ຮອບທີ 4 ຈະຈັດຢູ່ ນະຄອນຫຼວງ ວຽງຈັນ! ມວຍລາວລະດັບຊາດ ຊີງແຊ້ມສາຍແອວ ກຽດຕິຄຸນການນຳຂັ້ນສູງ

ການແຂ່ງຂັນຊົກມວຍລາວ ລະດັບຊາດ ຊີງແຊ້ມສາຍແອວກຽດຕິຄຸນ ການນຳຂັ້ນສູງ ຂອງ ສປປ ລາວ ຮອບທີ 4 ຈະຈັດຂຶ້ນໃນວັນທີ 7 ເມສາ 2024 ຢູ່ສະໜາມກິລາວູໂດ ແຫ່ງຊາດລາວ ເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ ເພື່ອຄັດເລືອກເອົານັກກິລາມວຍລາວ ໃນແຕ່ລະຮຸ່ນນ້ຳໜັກ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ສົ່ງເຂົ້າຮ່ວມແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ, ທັງເປັນການສ້າງຂະບວນການສະເຫລີມສະຫລອງປີໃໝ່ລາວ ລວມເຖິງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໃຫ້ມີບັນຍາກາດຟົດຟື້ນ ແລະ ສົ່ງເສີມປີທ່ອງທ່ຽວລາວ 2024 ຕື່ມອີກ.

ທ່ານ ຕຸດາວັນ ໜໍ່ເມືອງເສດ ຮອງປະທານສະຫະພັນກິລາມວຍລາວແຫ່ງຊາດ, ທັງເປັນເລຂາ ທິການສະຫະພັນກິລາມວຍລາວແຫ່ງຊາດ ໄດ້ຖະແຫລງຂ່າວກ່ຽວກັບການຈັດການແຂ່ງຂັນຊົກມວຍ ດັ່ງກ່າວ ໃນວັນທີ 2 ເມສາ 2024 ນີ້ວ່າ: ການແຂ່ງຂັນຊົກມວຍໃນຄັ້ງນີ້, ຕິດພັນກັບການສະເຫລີມ ສະຫລອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ ແລະ ປີໃໝ່ລາວ 2024 ເພື່ອຄັດເລືອກເອົາຜູ້ຊະນະໃນ 3 ຮຸ່ນນ້ຳໜັກ ເຂົ້າຊີງສາຍແອວກຽດຕິຄຸນຂອງການນຳຂັ້ນສູງ ສປປ ລາວ ໂດຍມີການແຂ່ງຂັນທັງໝົດ 15 ຄູ່(ມວຍຮອບ 8 ຄູ່ ແລະ ມວຍຄູ່ພິເສດ 7 ຄູ່). ໃນນັ້ນ, ຮຸ່ນນ້ຳໜັກ 51 ກິໂລ ເປັນການພົບກັນລະຫວ່າງ ເມືອງໂຂງ ສິດຄູແຫລ້ ກັບ ນໍ້າອ້ອຍ ຮ້ານອາຫານເວກັດ, ແລມໂບ້ເລັກ ມວຍລາວລ້ານຊ້າງ ພົບກັບ ຍອດເລົ່າງາມ ບັນຊາເດດ, ຫລ່ຽມເພັດເລັກ (CSC) ວິທະຍາຄານ ຕໍາຫລວດປະຊາຊົນ ພົບກັບ ຍອດສາລະວັນ ບັນຊາເດດ ແລະ ນ້ອງເບຍ ຂຸນວັງຫລວງ ພົບມັງກອນຂາວ HKGYM. ສ່ວນ ຮຸ່ນນ້ຳໜັກ 57 ກິໂລ ແມ່ນ ຄູນເພັດ ສສ ໂວວຽດນາມ ພົບກັບ ສອນໄຊ ມາດາມຊາຣາ ແລະ ຂູນເຫລັກ ຂຸນວັງຫລວງ ພົບແມ໋ກນ້ອຍ ສູນຝຶກກິລາວູຊູແຫ່ງຊາດ; ຮຸ່ນ 65 ກິໂລ ເພັດພູພານ ມວຍລາວລ້ານຊ້າງ ພົບກັບ ປາຫວ່າ ສິດຊຽນນິຍົມ ແລະ ລາຍເພັດນ້ອຍ (CSC) ກົມຄຸມຂັງດັດສ້າງ ກະຊວງ ປກສ ພົບກັບ ລອນນີ້ ສູນຝຶກກິລາວູຊູແຫ່ງຊາດ.

ນອກນີ້, ຍັງມີມວຍຄູ່ພິເສດ ຮຸ່ນນ້ຳໜັກ 61 ກິໂລ ເປັນການພົບກັນລະຫວ່າງ ເກົ້າແສນ ຂວັນໃຈສີໂຄດ ຈາກ ສປປ ລາວ ພົບກັບ ລໍານໍ້າໂຂງ ຕໍເພັດຕາວັນ ຣາຊະອານາຈັກໄທ, ຮຸ່ນນ້ຳໜັກ 68 ກິໂລ ສິ່ງໃຫຍ່ AIDC ຈາກ ສປປ ລາວ ພົບກັບ ຈໍານຸດ ຊໍານາງ ຈາກກໍາປູເຈຍ, ຮຸ່ນ 65 ກິໂລ ຂຸນຊ້າງ ບັນຊາເດດ ຈາກ ສປປ ລາວ ພົບກັບ babak jungle hunter ຈາກ ອີລານ, ຮຸ່ນ 64 ກິໂລ ນ້ອງໂອ ວິທະຍາຄານ ວປສ ເສັຍຕ້າຂຸນວັງຫລວງ ຈາກ ສປປ ລາວ ພົວກັບ Saman ayothaya ຈາກອີລານ. ສ່ວນມວຍປະກອບລາຍການ ຮຸ່ນນ້ຳໜັກ 51 ກິໂລ ເພັດທະຈັກ ມຸງຄຸນເພັດ ກະຊວງ ປກສ ພົບກັບ ອາຍາເລັກ ແອອຸດົມອາໄລ່ຍົນ, ຮຸ່ນ 52 ກິໂລ ສາຍຊົນ ຂວັນໃຈສີໂຄດ ພົບກັບ ຊີອຸຍ ຂູນວັງຫລວງ ແລະ ຮຸ່ນນ້ຳໜັກ 46 ກິໂລ ເປັນການພົບກັນລະຫວ່າງ ສືບທອດ KKV ພົບກັບ ສິງຂອນເລັກ ກຽດປະສານໄຊ.

ສຳລັບ ເງິນລາງວັນ ຮຸ່ນນ້ຳໜັກ 57 ກິໂລ ແລະ ຮຸ່ນ 65 ກິໂລ ຊະນະເລີດ ໄດ້ຮັບສາຍແອວກຽດຕິຄຸນຂອງການນຳຂັ້ນສູງ ສປປ ລາວ, ພ້ອມເງິນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 50 ລ້ານກີບ. ສ່ວນຮຸ່ນນ້ຳໜັກ 51 ກິໂລ ໄດ້ຮັບສາຍແອວກຽດຕິຄຸນທ່ານນາຍົກ ລັດຖະມົນຕີ, ພ້ອມເງິນລາງວັນ 60 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 30 ລ້ານກີບ. ສ່ວນການແຂ່ງຂັນໃນຮອບຕໍ່ໄປ ຄາດວ່າ ຈະຈັດຂຶ້ນໃນເດືອນຕໍ່ໄປ ຢູ່ນະຄອນຫລວງພະບາງ ແຂວງຫລວງພະບາງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...