ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

ວັດວິຊຸນນະຣາດ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

ທິດຕາເວັນ ອອກສ່ຽງເໜືອມີທາດປະທຸມ (ດອກບົວ) 1 ລູກ, ຊາວບ້ານເອີ້ນວ່າ: ທາດໝາກໂມ ເພາະຄືມາກໂມຕັດເຄິ່ງ. ສິມຂອງວັດ ກໍ່ດ້ວຍດິນຈີ່, ມີສະຖາປັດຕິຍະກໍາທີ່ລະອຽດອ່ອນ ແລະ ສວຍ ງາມ ມີສຽນນາກປະດັບຄຸຍປ້ານລົມ, ເທິງຫຼັງຄາ ມີຍອດຊໍ່ຟ້າປະດັບດ້ວຍເສດຕະສັດ 17 ລູກ ແລະ ດອກກະຈັງດອກວັນແລນ, ຫຼັງຄາມຸງດ້ວຍດິນຂໍ.

ໂຄງສ້າງປະຕູຂອງສິມທີ່ເຮັດດ້ວຍໄມ້ ຍັງແມ່ນອັນເກົ່າທີ່ຖືກຮັກສາໄວ້ ແຕ່ຕົ້ນສັດຕະວັດທີ 16, ບານປະຕູໃຫຍ່ແມ່ນຮູບຄວັດແກະສະຫຼັກລົງສີຟອກຄຳ ມີຄວາມປານິດວິຈິດບັນຈົງ ທີ່ສະແດງໃຫ້ເຫັນໃນຍຸກຮິນດູ. ມຸກດ້ານໜ້າເບື້ອງທາງເຂົ້າແມ່ນແຍກອອກເປັນຊັ້ນໆ, ຄໍ້າດ້ວຍເສົາໃຫຍ່, ລູກຕິ່ງທີ່ປະດັບປ່ອງຢ້ຽມທີ່ເຮັດດ້ວຍໄມ້ ມີລັກສະນະຄ້າຍຄືຜາສາດຫີນສະໄໝຂອມຄື: ອັງກໍວັດ ແລະ ວັດພູຈໍາປ່າສັກ ທີ່ຢູ່ພາກໃຕ້ຂອງລາວ.

ດ້ານໃນມີພະປະທານອົງຫຼວງປະ ດິດສະຖານຢູ່ ມີໜ້າຕັກກວ້າງ 5 ແມັດ 64 ຊັງຕີແມັດ ເຊິ່ງເປັນພະພຸດທະຮູບອົງຫຼວງທີ່ໃຫຍ່ກວ່າທຸກໆອົງທີ່ປະດິດສະຖານຢູ່ວັດຂອງຫຼວງພະບາງ.

ສິມແຫ່ງນີ້ໃນເມື່ອກ່ອນເຄີຍເປັນພິພິຕະພັນສາສະໜາສະຖານແຫ່ງຊາດກໍວ່າໄດ້ ເພາະມີບູຮານວັດ ຖຸ, ສິລະປະວັດຖຸ ບັນຈຸໄວ້ເປັນຈໍານວນຫຼວງ ຫຼາຍເຊັ່ນ: ພະ ພຸດທະຮູບທີ່ຟອກດ້ວຍຄໍາປິວ, ທີ່ເຮັດດ້ວຍທອງສຳລິດ, ໄມ້ ແລະ ປະທາຍປູນ ທີ່ມີອາຍຸຫຼາຍກວ່າ 400 ປີ ແລະ ຫີນສີລາຈາຣຶກ ໃນສັດຕະວັດທີ 15 ອີກດ້ວຍ.

ໂດຍ: Tourismluangprabang

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...