າງຈາກແບຣນເສື້ອຜ້າອື່ນ ທີ່ຈຳໜ່າຍໃນ ປະເທດລາວ. 

ທ່ານ ນາງ ດາວນະພາ ວໍລະວົງສາ, ຜູ້ອຳນວຍການ ບໍລິສັດ ຫວຽດຕ໋ຽນ ໄດ້ກ່າວວ່າ: ‘’ ຂ້າພະເຈົ້າດີໃຈຫຼາຍທີ່ສິນຄ້າຫວຽດຕ໋ຽນ ໄດ້ຢູ່ຄຽງຂ້າງກັບຄົນລາວມາຮອດ 15 ປີ ແລະ ຂ້າພະເຈົ້າເຊື່ອວ່າ ຄຸນນະພາບ ແລະ ລາຄາທີ່ຈັບຕ້ອງໄດ້ຂອງສິນຄ້າຫວຽດຕ໋ຽນ ຊ່ວຍເຮັດໃຫ້ຄົນລາວເຂົ້າເຖິງເສື້ອຜ້າທີ່ດີ ແລະ ເຮັດໃຫ້ການແຕ່ງໂຕຂອງຄົນລາວຖືກຍົກລະດັບໄປອີກຂັ້ນໜຶ່ງ. ພວກເຮົາຍັງໝັ້ນໃຈວ່າສາເຫດທີ່ເຮັດໃຫ້ພວກເຮົາຢູ່ ໃນຕະຫຼາດລາວມາຮອດ 15 ປີແມ່ນ ຄຸນນະພາບຂອງສິນຄ້າ ທີ່ທາງໂຮງງານແມ່ໄດ້ມີການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳທີ່ທັນສະໄໝໃນການຜະລິດໃຫ້ ແທດເໝາະກັບຄວາມຕ້ອງການຂອງລູກຄ້າໃນຍຸກນີ້ ແລະ ນອກຈາກນັ້ນ, ການບໍລິການໜ້າຮ້ານ ແລະ ຫຼັງການຂາຍ ຂອງທີມຫວຽດຕ໋ຽນ ກໍ່ໄດ້ໃຫ້ຄວາມສຳຄັນຫຼາຍເທົ່າກັບຄຸນນະພາບຂອງສິນຄ້າທີ່ເອົາເຂົ້າມາຂາຍ’’. 

ນອກຈາກ ຄຸນນະພາບຂອງສິນຄ້າ ແລະ ການບໍລິການທີ່ດີແລ້ວ, ຄວາມສຳຄັນອີກຢ່າງໜຶ່ງແມ່ນຄວາມຫຼາກຫຼາຍຂອງສິນຄ້າທີ່ມີຈຳໜ່າຍ ເຊິ່ງຫວຽດຕ໋ຽນມີຫຼາກຫຼາຍສິນຄ້າເຊັ່ນ:  ເສື້ອຜ້າໝວດໝູ່ກິລາ, ເສື້ອຜ້າໝວດໝູ່ທົ່ວໄປ, ເສື້ອຜ້າ ໝວດໝູ່ສຸພາບ ແລະ ທີ່ສຳຄັນຫວຽດຕ໋ຽນຍັງມີຊຸດສູດສຳລັບທ່ານຊາຍທີ່ສຳເລັດຮູບ ແລະ ຮັບຕັດສູດດ້ວຍຊ່າງມີສີມືຈາກປະເທດລາວ ແລະ ຫວຽດນາມ. 

ຜູ້ອຳນວຍການ ຫວຽດຕ໋ຽນລາວ ຍັງໄດ້ກ່າວຕື່ມວ່າ: ‘’ພວກເຮົາຈະພະຍາຍາມເລືອກເຟັ້ນເອົາເສື້ອຜ້າທີ່ດີ, ມີຄຸນນະພາບ ແລະ ທັນສະໄໝ ໃຫ້ເໝາະກັບເທຣນ ເພື່ອໃຫ້ຄົນລາວໄດ້ເຂົ້າເຖີງຄວາມຫຼາກຫຼາຍການແຕ່ງໂຕ ແລະ ຫັນຫວຽດຕ໋ຽນ ເປັນແບຣນເສື້ອຜ້າທີ່ມີຄວາມຮັບຜິດຊອບຕໍ່ສັງຄົມລາວ ແລະ ສິ່ງແວດລ້ອມຜ່ານກິດຈະກຳການກຸສົນໃນລາວ”.

ແຄມເປນ 15 ປີ ແຫ່ງຄຸນນະພາບເລື່ອງເສື້ອຜ້າ ແມ່ນຈະໄດ້ເລີ່ມຕັ້ງແຕ່ເດືອນ ກຸມພາ 2024 ຈົນຮອດ ທ້າຍປີ, ເຊິ່ງແຄມເປນດັ່ງກ່າວແມ່ນຈະມີກິດຈະກຳທາງການຕະຫຼາດທີ່ແຕກຕ່າງ ແລະ ຫຼາກຫຼາຍໃນແຕ່ລະເດືອນ. ລາຍລະອຽດສາມາດຕິດຕາມຊ່ອງທາງການສື່ສານຂອງ ຫວຽດຕ໋ຽນລາວ. 

ເຟສບຸກ: https://www.facebook.com/Viettienlaos.brand

ຕິກຕ໋ອກ: https://www.tiktok.com/@viettien.laos?_t=8jaoa0LfIJh&_r=1

#viettienlaos

#15ປີແຫ່ງຄຸນນະພາບເລື່ອງເສື້ອຜ້າ

#ຫວຽດຕ໋ຽນ15ປີ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...