Friday, March 21, 2025

ແຂວງ ຊຽງຂວາງ ກຽມກໍ່ສ້າງຫໍຫຼັກເມືອງ ແລະ ປະຕູໂຂງ.

ແຫລ່ງຂ່າວຈາກ ແຂວງຊຽງຂວາງ ໄດ້ໃຫ້ຮູ້ວ່າ: ແຂວງຊຽງຂວາງ ຈັດກອງປະຊຸມ ຜ່ານແບບແຜນຫໍຫລັກເມືອງ ແລະ ປະຕູໂຂງຂອງແຂວງ ໃນວັນທີ 13 ກຸມພາ 2024 ໂດຍການເປັນປະ ທານຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ອົງການແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ພ້ອມນີ້, ທ່ານເຈົ້າແຂວງ ກໍໄດ້ສະຫຼຸບຄວາມຄິດເຫັນ ແລະ ຕົກລົງເປັນເອກະພາບເອົາຮູບແບບປະຕູໂຂງຕາມແບບທີ່ສະເໜີມາ, ແຕ່ປ່ຽນແປງເລັກນ້ອຍບາງຈຸດ, ສ່ວນຫໍຫລັກເມືອງແມ່ນຕົກລົງໃຫ້ແຕ້ມແບບຕື່ມອີກ ເພື່ອໃຫ້ມີຫລາຍແບບມາສົບທຽບກັນ ແລະ ສະເໜີປັບປຸງແບບເກົ່າໃນບາງຈຸດ ເພື່ອເອົາມາຜ່ານກອງປະຊຸມຕື່ມອີກໃນຕໍ່ໜ້າ ເພື່ອຄັດເລືອກເອົາແບບຫໍຫລັກເມືອງໃຫ້ຄູ່ບ້ານຄູ່ເມືອງ, ເລືອກເອົາແບບທີ່ເໝາະສົມທີ່ສຸດ ເນື່ອງຈາກສ້າງແລ້ວຈະເປັນບ່ອນ ກາບໄຫວ້ ສັກກາລະບູຊາ.

ຂ່າວຈາກ: ບຸນມີ ແສງທຸມມີ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່