ວັດໂພສີວະນາຣາມ ຈະຖືກນໍາສະເໜີຂຶ້ນເປັນ ສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາ

ທີ່ວັດໂພສີວະນາຣາມ ບ້ານໜອງຈົວ ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລື ການກະກຽມຈັດພິທີປະກາດ ວັດບ້ານໜອງຈົວ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ໃນນີ້ໂດຍການເຂົ້າຮ່ວມຂອງທ່ານ ຄໍາຫວັນ ສີສະໝຸດ, ຮອງເຈົ້າເມືອງເລົ່າງາມ, ຜູ້ຊີ້ນໍາວຽກງານວັດທະນະທໍາ – ສັງຄົມ, ພຮະອາຈານ ປອ ມະຫາ ສີປະເສີດ ໄຊຍະປັນຍາ ແລະ ບັນດາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ປັດຈຸບັນໄດ້ກະກຽມທາງດ້ານຂໍ້ມູນ, ນິຕິກໍາ, ເອກະສານ,ປື້ມຄູ່ມືທີ່ກ່ຽວຂ້ອງ, ດ້ານເນື້ອໃນໃຫ້ຄົບຖ້ວນ ແລະ ທັນເວລາ, ເຊັ່ນ ຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາ, ຄະນະຮັບຜິດຊອບຈັດງານ, ບົດກ່າວເປີດ – ກ່າວປີດ, ວາລະການຈັດງານ, ແລະ ກໍານົດວັນເວລາໃຫ້ລະອຽດຊັດເຈນ.

ສຳລັບ ພິທີການປະກາດ ວັດໂພສີວະນາຣາມ ເປັນສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ ມີກິດຈະກໍາດັ່ງນີ້ການສວດມົນຕັກບາດຍາດນໍ້າ, ໃຫ້ອາຫານປາ, ການເດີນທ່ຽວຊົມໄຫວ້ພະອົງໃຫຍ່ປາງປະທານພອນ, ແລະ ໄຫວ້ພະຕາມຈຸດຕ່າງໆ ພາຍໃນວັດບ້ານໜອງຈົວ ເຊິ່ງຈະຈັດພິທີປະກາດໃນ ທ້າຍເດືອນມີນາ ປີ 2024.

ຂ່າວ – ພາບ, ພອນໄຊ ແກ້ວມະນີ: ຖວ​ທ ເມືອງ​ເລົ່າ​ງາມ​ແຂວງ​ສາ​ລະ​ວັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...