Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ເສັ້ນທາງການບິນທີ່ລໍຄອຍມາດົນນານນີ້ຈະດໍາເນີນຖ້ຽວບິນໄປ-ກັບທັງໝົດ 28 ຖ້ຽວຕໍ່ອາທິດ. Vietjet ດຳ​ເນີນ​ຖ້ຽວ​ບິນ​ປະຈຳ​ວັນ 2 ຖ້ຽວຈາກຮ່າໂນຍ ​ໄປ​ຮອດ ໂກນດ່າວ ​ໃນ​ຕອນ​ເຊົ້າ ໃຊ້ເວລາບິນແມ່ນ 2 ຊົ່ວໂມງ 10 ນາທີ.

ຖ້ຽວ​ບິນ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ​ໄປ​ໂກນດ່າວ​ແມ່ນຈະ​ອອກ​ສອງ​ເທື່ອ​ທຸກ​ເຊົ້າ ໂດຍໃຊ້ເວລາບິນ 40 ນາທີ, ເຊິ່ງຈະເຮັດໃຫ້ນັກທ່ອງທ່ຽວຈະໄດ້ຮັບຄວາມສະດວກສະບາຍທີ່ສຸດ.

ເກາະໂກນດ່າວຕັ້ງ​ຢູ່​ນອກ​ຝັ່ງ​ທະ​ເລ​ພາກ​ໃຕ້​ຂອງ​ຫວຽດ​ນາມ ເປັນເກາະທີ່ມີ​ຊື່​ສຽງ​ໂດ່​ງດັງ​ຍ້ອນ​ຄວາມສວຍສົດງົດ​ງາມ​ທາງ​ທຳ​ມະ​ຊາດ ​ແລະ ຄວາມ​ໝາຍ​ປະຫວັດສາດ​ອັນ​ເລິກ​ເຊີ່ງ​ຂອງ​ຊາວ​ຫວຽດນາມ. ນອກຈາກນັ້ນຍັງເປັນສະຖານທີ່ທີ່ສົມບູນແບບສໍາລັບການພັກຜ່ອນ ແລະ ທ່ອງທ່ຽວ. ເກາະທີ່ສວຍງາມແຫ່ງນີ້ ໃນປັດຈຸບັນສາມາດເຂົ້າເຖິງໄດ້ງ່າຍກ່ວາເກົ່າໂດຍຜ່ານເຄືອຂ່າຍການບິນທີ່ປັບປຸງໃໝ່ຂອງ Vietjet.

ປັດຈຸ​ບັນ Vietjet ​ໄດ້​ດຳ​ເນີນ​ການ​ບິນ​ໂດຍ​ກົງ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ໄປ​ທັງ​ນະຄອນ​ໂຮ່ຈິ​ມິນ ​ແລະ ຮ່າ​ໂນ້ຍ ເຊິ່ງເຮັດໃຫ້ນັກທ່ອງທ່ຽວສາມາດເດີນທາງເຊື່ອມຕໍ່ໄປທ່ອງທ່ຽວທີ່ເກາະໂກນດ່າວ ຢ່າງສະດວກສະບາຍ ແລະ ຍັງມີຈຸດໝາຍປາຍທາງອື່ນໆທົ່ວປະເທດຫວຽດນາມຂອງສາຍການບິນ VietJet. ສາຍການບິນພ້ອມທີ່ຈະຕ້ອນຮັບຜູ້ໂດຍສານມາສຳພັດກັບມົນສະເໜ່ ແລະ ຄວາມສວຍງາມຂອງເກາະໂກນດ່າວໃນລະດູຮ້ອນນີ້. ໃນຕອນນີ້ນັກທ່ອງທ່ຽວທຸກທ່ານສາມາດຈອງປີ້ໄດ້ທີ່ www.vietjetair.com ແລະແອັບພລິເຄຊັນມືຖື Vietjet Air.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...