ກາເຟຂົ້ວເຂັ້ມ, ຂົ້ວກາງ, ຂົ້ວແບບໃດເຖິງຈະໄດ້ກາເຟດີ

ບາງຄົນອາດຈະບໍ່ຮູ້ວ່າ ການຂົ້ວເມັດກາເຟຍິ່ງຂົ້ວເຂັ້ມເທົ່າໃດ ຍິ່ງມີປະລິມານຄາເຟອີນຫຼຸດລົງ ແຕ່ຫຼາຍຄົ້ນກໍເລືອກກິນກາເຟຂົ້ວເຂັ້ມ ເພາະວ່າຣົດຊາດຂົມໆນັ້ນ ຈະເຮັດໃຫ້ຮູ້ສຶກຕື່ນໄດ້ດີກວ່າ.

ແລ້ວຕົກລົງວ່າ ຄາເຟອີນ ຫຼື ຣົດຊາດທີ່ຂົມ ໃນກາເຟ ທີ່ເຮັດໃຫ້ເຮົາຕື່ນໄດ້ດີກວ່າກັນ?

ຄວາມຈິງແລ້ວ ເຖິງວ່າກາເຟທີ່ຂົ້ວເຂັ້ມ ຈະມີປະລິມານຄາເຟອີນໜ້ອຍກວ່າກາເຟຂົ້ສກາງ ແຕ່ກໍໜ້ອຍກວ່າບໍ່ພໍເທົ່າໃດ ພຽງແຕ່ 10-20% ເທົ່ານັ້ນ! ແຕ່ເອົາແທ້ໆແລ້ວ ບາງຄົນກໍເລືອກກາເຟຂົ້ວເຂັ້ມ ເພາະຄວາມຂົມ ເນື່ອງຈາກວ່າບໍ່ມັມຣົດຊາດສົ້ມໜ້ອຍໆ ໃນກາເຟຂົ້ວກາງ ໂດຍກາເຟ 1 ຈອກທີ່ເຮົາດື່ມໄປນັ້ນ, ກາເຟຂົ້ວກາງຈະມີຄາເຟອີນປະມານ 120-200 ມິລິກຼາມ, ຂະນະທີ່ກາເຟຂົ້ວເຂັ້ມຈະມີຄາເຟອີນປະມານ 100-170 ມິລີກຼາມ.

ດັ່ງນັ້ນ, ຖ້າເປັນກາເຟທີ່ມາຈາກຄົນລະບ່ອນ ຂົ້ວ ແລະ ບັນຈຸຈາກຄົນລະຮ້ານ ບໍ່ວ່າຈະເປັນກາເຟຂົ້ວປານກາງ ຫຼື ຂົ້ວເຂົ້ມ ກໍອາດຈະມີປະລິມານ ຄາເຟອີນ ບໍ່ຕ່າງກັນ.

ແຕ່ຖ້າສົມມຸດວ່າ ກາເຟຂົ້ວກາງ ກັບ ກາເຟຂົ້ວເຂັ້ມ ທີ່ເຮົາມີນັ້ນ ມີກຄາເຟອີນຕ່າງກັນປະມານ 10% ແທ້ ຄຳແນະນຳທີ່ດີສຳລັບຄົນມັກດື່ມກາເຟກໍຄື ເລືອກກາເຟຂົ້ວປານກາງ ຫຼື ອ່ອນ ໃນຕອນເຂົ້າ ເຊິ່ງຈະຊ່ວຍກະຕຸ້ນຮ່າງກາຍທີ່ຫາກໍຕື່ນນອນໄດ້ດີ, ແຕ່ຄວນດື່ມຫຼັງຈາກຕື່ນນອນແລ້ວບໍ່ໜ້ອຍກວ່າ 1 ຊົ່ວໂມງ.

ສ່ວນກາເຟຂົ້ວເຂັ້ມ ຊ່ວງຕອນບ່າຍ ຫຼັງຈາກທີ່ເລີ່ມຮູ້ສຶກເມື່ອຍລ້າ ນີ້ຄືເວລາທີ່ເໝາະສົມ ເພາະເຖິງວ່າຈະມີຄາເຟອີນໜ້ອຍກວ່າ ແຕ່ການດຂົ້ວກາເຟເຂົ້ມ ກໍມີສານປະກອບອື່ນໆ ທີ່ຊ່ວຍກາຕຸ້ນໃຫ້ຮູ້ສຶກຕື່ນຕົວໄດ້ດີເຊັ່ນ: ສານໃນກຸ່ມ chlorogenic lactones ແລະ ສານ ໂພລີຟີນອນ ລວມເຖິງຣົດຊາດ ແລະ ກິ່ນຫອມເຂັ້ມຂຸ້ນ ກໍຍັງຊ່ວຍກະຕຸ້ນປະສາດສຳພັດໄດ້ດີຕື່ມອີກ.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,