ລາຟໍເລທ໌ (La Forêt) ແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງ ນະຄອນຫຼວງ ວຽງຈັນ.

ລາຟໍເລທ໌ (La Forêt) ທີ່ຕັ້ງຢູ່ ບ້ານເວີນແທ່ນ, ເມືອງໄຊທານີ, ນະຄອນຫຼວງ ວຽງຈັນ ຖືວ່າເປັນອີກໜຶ່ງແຫຼ່ງທ່ອງທ່ຽວແຫ່ງໃໝ່ ຂອງ ນະຄອນຫຼວງ ວຽງຈັນ ທີ່ມີຈຸດເດັ່ນໃນເລື່ອງຂອງການຮັກສາທຳມະຊາດໄດ້ດີ ຈົນມີສາຍາວ່າ “ປອດ” ຂອງ ນະຄອນຫຼວງ ວຽງຈັນ ເຊິ່ງສະຖານທີ່ດັ່ງກ່າວ ຫ່າງຈາກເທສະບານ ນະຄອນຫຼວງ ວຽງຈັນ ພຽງ 30 ກິໂລແມັດ.

ທ່ານ ອິນທີ ເດືອນສະຫວັນ, ຜູ້ສ້າງສວນ ລາຟໍເລທ໌ ໄດ້ເນລະມິດປ່າໄມ້ທີ່ຫຼົງເຫຼືອຢູ່ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ຕື່ນເຕັ້ນ ສາມາດສ້າງເງິນ, ສ້າງງານ ແລະ ສ້າງຄ່ານິຍົມ ໃຫ້ຄົນທີ່ມັກຮັກໃນທໍາມະຊາດໄດ້ຢ່າງພາກພູມໃຈ.

ສຳລັບບ່ອນທ່ອງທ່ຽວໃໝ່ນີ້ ແມ່ນຜືນປ່າໄມ້ທີ່ມີມາແຕ່ດຶກດໍາບັນຫຼາຍຮ້ອຍປີ ໂດຍໄດ້ຮັບການສະຫງວນໄວ້ ແລະ ອະນຸລັກໄວ້ຈາກຮຸ່ນຄົນ ສູ່ ຮຸ່ນຄົນ ທີ່ຫຼົງເຫຼືອຢູ່ປະມານ 10 ເຮັກຕາ ຢູ່ບ້ານເວີນແທ່ນ, ເມືອງໄຊທານີ, ນະຄອນຫຼວງ ວຽງຈັນ, ເຊິ່ງຫ່າງຈາກເທສະບານ ນະຄອນຫຼວງ ວຽງຈັນ ພຽງ 30 ກວ່າກິໂລແມັດ.

ສະຖານທີ່ແຫ່ງນີ້ມີຫຼາກຫຼາຍກິດຈະກໍາໃຫ້ຫຼິ້ນ ເຊັ່ນ: ຍ່າງຂົວອູ່ຢູ່ເທິງຕົ້ນໄມ້, ຮ້ານຄາເຟ່ເທິງຕົ້ນໄມ້ ສູງ 21 ແມັດ, ການຕັ້ງແຄ້ມໃນປ່າ, ຂີ່ສະລິງ, ປັ່ນລົດຖີບຢູ່ທາງທີ່ໜ້າຕື່ນເຕັ້ນ ແລະ ການໄຕ່ເຊືອກແບບທ້າທາຍ.

ຖ້າທ່ານໃດຕ້ອງການໄປທີ່ນັ້ນ: ແມ່ນສາມາດເດີນທາງໄປຕາມເສັ້ນທາງ 13 ໃຕ້, ພໍກາຍ 4 ແຍກໄຟແດງຫລັກ 21 ແລະ ສືບຕໍ່ຂັບລົດໄປຊື່ໆ ປະມານ 3 ກິໂລແມັດ ແລ້ວເຫັນປ້າຍສີຂາວຂຽນວ່າ “ລາຟໍເລທ໌ “ ໃຫ້ລ້ຽວເບື້ອງຊ້າຍເຂົ້າທາງບ້ານປາກຊາບໄປຈົນຮອດມະຫາວິທະຍາກະເສດນາບົງແລ້ວລ້ຽວຂວາໄປຊື່ໆ ປະມານ 4 ກິໂລເຖິງສະຖານພັກລົດແຄມທາງໃຫຍ່ ແລະ ສືບຕໍ່ຂີ່ເຮືອຂ້າມນໍ້າງື່ມຜູ້ລະ 80,000 ກີບ ກໍເຖິງສະຖານທີ່  “ລາຟໍເລທ໌” ທີ່ສຳຄັນ ມີບ່ອນຝາກລົດ ທີ່ບໍ່ໄດ້ເສຍຄ່າຝາກ.

#La Forêt #ທ່ອງທ່ຽວ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...