ຄົນເປັນເບົາຫວານ: ກິນເຂົ້າມື້ລະ 2 ຄາບ ດີກວ່າກິນຫຼາຍຄາບ

ນັກວິໄຈຈາກ ສາທາລະນະເຊັກ ໄດ້ສຶກສາປຽບທຽບປະສິດທິພາບ ການກິນອາຫານ (ອາຫານຫຼັກ) ຂອງຜູ້ປ່ວຍໂຣກເບົາຫວານ ປະເພດທີ 2 ລະຫວ່າງ ການແບ່ງຄາບອາຫານເປັນຫຼາຍໆຄາບຍ່ອຍ ກັບການກິນອາຫານພຽງມື້ລະ 2 ຄາບ ໂດຍມີປະລິມານອາຫານເທົ່າໆກັນ ພົບວ່າ ການກິນອາຫານ 2 ຄາບ ສາມາດຊ່ວຍໃຫ້ຜູ້ປ່ວຍຫຼຸດນຳ້ໜັກ ແລະ ຄວບຄຸມລະດັບນຳ້ຕານ ໄດ້ດີກວ່າຜູ້ທີ່ກິນອາຫານຫຼາຍຄາບ.

ທີມວິໄຈທຳການທົດສອບກຸ່ມໂຕຢ່າງຜູ້ປ່ວຍເບົາຫວານປະເພດ 2 ຫຼື ເບົາຫວານທີ່ຮ່າງກາຍຜະລິດ ອິນຊູລິນ ສຳລັບຄວບຄຸມນຳ້ຕານໄດ້ໜ້ອຍຜິດປົກກະຕິ ຈຳນວນທັງເໝິດ 54 ຄົນ ໃນໄວ 30-70 ປີ ໂດຍແບ່ງເປັນກຸ່ມລະ 27 ຄົນ. ກຸ່ມທຳອິດ ຈະໄດ້ຮັບອາຫານມື້ລະ 6 ຄາບ, ໃນຂະນະທີ່ກຸ່ມທີ 2 ຈະໄດ້ຮັບອາຫານມື້ລະພຽງ 2 ຄາບ ໂດຍທັງສອງກຸ່ມຈະໄດ້ຮັບອາຫານ ໂດຍສະເລ່ຍ 1,700 ແຄລໍຣີ່ຕໍ່ມື້ ມີໄລຍະເວລາການທົດສອບ 12 ອາທິດ.

ຈາກການປຽບທຽບຜົນການກວດຮ່າງກາຍ ລະຫວ່າງກຸ່ມທີ່ກິນອາຫານ 2 ຄາບ ກັບກຸ່ມທີ່ກິນອາຫານ 6 ຄາບ ຊຶ່ງເປັນວິທີທີ່ໃຊ້ທົ່ວໄປ ສຳລັບການຄວບຄຸມນໍ້າຕານ ສຳລັບຜູ້ເປັນເບົາຫວານ ໃນສາທາລະນະເຊັກ ພົບວ່າ ກຸ່ມທີ່ກິນອາຫານ 2 ຄາບ (ເຊົ້າ ແລະສວາຍ) ມີນຳ້ໜັກຫຼຸດລົງສະເລ່ຍ 1,4 ກິໂລກຣາມ ແລະຮອບແອວຫຼຸດລົງ 4 ຊັງຕີແມັດ ຫຼາຍກວ່າກຸ່ມທີ່ກິນອາຫານ 6 ຄາບຕໍ່ມື້.

ດຣ. ຮານາ ຄາເລໂອວາ ຈາກສະຖາບັນການແພດເວຊະສາດ ແລະ ການທົດລອງ ຂອງ ສາທາລະນະເຊັກ ກ່າວວ່າ: ການທົດລອງເປັນທີ່ໜ້າພໍໃຈ ແລະປະຫຼາດໃຈ ເມື່ອພົບວ່າ ຜູ້ປ່ວຍທີ່ກິນເຂົ້າ 2 ຄາບ ຊຶ່ງມີຄວາມຮູ້ສຶກໃນຕອນທຳອິດວ່າ ຕົນເອງອາດຫິວໃນຕອນສວາຍ ແຕ່ກຸ່ມນີ້ກັບຮູ້ສຶກພໍໃຈຫຼາຍກວ່າກຸ່ມທີ່ກິນ 6 ຄາບ. ດຣ. ຮານາ ລະບຸວ່າ: ວິທີການດັ່ງກ່າວອາດສາມາດປະຍຸກໃຊ້ກັບຜູ້ທີ່ບໍ່ເປັນເບົາຫວານ ທີ່ຕ້ອງການຫຼຸດນຳ້ໜັກໄດ້ອີກດ້ວຍ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...