ມີເຮ…. ປາກເຊມີເຊເວັ່ນ ອີເລຟເວັ່ນ ຍົກລະດັບພາບລັກທີ່ທັນສະໄໝຮ່ວມໃຈຂັບເຄື່ອນເສດຖະກິດໃນປີທ່ອງທ່ຽວລາວ

ເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະໜາມໄຊ ໃນນະຄອນປາກເຊ ແຂວງຈຳປາສັກ ເປີດໃຫ້ບໍລິການແລ້ວ ຖືເປັນສາຂາທີ່ຕັ້ງຢູ່ຕ່າງແຂວງສາຂາທຳອິດໃນ ສປປ. ລາວ ຫຼັງຈາກກ່ອນໜ້ານີ້ ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ. ໃນກຸ່ມຊີພີ ອໍລ໌ ໄດ້ເປີດດຳເນີນການຮ້ານຄ້າ ເຊເວັ່ນ ອີເລຟເວັ່ນ ມາແລ້ວ 3 ສາຂາໃນນະຄອນຫຼວງວຽງຈັນ.

ນະຄອນປາກເຊ ເປັນເມືອງທີ່ມີຄວາມສຳຄັນທາງເສດຖະກິດຂອງແຂວງຈຳປາສັກ ແລະ ຖືເປັນສູນກາງທາງເສດຖະກິດໃນພາກໃຕ້ຂອງລາວ, ມີສັກກາຍະພາບສູງ ໂດຍສະເພາະດ້ານການທ່ອງທ່ຽວ ການທີ່ເຊເວັ່ນ ອີເລຟເວັ່ນ ເຊິ່ງເປັນທຸລະກິດບໍລິການສ່ວນໜຶ່ງ ໃນພາກການທ່ອງທ່ຽວ ເຂົ້າໄປເປີດດຳເນີນການ ບໍ່ພຽງແຕ່ຈະເປັນອີກໜຶ່ງຕົວເລືອກໃຫ້ຜູ້ບໍລິໂພກ ໄດ້ມີໂອກາດເຂົ້າເຖິງສິນຄ້າ ແລະ ບໍລິການຄຸນນະພາບ ແຕ່ຍັງເປັນການສົ່ງເສີມພາບລັກຄວາມທັນສະໄໝຂອງ ສປປ. ລາວ ທີ່ຈະສະໜັບສະໜູນຈຸດແຂງທີ່ມີຢູ່ແລ້ວ ໂດຍສະເພາະໃນປີທ່ອງທ່ຽວລາວ ຫຼື Visit Laos Year 2024 ເຊິ່ງຈະຊ່ວຍສ້າງຄວາມຈະເລີນທາງເສດຖະກິດຂອງປະເທດ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ.

ເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະໜາມໄຊ ຍັງມີຈຸດເດັ່ນດ້ວຍສິນຄ້າອຸປະໂພກບໍລິໂພກທີ່ໄດ້ມາດຕະຖານ ໂດຍສະເພາະ ສິນຄ້າຍອດນິຍົມມີຈຳໜ່າຍສະເພາະທີ່ຮ້ານເຊເວັ່ນ ອີເລຟເວັ່ນ ເທົ່ານັ້ນ ເຊັ່ນ Slurpee, ເຄື່ອງດື່ມຊົງສົດ All Café, ສິນຄ້າອົບສົດ ແລະ ອາຫານພ້ອມໃຫ້ຮັບປະທານ ຕອບໂຈດຜູ້ບໍລິໂພກ ທຸກເພດທຸກໄວ. ພ້ອມກັນນີ້, ຍັງເປັນອີກໜຶ່ງຊ່ອງທາງໃນການສະໜັບສະໜູນສິນຄ້າທ້ອງຖິ່ນ ຂອງຜູ້ປະກອບການລາວ ເພື່ອສ້າງວຽກງານ, ສ້າງອາຊີບ ສົ່ງມອບໂອກາດໃນການເຕີບໃຫຍ່ ຢ່າງຢືນຍົງ ຮ່ວມກັນຕາມແນວທາງ 3 ປະໂຫຍດຂອງເຄືອຈະເລີນໂພກກະພັນ ຄືເພື່ອປະໂຫຍດແກ່ປະເທດຊາດ ປະຊາຊົນ ແລະ ອົງກອນ ທີ່ຍຶດຖືໃນການດຳເນີນທຸລະກິດຕະຫຼອດມາ.

#ຊື້ງ່າຍໃກ້ບ້ານ

#ອີ່ມໄດ້24ຊົ່ວໂມງ

#ສະດວກຄົບຈົບໃນບ່ອນດຽວ

#7ElevenLAOS

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...