ຢຸດເຮັດ! 5 ຂໍ້ນີ້ ທີ່ເຮັດໃຫ້ມືຖືເພໄວ ແລະ ຂໍ້ມູນຫາຍ! (ຫຼາຍຄົນຍັງເຂົ້າໃຈຜິດ)

ມືຖືເຄື່ອງແພງໆ ຢ່າປ່ອຍໃຫ້ເພໄວ້! ຖ້າໃຜຍັງເຮັດ 5 ຂໍ້ນີ້ຢູ່ ຮັບຮອງວ່າ ມືຖືທ່ານຈະເສື່ອມໄວ ແຖມຂໍ້ມູນສຳຄັນອາດຈະຫາຍໄດ້ງ່າຍໆ! ມາເບິ່ງວ່າທ່ານເຮັດຜິດຂໍ້ໃດແດ່?

1/ ໃຊ້ສາຍສາກ ຫຼື ອະແດັບເຕີປອມ ຫຼື ບໍ່ໄດ້ມາດຕະຖານ: ນອກຈາກແບັດເຕີຣີຈະເສື່ອມໄວແລ້ວ, ຍັງອັນຕະລາຍຮ້າຍແຮງຕໍ່ແຜງວົງຈອນ ແລະ ເສຍສ່ຽງໄຟໄໝ້ໄດ້! ໃຊ້ຂອງແທ້ ຫຼື ໄດ້ມາດຕະຖານເທົ່ານັ້ນ!

    2/ ປ່ອຍໃຫ້ມືຖືຮ້ອນຈັດ ຫຼື ຢູ່ບ່ອນທີ່ມີອຸນຫະພູມສູງດົນໆ: ບໍ່ວ່າຈະເປັນການຫຼິ້ນເກມໜັກໆ ໄປສາກໄປ ຫຼື ວາງໄວ້ໃນລົດຕາກແດດ ຄວາມຮ້ອນຄືສັດຕູຕົວຮ້າຍຂອງແບັດເຕີຣີ ແລະ ຊິບພາຍໃນ.

    3/ ບໍ່ເຄີຍສຳຮອງຂໍ້ມູນເລີຍ (Backup): ຖ້າມືຖືເສຍ, ຕົກນ້ຳ, ຫຼື ເປີດບໍ່ຕິດ ຂໍ້ມູນທັງໝົດກໍຈະຫາຍໄປໝົດທັນທີ! ສຳຮອງຂໍ້ມູນຂຶ້ນ Cloud ຫຼື ຄອມພິວເຕີຢ່າງໜ້ອຍເດືອນລະເທື່ອ!

    4/ ປ່ອຍໃຫ້ແບັດເຫຼືອ 0% ຕະຫຼອດ ຫຼື ສາກເຕັມ 100% ຄ້າງໄວ້ດົນໆ: ແບັດເຕີຣີມັກຈະເຮັດວຽກໄດ້ດີທີ່ສຸດໃນຊ່ວງ 20% – 80% ການປ່ອຍໃຫ້ແບັດໝົດຕະຫຼອດເວລາເຮັດໃຫ້ແບັດເສື່ອມໄວຂຶ້ນຫຼາຍ.

    5/ ດາວໂຫຼດແອັບພລິເຄຊັນ ຫຼື ໄຟລ໌ຈາກແຫຼ່ງທີ່ບໍ່ໜ້າເຊື່ອຖ: ນີ້ແມ່ນເສັ້ນທາງຕົງສູ່ການຕິດໄວຣັສ ຫຼື ມັລແວຣ (Malware) ທີ່ສາມາດທຳລາຍລະບົບ ແລະ ລັກຂໍ້ມູນສ່ວນຕົວຂອງທ່ານໄດ້!

    More from author

    Related posts

    Latest posts

    ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

    ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

    ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

    ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

    ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

    ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...