ລ້ຽງລູກແບບໃໝ່! ສ່ຽງເຮັດໃຫ້ລູກຕິດແຕ່ໂທລະສັບ

ປັດຈຸບັນ ມີພໍ່ແມ່ໄວໜຸ່ມຫຼາຍຄົນ ທີ່ມັກລ້ຽງລູກແບບ ງ່າຍໆ ສະບາຍສະບາຍ ປະປ່ອຍໃຫ້ລູກຫຼິ້ນໂທລະສັບ, ຫຼິ້ນເກມຕັ້ງແຕ່ນ້ອຍ ເພາະບໍ່ມີເວລາຫຼິ້ນກັບລູກ, ເຮັດແບບນີ້ມັນກໍມີຜົນດີຫຼາຍຢ່າງ ແຕ່ຜົນເສຍຈະຫຼາຍກວ່າ ເພາະເດັກຍັງຢູ່ໃນໄວຈະເລີນເຕີບໂຕ ຄວນຮຽນຮູ້ສິ່ງຕ່າງໆ ຜ່່ານສະພາບແວດລ້ອມ ການໃຊ້ຊີວິດຕົວຈິງຫຼາຍກວ່າມົກໝຸ່ນຢູ່ກັບ ໜ້າຈໍໂທລະສັບ ຖ້າເຮັດແບບນັ້ນຕິດຕໍ່ກັນຫຼາຍເກີນໄປເດັກອາດມີບັນຫາເຊັ່ນວ່າ:

  • ຮ່າງກາຍຜິດປົກກະຕິ: ເຈັບຫົວ ເຈັບຕາ ມືຊາ ເຈັບປວດການຄໍ ແລະ ຍັງສ່ຽງເຮັດໃຫ້ເດັກຫຼັງຄ່ອມ ຫຼື ມີອາການຄໍຢືດໄດ້ຖ້າກົ້ມຫຼິ້ນໂທລະສັບຫຼາຍຈົນເສບຕິດ
  • ສະໜອງອາດຈະນ້ອຍລົງ ຂາດການພັດທະນາ: ເດັກທີ່ຫຼິ້ນໂທລະສັບຍາວນານຫຼາຍກວ່າ2 ຊົ່ວໂມງຕິດຕໍ່ກັນເປັນເວລາ 2 ປີ ສ່ຽງເຮັດໃຫ້ສະໜອງພັດທະນາຊ້າ, ສຳມະທິສັ້ນ, ຂາດຄວາມສາມາດໃນການຄິດ ແລະ ແກ້ໄຂບັນຫາ
  • ເຂົ້າສັງຄົມຍາກ: ຂາດການປະຕິສຳພັນກັບພໍ່ແມ່ ຫຼື ຄົນໃນຄອບຄົວ ເພາະເວລາສ່ວນຫຼາຍຈະໝົດໄປກັບການຫຼິ້ນໂທລະສັບ ອາດເຮັດໃຫ້ເດັກຂາດທັກສະການເວົ້າ, ການສື່ສານກັບຄົນອື່ນ ຫຼື ບໍ່ກ້າເຂົ້າສັງຄົມເມື່ອເຕີບໃຫຍ່ຂຶ້ນມາ.
  • ອາລົມຮຸນແຮງ ເວົ້າຈາບໍ່ມ່ວນ: ອາດຈະເປັນຍ້ອນການໄດ້ຈົດຈໍຢູ່ກັບສິ່ງເກົ່າຊໍ້າໆ ຈົນຊິນເຄີຍພໍບໍ່ໄດ້ແບບທີ່ເຄີຍໄດ້ ຫຼື ບໍ່ໃຫ້ຫຼິ້ນ ອາດຈະຂຶ້ນສຽງ ຮ້ອງໄຫ້ ໂວຍວາຍໄດ້, ເດັກບາງຄົນກໍຮຽນແບບຕົວລະຄອນໃນເກມ ຫຼື ສິ່ງທີ່ຕົນເອງໄດ້ເບິ່ງໄດ້ຊົມ ໄດ້ງ່າຍທີ່ສຸດ ຈົນເກັບເອົາມາເປັນຕົວຕົນຂອງໂຕເອງກໍມີ

ມັນກໍປາສະຈາກບໍ່ໄດ້ທີ່ຈະບໍ່ໃຫ້ເດັກຫຼິ້ນໂທລະສັບເລີຍ ເພື່ອເສີມສ້າງຈິນຕະນາການຕ່າງໆ ໄດ້ຮຽນຮູ້ສິ່ງໃໝ່ ແຕ່ສຳຄັນແມ່ນພໍ່ແມ່ຜູ້ປົກຄອງຕ້ອງເປັນຫົວໃຈຫຼັກໃນການຄວບຄຸມ ເບິ່ງແຍງ ແລະ ຈັດແຈງຕາຕະລາງໃຫ້ລູກຄັກແນະ ເຊັ່ນ: ຫຼິ້ນເປັນເວລາ, ເລືອກສື່, ເກມ ທີ່ເໝາະສົມ, ຫັນມາຫຼິ້ນ ແລະ ສ້າງກິດຈະກຳກັບລູກໃຫ້ຫຼາຍຂຶ້ນ, ມອບຄວາມຮັກ ຄວາມໃສ່ໃຈ ຫຼາຍກວ່າຕາມໃຈ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.