VietJet ແລະ Honeywell ໄດ້ແລກປ່ຽນຂໍ້ຕົກລົງເພື່ອເປັນ​ເຄື່ອງໝາຍ​ສຳ​ຄັນ ​ສຳ​ລັບ​ການ​ບິນ​ສີຂຽວ ແລະ ຄວາມສະ​ອາດ

(ນະຄອນຫຼວງວຽງຈັນ, ວັນທີ 25 ກັນຍາ 2024) – ສາຍການບິນ VietJet (HOSE: VJC) ແລະ ບໍລິສັດ Honeywell Aerospace Technologies ຂອງສະຫະລັດອາເມລິກາໄດ້ແລກປ່ຽນຂໍ້ຕົກລົງ ເພື່ອສະໜອງອຸປະກອນອີເລັກໂທຣນິກ ແລະ ການບໍລິການດ້ານເຕັກນິກການບິນໃຫ້ແກ່ VietJet ທີ່ທັນສະໄໝ ແລະ ປະຢັດນ້ຳມັນ. ການແລກປ່ຽນຄັ້ງນີ້​ໄດ້​ດຳ​ເນີນຂຶ້ນ​​​ໂດຍທ່ານ​ To Lam ເລ​ຂາ​ທິ​ການ​ໃຫຍ່​ພັກ​​​ ແລະ ປະ​ທານ​ປະ​ເທດຫວຽດນາມໃນ​ການ​ຢ້ຽມ​ຢາມທີ່ສະຫະລັດອາເມລິກາ.

ຂໍ້ຕົກລົງລະຫວ່າງປະທານຄະນະບໍລິຫານ VietJet Dinh Viet Phuong ແລະ ຜູ້ຕາງໜ້າຕົວແທນບໍລິສັດ Honeywell Aerospace Technologies Joseph Vitulli ແມ່ນບາດກ້າວສຳຄັນໃນການຫັນເປັນທັນສະໄໝຂອງເຮືອບິນ VietJet. ພາຍໃຕ້ຂໍ້ຕົກລົງ VietJet ຈະປະຕິບັດໂຄງການບຳລຸງຮັກສາເຄື່ອງອີເລັກໂທຣນິກ ແລະ APU (Auxiliary Power Unit) ຂອງ Honeywell ໃຫ້ແກ່ເຮືອບິນລຳໃຫຍ່ A330neo ແລະ ເຮືອບິນລຳນ້ອຍລຸ້ນໃໝ່.

ຂໍ້ຕົກລົງດັ່ງກ່າວຍັງລວມເຖິງການນຳໃຊ້ Honeywell Flight Efficiency, ເຊິ່ງເປັນການແກ້ໄຂການຫຼຸດຜ່ອນການປ່ອຍອາຍມົນລະພິດ ແລະ ເພີ່ມປະສິດທິພາບການໃຊ້ເຊື້ອເພີງຂອງເຮືອບິນທັງໝົດຂອງ VietJet.

ທ່ານ Dinh Viet Phuong ປະທານຄະນະບໍລິຫານຂອງ VietJet ໃຫ້ຮູ້ວ່າ: “ການແລກປ່ຽນຂໍ້ຕົກລົງຄັ້ງນີ້ແມ່ນອີກບາດກ້າວໜຶ່ງທີ່ສຳຄັນໃນການຮ່ວມມືໄລຍະຍາວຂອງພວກເຮົາກັບ Honeywell, VietJet ເນັ້ນໄປເຖິງການຊຸກຍູ້ການເຕີບໂຕແບບຢັ້ງຢືນ ແລະ ການຫັນປ່ຽນສີຂຽວ ດ້ວຍເປົ້າໝາຍຫຼຸດຜ່ອນການປ່ອຍອາຍມົນລະພິດ ແລະ ການເປີດກວ້າງເຄືອຂ່າຍການບິນລະຫວ່າງປະເທດ. ເຕັກໂນໂລຊີທີ່ກ້າວໜ້າຂອງ Honeywell ຈະມີບົດບາດສຳຄັນທີ່ຈະຊ່ວຍໃຫ້ພວກເຮົາສະໜອງການບໍລິການທີ່ດີໃຫ້ກັບຜູ້ໂດຍສານຂອງພວກເຮົາດ້ວຍຖ້ຽວບິນທີ່ສະດວກສະບາຍ, ມີຄຸນນະພາບສູງ, ປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ໃນຂະນະທີ່ສົ່ງເສີມຄວາມຍືນຍົງຕາມເປົ້າໝາຍດ້ານສິ່ງແວດລ້ອມ, ສັງຄົມ ແລະ ການກຳກັບ (ESG) ຂອງພວກເຮົາ.”

VietJet ໄດ້ຮັບຄະແນນຄວາມປອດໄພ 7/7 ດາວຈາກ Airline Ratings ໄດ້ຖືກຍອມຮັບຢ່າງຕໍ່ເນື່ອງວ່າເປັນສາຍການບິນລາຄາປະຢັດທີ່ປອດໄພທີ່ສຸດໃນໂລກນັບຕັ້ງແຕ່ປີ 2018. ສາຍການບິນຍັງສືບຕໍ່ຂະຫຍາຍສາຍການບິນດ້ວຍເຮືອບິນລຸ້ນໃໝ່ທີ່ປະຢັດນ້ຳມັນ ທີ່ສົ່ງຜົນໃຫ້ອັດຕາຄວາມໜ້າເຊື່ອຖືທາງດ້ານເຕັກນິກສູງເຖິງ 99.6%, ຈັດຢູ່ໃນອັນດັບຂອງບັນດາສາຍການບິນຊັ້ນນໍາຂອງໂລກ ໂດຍຜ່ານການຮ່ວມມືກັບ Honeywell ແລະ ຜູ້ນໍາການບິນທົ່ວໂລກອື່ນໆ. VietJet ມຸ່ງໝັ້ນທີ່ຈະລົງທຶນໃນເຕັກໂນໂລຊີການບິນຂັ້ນສູງ ເພື່ອສະໜອງປະສົບການການບິນທີ່ດີທີ່ສຸດໃຫ້ແກ່ຜູ້ໂດຍສານທົ່ວໂລກ.

VietJet ໃຫ້ບໍລິການຖ້ຽວບິນໄປກັບລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ 4 ຄັ້ງຕໍ່ອາທິດ ຈະ​ຊ່ວຍ​ໃຫ້​ຜູ້​ໂດຍ​ສານ​ເດີນ​ທາງ​ໄປ​ນະ​ຄອນ​ຫຼວງ​ຂອງ​ຫວຽດ​ນາມ​ຢ່າງ​ສະ​ດວກ​. ນອກຈາກ​ນັ້ນ, ນັກ​ທ່ອງ​ທ່ຽວ​ສາ​ມາດເດີນທາງ​ສໍາ​ຫຼວດໄປ​ທີ່​ຫຼາກ​ຫຼາຍ​ຈຸດ​ໝາຍ​ປາຍ​ທາງໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກຜ່ານຈຸດເຊື່ອມຕໍ່ຂອງ VietJet

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...